ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 5 ທັນວາ 2022 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ໃຫ້ຮູ້ວ່າ: ໃນປີ 2023 ລັດຖະບານ ຈະເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ໃນນີ້ ຈະສຸມໃສ່ເປັນພິເສດ 4 ດ້ານ ຄື:
1. ສຸມໃສ່ການເກັບລາຍຮັບໃຫ້ໄດ້ຕາມແຜນການ ຫຼື ໃຫ້ເກີນແຜນເປັນປີທີ 3 ຕິດຕໍ່ກັນ ເພື່ອໃຫ້ມີເງິນມາແກ້ໄຂ ບັນຫາ, ໂດຍຊຸກຍູ້ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງການຫັນການເກັບລາຍຮັບເປັນທັນສະໄໝ ໃຫ້ແຂງແຮງ ແລະ ປາກົດຜົນເປັນຈິງຫຼາຍກວ່າເກົ່າ.
2. ສຸມໃສ່ສືບຕໍ່ປະຕິບັດບັນດານິຕິກຳທີ່ລັດຖະບານວາງອອກ ທີ່ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ.

3. ສຸມໃສ່ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ໂດຍສະເພາະໜີ້ສິນຕໍ່ຕ່າງປະເທດ, ບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະໜີ້ໄດ້. ພ້ອມກັນນັ້ນ ກໍຄົ້ນຄວ້າ ແລະ ຈັດສັນແຫຼ່ງທຶນເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບເໝົາໂຄງການສາມາດສືບຕໍ່ດຳເນີນທຸລະກິດໄດ້. ນອກນັ້ນ ກໍຈະໄດ້ມີການປັບປຸງປະສິດທິຜົນຂອງການລົງທຶນ ຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດ.
4. ສຸມໃສ່ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ປະລິມານເງິນ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ, ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ດ້ວຍການນຳໃຊ້ມາດຕະການຕ່າງໆ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/