ທຸກທ່ານຮູ້ບໍ່ວ່າ! ອາຊີບນັກດັບເພີງໃນປະເທດຍີ່ປຸ່ນ ເປັນອາຊີບໜຶ່ງທີ່ແມ່ຍິງໃຫ້ຄວາມສົນໃຈ ຂະໜາດອະນິເມະ (ກາຕູນຍີ່ປຸ່ນ) ໃນຫຼາຍໆເລື່ອງກໍຍັງມີພະເອກເປັນນັກດັບເພີງເລີຍ. ນັ້ນກໍຍ້ອນ 4 ຜົນດີຂອງການເປັນອາຊີບນັກດັບເພີງໃນຍີ່ປຸ່ນມີດັ່ງນີ້:
- ຫຸ່ນດີ ແລະ ແຂງແຮງ
ນັກດັບເພີງໃນຍີ່ປຸ່ນ ຈຳເປັນຕ້ອງຮັກສາຮ່າງກາຍຢູ່ສະເໝີ ເພາະເປັນອາຊີບທີ່ຕ້ອງຊ່ວຍຊີວິດຜູ້ຄົນ ເຖິງວ່າຈະບໍ່ມີເຫດການໄຟໄໝ້ກໍຕາມ ການເຮັດໃຫ້ຮ່າງກາຍແຂງແຮງກໍເປັນກິດຈະວັດໜຶ່ງຂອງນັກດັບເພີງ ເຊິ່ງເຮັດໃຫ້ຮ່າງກາຍຂອງນັກດັບເພີງສ່ວນໃຫຍ່ ເບິ່ງມີກ້າມ, ຫຸ່ນດີ ແລະ ສຸຂະພາບແຂງແຮງ.

- ມີລາຍໄດ້ທີ່ໝັ້ນຄົງ
ອາຊີບນັກດັບເພີງ ເປັນອາຊີບໜຶ່ງທີ່ຢູ່ໃນບັນຊີອາຊີບລັດຖະກອນ ແຖມເງິນເດືອນແມ່ນຂ້ອນຂ້າງສູງ ເຖິງແມ່ນວ່າຈະມີການເຈັບປ່ວຍ ກໍຈະມີເງິນອຸດໜຸນ ແລະ ເບ້ຍລ້ຽງໃຫ້ ຕົວຢ່າງສະຖິຕິລາຍໄດ້ຕໍ່ປີຂອງພະນັກງານດັບເພີງໃນປີ 2020
– ອາຍຸ 20 – 30 ປີ = 2,8 – 4,5 ລ້ານ ເຢນ ຫຼື ປະມານ 241.404.800 – 387.972.000 ກິບ
– ອາຍຸ 30 – 40 ປີ = 4,5 – 6 ລ້ານເຢນ ຫຼື ປະມານ 387.972.000 – 517.849.400 ກີບ
ໂດຍອີງຕາມອັດຕາແລກປ່ຽນປັດຈຸບັນ (ອັດຕາແລກປ່ຽນ 100ເຢນ / 8621ກີບ)
- ມີວັນພັກຫຼາຍກວ່າອາຊີບອື່ນ
ອາຊີບນັກດັບເພີງ ຖືວ່າເປັນອາຊີບທີ່ມີວັນພັກຫຼາຍ ເມື່ອທຽບກັບອາຊີບອື່ນ ໂດຍໄດ້ພັກເຖິງ 200ວັນ/ປີ ເຊິ່ງເປັນເລື່ອງແປກເພາະຖ້າເປັນພະນັກງານທົ່ວໄປໃນບໍລິສັດຂອງປະເທດຍີ່ປຸ່ນ ແມ່ນຈະມີວັນພັກໜ້ອຍຫຼາຍ ແຕ່ນັກດັບເພີງແຕ່ລະສູນແມ່ນຈະແບ່ງກັນເປັນກຸ່ມ ໄວ້ເພື່ອສັບປ່ຽນກັນໄວ້ປະຈຳການ ສຳລັບແມ່ຍິງຍີ່ປຸ່ນແລ້ວ ຫາກໄດ້ແຕ່ງງານກັບນັກດັບເພີງ ກໍຈະມີເວລາໃຫ້ແກ່ຄອບຄົວໄດ້ຫຼາຍ.

- ເປັນອາຊີບທີ່ໃຫ້ການຊ່ວຍເຫຼືອຜູ້ອື່ນ ແລະ ເປັນລັດຖະກອນ
ການເຮັດອາຊີບນັກດັບເພີງ ຖືວ່າເປັນຄວາມໃຝ່ຝັນຂອງຄົນຍີ່ປຸ່ນຫຼາຍໆຄົນ ທັງຍິງ ແລະ ຊາຍ ເພາະເປັນອາຊີບລັດຖະກອນທີ່ມີຄວາມໝັ້ນຄົງ, ມີສະຫວັດດີການສູງ,ມີກຽດ ແລະ ຍັງເປັນອາຊີບທີ່ໄດ້ຊ່ວຍຊີວິດຄົນອື່ນ ຈຶ່ງເປັນອາຊີບທີ່ສັງຄົມໃຫ້ຄວາມນັບໜ້າຖືຕາກັນເປັນຈຳນວນຫຼາຍ.
ທີ່ມາ: https://bit.ly/3k4Fa38
ພາບ: ilovejapan, Xinhuathai
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/