ປີ 2023 ລັດຖະບານຈະສືບຕໍ່ແກ້ໄຂບັນຫາເສດຖະກິດທີ່ບອບບາງໃນປັດຈຸບັນ ໃຫ້ແຂງແຮງໂດຍໄວໃນອະນາຄົດ

ລັດຖະບານ

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ​ 4 ຂອງສະພາແຫ່ງຊາດ ຊຸດທີ​ IX ຄັ້ງວັນທີ​ 5 ທັນວາ​ 2022​ ທ່ານ​ ພັນຄໍາ​ ວິພາ​ວັນ​ ນາຍົກລັດຖະມົນຕີແຫ່ງ ສປປ​ ລາວ​ ໄດ້ຕາງໜ້າໃຫ້ລັດຖະບານ ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ​ແຫ່ງຊາດ​ ແລະ​ ແຜນງົບປະມານແຫ່ງລັດ ໃຫ້ຮູ້ວ່າ: ໃນປີ 2023 ລັດຖະບານ​ ຈະເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ໃນນີ້ ຈະສຸມໃສ່ເປັນພິເສດ 4 ດ້ານ​ ຄື:

1. ສຸມໃສ່ການເກັບລາຍຮັບໃຫ້ໄດ້ຕາມແຜນການ ຫຼື ໃຫ້ເກີນແຜນເປັນປີທີ 3 ຕິດຕໍ່ກັນ ເພື່ອໃຫ້ມີເງິນມາແກ້ໄຂ ບັນຫາ, ໂດຍຊຸກຍູ້ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງການຫັນການເກັບລາຍຮັບເປັນທັນສະໄໝ ໃຫ້ແຂງແຮງ ແລະ ປາກົດຜົນເປັນຈິງຫຼາຍກວ່າເກົ່າ.​

2. ສຸມໃສ່ສືບຕໍ່ປະຕິບັດບັນດານິຕິກຳທີ່ລັດຖະບານວາງອອກ ທີ່ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ.

ລັດຖະບານ

3. ສຸມໃສ່ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ໂດຍສະເພາະໜີ້ສິນຕໍ່ຕ່າງປະເທດ, ບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະໜີ້ໄດ້. ພ້ອມກັນນັ້ນ ກໍຄົ້ນຄວ້າ ແລະ ຈັດສັນແຫຼ່ງທຶນເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບເໝົາໂຄງການສາມາດສືບຕໍ່ດຳເນີນທຸລະກິດໄດ້. ນອກນັ້ນ ກໍຈະໄດ້ມີການປັບປຸງປະສິດທິຜົນຂອງການລົງທຶນ ຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດ.

4. ສຸມໃສ່ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ປະລິມານເງິນ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ, ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ດ້ວຍການນຳໃຊ້ມາດຕະການຕ່າງໆ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.

ລັດຖະບານ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/