ສຳລັບໝູ່ຄົນໃດທີ່ມີໄອເດຍໂຄງການ ຫຼື ໂປຣເຈັກ ທີ່ຕ້ອງການຈະເຮັດ ແລະ ຢາກໄດ້ທຶນມາສະໜັບສະໜູນ ຂໍແນະນຳໃຫ້ເຂົ້າຮ່ວມການແຂ່ງຂັນຊິງທຶນຂອງ YSEALI Seeds for the Future 2023 ເລີຍ ເຊິ່ງຜູ້ຊະນະຈະໄດ້ຮັບເງິນຮາງວັນໄປເຖິງ $15.000.

ໂດຍ YSEALI Seeds for Future Program ນີ້ຈະແມ່ນການແຂ່ງຂັນເພື່ອຊິງທຶນຊ່ວຍເຫຼືອລ້າຂະໜາດນ້ອຍເພື່ອສະໜັບສະໜູນໂຄງການຕ່າງໆທີ່ປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ ໃນອາຊີຕາເວັນອອກສຽງໃຕ້ ເຊິ່ງໄດ້ຮັບການສະໜັບສະໜູນຈາກກະຊວງການຕ່າງປະເທດສະຫະລັດ ອາເມຣິກາ.

ໃນການແຂ່ງຂັນຄັ້ງນີ້ ໂຄງການຕ່າງໆທີ່ຕ້ອງການສະໝັກຕ້ອງຢູ່ພາຍໃຕ້ຫົວຂໍ້ດັ່ງນີ້:
1. ການມີສ່ວນຮ່ວມຂອງພົນລະເມືອງ (Civic Engagement)
2. ການສ້າງຄວາມເຂັ້ມແຂງທາງເສດຖະກິດ ແລະ ການປະກອບການທາງສັງຄົມ (Economic Empowerment and Social Entrepreneurship)
3. ການສຶກສາ (Education)
4. ບັນຫາສິ່ງແວດລ້ອມ (Environmental Issues)
ສຳລັບເງື່ອນໄຂຂອງຜູ້ສະໝັກມີດັ່ງນີ້:
• ສະມາຊິກໃນທີມທີ່ມາສະໝັກຕ້ອງມີອາຍຸ 18 ຫາ 35 ປີ
• ເປັນປະຊາກອນທີ່ຢູ່ໃນ 11 ປະເທດອາຊຽນ (ລວມເຖິງປະເທດລາວ)
• ໃນໄລຍະສອງປີຜ່ານມາ ຕ້ອງບໍ່ໄດ້ມີການຮັບທຶນຈາກ ສະຫະລັດອາເມລິກາ ມາກ່ອນ
ຟ້າວພາກັນສະໝັກເດີ ປິດຮັບສະໝັກ ວັນທີ 11 ພະຈິກ 2022 ນີ້ແລ້ວ.
ຂອບໃຈຂໍ້ມູນຈາກ: https://cutt.ly/aNsdP9d
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/