ເນື່ອງຈາກການຂາດເຂີນຂອງການສະໜອງສິນຄ້າໃຫ້ຕ່າງປະເທດ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ໃນໄລຍະກາງປີ ເຮັດໃຫ້ເກີດຄວາມກົດດັນແກ່ເງິນເຟີ້ເພີ່ມຂຶ້ນ ສົ່ງຜົນໃຫ້ ການຟື້ນຕົວທາງດ້ານເສດຖະກິດຂອງ ສປປ ລາວ ຈະຊ້າກວ່າທີ່ຄວນ.
ຈາກບັນຫາດັ່ງກ່າວເຮັດໃຫ້ ທະນາຄານພັດທະນາອາຊີ Asian Development Bank (ADB) ໄດ້ປັບລົດການການຄາດຄະເນທ່າອ່ຽງການເຕີບໂຕທາງດ້ານເສດຖະກິດຂອງປະເທດລາວລົງເຫຼືອພຽງ 2,5% ເຊິ່ງລົດລົງຈາກ 3,4% ທີ່ຄາດການໄວ້ໃນເດືອນເມສາ ແລະ ຍັງໄດ້ປັບການຄາດຄະເນຂອງລາວໃນປີ 2023 ເປັນ 3,5% ເຊິ່ງລົດລົງຈາກການຄາດຄະເນເບື້ອງຕົ້ນທີ່ 3,7%.

ຜ່ານບົດສະຫຼຸບຂອງ ທະນາຄານພັດທະນາອາຊີ ເຫັນວ່າ ບັນຫາຕົ້ນຕໍແມ່ນມາຈາກ ລາຄານໍ້າມັນໂລກທີ່ໄດ້ມີການເໜັງຕີງ ເຮັດໃຫ້ຄ່າຄອງຊີບເພີ່ມສູງຂຶ້ນ, ສົ່ງຜົນໃຫ້ການຊົມໃຊ້ພາຍໃນປະເທດລົດລົງ ເຊິ່ງມັນໄດ້ສົ່ງຜົນກ່ຽວເນື່ອງໄປເຖິງ ການເພີ່ມຂຶ້ນກະທັນຫັນຂອງລາຄາ ປຸຍ, ອາຫານສັດ ແລະ ອາຫານ ເຮັດໃຫ້ກິດຈະກໍາທາງດ້ານກະສິກໍາ ແລະ ການຜະລິດ ອັນເປັນທ່າແຮງສຳຄັນຂອງ ເສດຖະກິດ ສປປ ລາວ ມີການຕິດຂັດ ແລະ ຊັກຊ້າກວ່າທີ່ຄວນ.
ໃນຂະນະທີ່ ອັດຕາເງິນເຟີ້ໃນ ເດືອນສິງຫາ ໄດ້ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 22 ປີທີ່ 30,0%, ເຊິ່ງອັດຕາເງິນເຟີ້ສະເລ່ຍແມ່ນ 15,5% ໃນ 8 ເດືອນທຳອິດຂອງປີ ເຮັດໃຫ້ສິນຄ້າອຸປະໂພກ ແລະ ບໍລິໂພກສ່ວນຫຼາຍ ມີລາຄາທີ່ເພີ່ມສູງຂຶ້ນ. ການເພີ່ມຂຶ້ນຂອງລາຄາສິນຄ້າ ໄດ້ສ້າງຜົນກະທົບຕໍ່ປະຊາຊົນຄົວເຮືອນໃນລາວ, ໂດຍສະເພາະແມ່ນປະຊາຊົນທີ່ທຸກຍາກ ທີ່ເປັນອຸປະສັກຕໍ່ຄວາມປອດໄພທາງດ້ານອາຫານ ແລະ ໂພຊະນາການ.

ທ່ານ ນາງ ໂຊໂນມິ ທະນາກະ (Sonomi Tanaka) ຜູ້ຕາງໜ້າ ADB ປະຈໍາ ສປປ ລາວ ກ່າວວ່າ: “ບັນຫາເຫຼົ່ານີ້ພວມສ້າງສິ່ງທ້າທາຍອັນໃຫຍ່ຫຼວງ ເຊິ່ງບໍ່ພຽງແຕ່ໃຫ້ປະຊາຊົນເທົ່ານັ້ນ, ແຕ່ຍັງຕໍ່ກັບການເງິນຂອງພາກລັດອີກດ້ວຍ. ການຄຸ້ມຄອງເສດຖະກິດມະຫາພາກໄດ້ດີ, ໄປພ້ອມກັບການແຊກແຊງ ເພື່ອປົກປ້ອງກຳລັງຊື້ແມ່ນຈຳເປັນ ເພື່ອຟື້ນຄວາມໝັ້ນໃຈຂອງຕະຫຼາດ.”
ຂອບໃຈຂໍ້ມູນຈາກ: https://cutt.ly/DVF0O3S
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment