ອາຊີບໃໝ່ຍຸກໂຄວິດ “ຮັບຈ້າງນອນຫໍພັກພິສູດຜີ” ກ່ອນເຂົ້າຢູ່!!!


ຄົນທີ່ຢ້ານຜີທີ່ກຳລັງຈະຍ້າຍບ່ອນຢູ່ໃໝ່ ຖືກໃຈສິ່ງນີ້! ເມື່ອເສດຖະກິດຝືດເຄືອງໃນຍຸກໂຄວິດ-19 ເຮັດໃຫ້ເກີດອາຊີບໃໝ່ຂຶ້ນ “ຮັບຈ້າງນອນຫໍພັກພິສູດຜີ”.

ຜູ້ໃຊ້ Facebook ຊື່ວ່າ “ปิยวัฒน์ แก้วศิริ นำ-มา-ทำ” ຫຼື ປິຍະວັດ ແກ້ວສິຣິ ໄດ້ເກີດແນວຄວາມຄິດໃນຍຸກທີ່ວຽກງານກໍຫາຍາກ ເສດຖະກິດກໍບໍ່ດີ ໄດ້ໂພສຫາວຽກລົງໃນກຸ່ມສະຖາປະນິກ ກຸ່ມໜຶ່ງໃນ Facebook ໂດຍມີລາຍລະອຽດວ່າ: ຈາກຂ່າວທີ່ມີຄົນຂ້າຕົວຕາຍຢູ່ຫໍພັກ ສົ່ງຜົນໃຫ້ເກີດຄວາມເດືອດຮ້ອນໄປທົ່ວ ໄດ້ຄິດຫາແນວທາງຫາລາຍໄດ້, ໃຜທີ່ຫາກໍເປີດຫ້ອງໃໝ່ ຫຼື ຈະຍ້າຍຫ້ອງ ຖ້າບໍ່ແນ່ໃຈ ຢ້ານວ່າຫ້ອງໃໝ່ຈະມີຜີຢູ່ບໍ່.

ສ່ວນລາຍລະອຽດແມ່ນ ຈະຢູ່ແຕ່ໃນຫ້ອງ 24 ຊົ່ວໂມງ ນັບລວມທັງເວລານອນພ້ອມ, ຕອນທີ່ຢູ່ໃນຫ້ອງຈະຮ້ອງດັງໆທ້າທາຍທຸກໆ 30 ວິນາທີ ຄິດເປັນລາຄາ 1,200 ບາດຕໍ່ມື້ ຢາກໃຊ້ບໍລິການຈັກມື້, ຈັກເດືອນ ຫຼື ເປັນປີ ຮັບໝົດ. ລາວໄດ້ບອກວ່າ ນີ້ບໍ່ໄດ້ເວົ້າຫຼິ້ນ ເພາະບໍ່ມີຫຍັງຈະກິນແລ້ວ ບວກກັບຕົນເອງທີ່ຢາກພິສູດພ້ອມວ່າເລື່ອງພວກນີ້ມີແທ້ບໍ່.

ຫຼັງຈາກທີ່ໂພສນີ້ໄດ້ຖືກເຜີຍແຜ່ອອກໄປ ກໍມີຫຼາຍຄົນທີ່ເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ, ສ່ວນໃຫຍ່ແມ່ນກ່າວຍ້ອງຍໍວ່າເປັນຄວາມຄິດທີ່ດີ ຖືເປັນອາຊີບໃໝ່ທີ່ໜ້າສົນໃຈ ເພາະຄົນຈຳນວນຫຼາຍກໍຍັງມີຄວາມເຊື່ອໃນສິ່ງທີ່ເບິ່ງບໍ່ເຫັນຢູ່.

ຂອບໃຈຂໍ້ມູນຈາກ:

https://www.facebook.com/MorningNewsTV3/posts/4128286527208569