ເຄີຍສົງໄສບໍວ່າເປັນຫຍັງແມວຈຶ່ງມັກເອົາຕີນຢຽບສະຫຼັບກັນໄປມາຢູ່ເທິງຜ້າຫົ່ມ, ໝອນ ຫຼື ຕັກຂອງເຮົາ ຄືກັບວ່ານ້ອງກຳລັງນວດຢູ່. ໂດຍພຶດຕິກໍາເຫຼົ່ານີ້ເອີ້ນວ່າແມວນວດ ຫຼື ແມວເຮັດ biscuit, ເນື່ອງຈາກວ່າມັນຄ້າຍຄືກັບນວດເເປ້ງສໍາລັບການເຮັດເຂົ້າໜົມນັ້ນເອງ. ພຶດຕິກຳທີ່ແມວມັກນວດນີ້ເເມ່ນຕິດມາຈາກເມື່ອມັນຍັງນ້ອຍ ເວລາຫິວນົມ ກໍຕ້ອງນວດເຕົ້ານົມແມ່ເພື່ອໃຫ້ນ້ຳນົມໄຫຼອອກມາ, ເຮັດໃຫ້ການນວດຄືກັບພຶດຕິກຳທີ່ແມວເຮັດເພື່ອສ້າງຄວາມຮັກແພງລະຫວ່າງລູກ ແລະ ແມ່. ພໍເຮັດໄປດົນໆ ກໍຕິດເປັນນິດໄສມາຮອດຕອນໃຫຍ່ ກາຍເປັນວ່າເມື່ອນ້ອງຢູ່ກັບເຮົານ້ອງກໍຈະຮັບບົດເປັນໝໍນວດປະຈຳເຮືອນໃນທັນທີ.

ນອກຈາກນີ້ ການນວດຍັງເເມ່ນພຶດຕິກໍາທີ່ສະແດງເຖິງຄວາມພໍໃຈ, ຄວາມສຸກ, ຄວາມສະບາຍ ເເລະ ເປັນສັນຍານບົ່ງບອກບາງຢ່າງເຊັ່ນ:
- ດັ່ງທີ່ໄດ້ກ່າວໄວ້ໃນຂ້າງເທິງ ການນວດເຕົ້ານົມແມ່ຍັງເປັນການສ້າງຄວາມຜູກພັນ ເເລະ ຄວາມໄວ້ວາງໃຈລະຫວ່າງລູກກັບແມ່. ເມື່ອແມວໃຫຍ່ຂຶ້ນ ນ້ອງຍັງຈື່ຄວາມຮູ້ສຶກນັ້ນໄດ້. ຖ້ານ້ອງນວດພວກເຮົາ, ມັນສະແດງໃຫ້ເຫັນວ່ານ້ອງຮັກພວກເຮົາ ແລະ ໄວ້ວາງໃຈພວກເຮົາຫຼາຍ.
- ການທີ່ເເມວນວດໃຫ້ເຮົາ, ນວດໃຫ້ເເມວນຳກັນ ຫຼື ນວດໃຫ້ໝາ ອາດເປັນການຢາກໃຫ້ເຮົາສົນໃຈ ເເລະ ຫຼິ້ນກັບນ້ອງ.

- ແມວແມ່ນສັດທີ່ມັກສະເເດງຄວາມເປັນເຈົ້າຂອງ ເເລະ ສ້າງອານາເຂດ. ໂດຍອຸ້ງຕີນຂອງເເມວຈະມີຕ່ອມກິ່ນຢູ່ ຖ້າຫາກເຫັນນ້ອງກຳລັງນວດບາງຢ່າງເຊັ່ນ: ໂຊຟາ, ຜ້າເຊັດຕົວ ຫຼື ນວດເຮົາຢູ່ ນັ້ນໝາຍຄວາມວ່າ ແມວໄດ້ສະແດງຄວາມເປັນເຈົ້າຂອງແລ້ວ.
- ເປັນສັນຍານບອກວ່າພ້ອມປະສົມພັນເເລ້ວ, ເມື່ອຢູ່ໃນລະດູການປະສົມພັນ ແມວໂຕເເມ່ຈະເອີ້ນແມວໂຕຜູ້ດ້ວຍວິທີນວດນັ້ນເອງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/