ການແຂ່ງຂັນກິລາຍິງປືນ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ ໄດ້ປິດສາກລົງຢ່າງເປັນທາງການແລ້ວ ພາຍຫຼັງເລີ່ມແຂ່ງຂັນກັນມາຕັ້ງແຕ່ວັນທີ 14 ພະຈິກ ເຊິ່ງໃນປີນີ້ ກໍເປັນທັບນັກກິລາຈາກ ກະຊວງ ປ້ອງກັນປະເທດ ທີ່ເຮັດຜົນງານໄດ້ຢ່າງໂດດເດັ່ນ ກວາດເອົາ 11 ຫຼຽນຄໍາ, 14 ຫຼຽນເງິນ ແລະ 12 ຫຼຽນທອງ ຍາດເອົາຕໍາແໜ່ງແຊ້ມ ຫຼຽນຄໍາ ກິລາຍິງປືນ ໃນການແຂ່ງຂັນກິລາແຫ່ງຊາດຄັ້ງທີ 11 ນີ້ໄປຄອງໄດ້ສຳເລັດ.

ໂດຍກິລາຍິງປືນ ເປັນກິລາທີ່ແຂ່ງຂັນກ່ອນໝູ່ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໂດຍແບ່ງການແຂ່ງຂັນອອກເປັນ 3 ໄລຍະ, ແຂ່ງຂັນຢູ່ 2 ສະຖານທີ່ ຄື: ໄລຍະທີ 1 ເລີ່ມແຕ່ວັນທີ 14-20 ພະຈິກ ແລະ ໄລຍະທີ 2 ເລີ່ມແຕ່ວັນທີ 24-29 ພະຈິກ, ແຂ່ງຂັນທີ່ສະໜາມກິລາຍຶງປືນ 5 ເມສາ, ນະຄອນຫຼວງວຽງຈັນ ແລະ ໄລຍະທີ 3 ແຂ່ງຂັນວັນທີ 14-15 ທັນວານີ້ ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ, ມີນັກກິລາຈາກ 2 ກະຊວງ, 6 ແຂວງ ແລະ 1 ນະຄອນຫຼວງ ເຂົ້າຮ່ວມແຂ່ງຂັນ ຄື: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ນະຄອນຫຼວງວຽງຈັນ, ຄຳມ່ວນ, ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ສະຫວັນນະເຂດ ແລະ ແຂວງຊຽງຂວາງ ເຈົ້າພາບ ໂດຍມີຊິງໄຊ 34 ຫຼຽນຄໍາ, 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ຜ່ານການແຂ່ງຂັນຕົວຈິງທັງ 3 ໄລຍະຂອງກິລາຍິງປືນ ສາມາດສະຫຼຸບຜົນງານໄດ້ດັ່ງນີ້:
– ອັນດັບທີ 1: ກະຊວງປ້ອງກັນປະເທດ 11 ຫຼຽນຄໍາ, 14 ຫຼຽນເງິນ ແລະ 12 ຫຼຽນທອງ, ລວມ 37 ຫລຽນ.
– ອັນດັບທີ 2: ກະຊວງ ປ້ອງກັນຄວາມສະຫງົບ 11ຫຼຽນຄໍາ, 11 ຫຼຽນເງິນ ແລະ 14 ຫຼຽນທອງ, ລວມ 36 ຫຼຽນ.
– ອັນດັບທີ 3: ນະຄອນຫຼວງວຽງຈັນ 6 ຫຼຽນຄໍາ, 2ຫຼຽນເງິນ, 17 ຫຼຽນທອງ, ລວມ 25 ຫຼຽນ.
– ອັນດັບທີ 4: ແຂວງ ຊຽງຊວາງ 2 ຫຼຽນຄໍາ, 1 ຫຼຽນເງິນ, 7 ຫຼຽນທອງ, ລວມ 10 ຫຼຽນ.
– ອັນດັບທີ 5: ແຂວງ ຫຼວງພະບາງ 1 ຫຼຽນຄໍາ, 2 ຫຼຽນ ເງິນ, 8 ຫຼຽນທອງ, ລວມ 11 ຫຼຽນ.
– ອັນດັບທີ 6: ແຂວງ ຄໍາມ່ວນ 1 ຫຼຽນຄໍາ, 2 ຫຼຽນເງິນ, 6 ຫຼຽນທອງ, ລວມ 9 ຫຼຽນ.
– ອັນດັບທີ 7: ມີ 2 ແຂວງ ຄື: ແຂວງ ຜົ້ງສາລີ ແລະ ແຂວງ ຫົວພັນ ໄດ້ແຂວງລະ 1 ຫຼຽນຄໍາ, 1 ຫຼຽນເງິນ, 1 ຫຼຽນທອງ, ລວມແຂວງລະ 3 ຫຼຽນ
– ອັນດັບທີ 9: ແຂວງ ສະຫວັນນະເຂດ 2 ຫຼຽນທອງ, ລວມ 2 ຫຼຽນ.

ຂອບໃຈຂໍ້ມູນຈາກ: https://bit.ly/3Yu1VPR
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/