ອິນໂດເນເຊຍກຽມຜ່ານກົດໝາຍຫ້າມມີເພດສຳພັນກ່ອນແຕ່ງງານ ໃຜຝ່າຝືນມີໂທດສູງສຸດແມ່ນຈໍາຄຸກ 1 ປີ

ອິນໂດເນເຊຍ

ໃນວັນທີ 3 ທັນວາ ສຳນັກຂ່າວ bbc ໄດ້ລາຍງານວ່າ ບໍາບັງ ວູຣຽນໂຕ (Bambang Wuryanto) ນັກການເມືອງຜູ້ທີ່ມີສ່ວນຊຸກຍູ້ກົດໝາຍວ່າດ້ວຍ “ການຫ້າມພົນລະເມືອງມີເພດສຳພັນນອກສົມຣົດ” ຫຼືເວົ້າໃຫ້ເຂົ້າໃຈງ່າຍໆກໍຄືຫ້າມມີເພດສຳພັນກ່ອນແຕ່ງງານ ໄດ້ອອກມາລະບຸວ່າຈະມີການລົງມະຕິຢ່າງໄວກ່ຽວກັບກົດໝາຍດັ່ງກ່າວ ເຊິ່ງຫາກກົດໝາຍນີ້ຜ່ານຈະມີຜົນຕໍ່ກັບຊາວອິນໂດເນເຊຍເອງ ລວມທັງຊາວຕ່າງຊາດອີກພ້ອມ.

ອິນໂດເນເຊຍ

ໂດຍກົດໝາຍນີ້ລະບຸໄວ້ວ່າຫາກຜູ້ກະທຳຜິດເປັນຜູ້ໃຫຍ່ແຕ່ມີການຢູ່ກິນກັນກ່ອນແຕ່ງງານ ການລົງໂທດຈະເກີດຂຶ້ນໄດ້ກໍຕໍ່ເມື່ອຜູ້ທີ່ກ່ຽວຂ້ອງໃກ້ຊິດໄປຮ້ອງຮຽນຕໍ່ເຈົ້າໜ້າທີ່ເທົ່ານັ້ນ ເຊິ່ງຈະມີໂທດຈຳຄຸກເຖິງ 6 ເດືອນ ແລະໃນສ່ວນຂອງບຸກຄົນທີ່ແຕ່ງງານໄປແລ້ວແຕ່ໄປມີເພດສຳພັນກັບບຸກຄົນອື່ນທີ່ບໍ່ແມ່ນຄູ່ສົມຣົດຂອງຕົນເອງ ຜູ້ທີ່ເປັນຜົວຫຼືເມຍຈະມີອຳນາດໃນການແຈ້ງເອົາຜິດ. ນອກຈາກນີ້ກົດໝາຍຍັງໃຫ້ອຳນາດແກ່ຜູ້ປົກຄອງຂອງບຸດຫຼານທີ່ຍັງບໍ່ໄດ້ແຕ່ງງານແຕ່ມີເພດສຳພັນ ແມ່ນສາມາດດຳເນີນຄະດີເອົາຜິດໄດ້ເຊັ່ນກັນ.

ອິນໂດເນເຊຍ

ໂດຍຮ່າງກົດໝາຍດັ່ງກ່າວແມ່ນມີຄວາມພະຍາຍາມຊຸກຍູ້ໃຫ້ຜ່ານມະຕິແລ້ວເມື່ອປີ 2019 ທ່າມກາງສຽງສະໜັບສະໜູນຈາກກຸ່ມຜູ້ເຄັ່ງສາສະໜາ ແຕ່ກໍຖືກຄັດຄ້ານຢ່າງຮຸນແຮງຈາກປະຊາຊົນເປັນໝື່ນຄົນ ທີ່ອອກມາເດີນ ຂະບວນປະທ້ວງ ເພາະເບິ່ງວ່າຮ່າງກົດໝາຍສະບັບນີ້ຈໍາກັດສິດທິພົນລະເມືອງ ຈົນເກີດການປະທະກັບຕໍາຫຼວດແລະກາຍເປັນເຫດຈະລາຈົນມາແລ້ວ.

ຢ່າງໃດກໍຕາມ ການຜ່ານຮ່າງກົດໝາຍທີ່ເຄັ່ງຄັດໃນຄັ້ງນີ້ແມ່ນສ້າງຄວາມກັງວົນໃຈໃຫ້ແກ່ກຸ່ມທຸລະກິດ ທີ່ຢ້ານວ່າມັນຈະສົ່ງຜົນກະທົບຕໍ່ ການເປັນເມືອງທ່ອງທ່ຽວ ແລະອາດເຮັດໃຫ້ນັກລົງທຶນປ່ຽນໃຈບໍ່ມາລົງທຶນໃນອິນໂດເນເຊຍອີກພ້ອມ.

ອິນໂດເນເຊຍ

ທັງນີ້ ອິນໂດເນເຊຍນັ້ນແມ່ນເປັນປະເທດໜຶ່ງທີ່ຂຶ້ນຊື່ໃນເລື່ອງເຄັ່ງສາສະໜາຫຼາຍ ໂດຍສະເພາະການລົງໂທດຢ່າງຮຸນແຮງຕໍ່ຜູ້ກະທຳຜິດກົດໝາຍ ຍົກຕົວຢ່າງຄູ່ຮັກເພດດຽວກັນຄູ່ໜຶ່ງທີ່ຖືກຕີເຖິງ 77 ຄັ້ງຕໍ່ໜ້າຜູ້ຄົນສາທາລະນະ ຫຼືການລົງໂທດພຶດຕິກໍາຂອງແມ່ຍິງທີ່ນອກໃຈຜົວ ຫຼື ຜົວນອກໃຈເມຍ ແມ່ນຈະຖືກຕີຄົນລະ 20 ຄັ້ງ. ນອກນັ້ນຍັງມີການລົງໂທດບຸກຄົນທີ່ລັກດື່ມມຶນເມົາແມ່ນຈະຖືກຕີຄົນລະ 40 ຄັ້ງ.

ແຕ່ເຖິງຢ່າງນັ້ນ ທາງດ້ານລັດຖະມົນຕີກະຊວງຍຸຕິທຳອິນໂດເນເຊຍກໍໄດ້ອອກມາລະບຸວ່າ ກົດໝາຍສະບັບນີ້ແມ່ນເປັນໄປຕາມກົດໝາຍສາສະໜາ ແລະຂະບວນການທາງກົດໝາຍ ໂດຍມັນບໍ່ໄດ້ສົ່ງຜົນກະທົບຕໍ່ເສລີພາບຕາມຫຼັກປະຊາທິປະໄຕແຕ່ຢ່າງໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/