YouTube ຖືວ່າເປັນໃນໜຶ່ງໃນແພລັດຟອມທີ່ຄົນຍອດນິຍົມຫຼາຍທີ່ສຸດໃນໂລກ ແລະ ຍັງເປັນແຫຼ່ງສ້າງລາຍໄດ້ຂອງບັນດາ Video Creator ຕ່າງໆ ຈາກທົ່ວທຸກມຸມໂລກ ແລະ ການໃຊ້ເພງຖືວ່າເປັນຄວາມທ້າທາຍສຳລັບບັນດາ Creator ຂອງ YouTube ເພາະວ່າທົ່ວໄປແລ້ວຫຼາຍຄົນທີ່ເປັນສາຍ creator ແມ່ນຈະນໍາໃຊ້ເພງທີ່ປອດລິຂະສິດມາປະກອບເປັນຄອນເທັ້ນວິດີໂອຂອງຕົນຂອງຕົນ ເພື່ອປ້ອງກັນບໍ່ໃຫ້ວິດີໂອຂອງພວກເຂົາຜິດລິຂະສິດ ແລະ ຖ້າຫາກຍັງນຳໃຊ້ເພງທີ່ມີລິຂະສິດໂດຍບໍ່ໄດ້ຮັບອະນຸຍາດອາດຈະສົ່ງຜົນໃຫ້ວິດີໂອດັ່ງກ່າວ ຖືກບລັອກ ຫຼືບາງສ່ວນແມ່ນຖືກປິດສຽງ ຫຼື ຍິ່ງກວ່ານັ້ນແມ່ນອາດຈະຖືກລຶບພ້ອມໂອນເງິນຈາກໄດ້ທີ່ໂຄສະນາທັງໝົດໄປໃຫ້ເຈົ້າຂອງເພງ.

ດ້ວຍເຫດນີ້ YouTube ໄດ້ແນມເຫັນບັນຫາດັ່ງກ່າວ ແລະ ຢາກຈະຫາຊ່ອງທາງຊ່ວຍບັນດາ creator ໂດຍການເພີ່ມ Creator Music ເຊິ່ງເປັນໂປຣແກມທາງເລືອກທີ່ເຮັດໃຫ້ຜູ້ຜະລິດວິດີໂອໄດ້ເລືອກໃຊ້ເພງແບບຖືກລິຂະສິດ.
ສໍາລັບໂປຣແກຣມ Creator Music ນີ້ມີນະໂຍບາຍທີ່ເຮັດໃຫ້ຜູ້ຜະລິດວິດີໂອເລືອກໃຊ້ເພງເຊິ່ງຕິດລິຂະສິດໄດ້ ໂດຍມີເງື່ອນໄຂວ່າຕ້ອງເລືອກແນວທາງຈາກຂໍ້ໃດໜຶ່ງຈາກ 2 ຂໍ້ດັ່ງນີ້:
- ຊື້ລິຂະສິດການໃຊ້ງານເພງ ໂດຍເລືອກຈ່າຍເງິນຜ່ານທາງລະບົບຂອງ YouTube ເລີຍ (ເຊິ່ງບໍ່ຕ້ອງໄປເສຍເວລາຕິດຕໍ່ຊື້ລິຂະສິດຜ່ານຊ່ອງທາງອື່ນ)
- ຫຼືຈະເລືອກແບ່ງລາຍໄດ້ 27.5% ທີ່ໄດ້ຈາກວິດີໂອທີ່ໃຊ້ເພງຕິດລິຂະສິດໃຫ້ກັບຜູ້ຖືຄອງສິດຂອງເພງນັ້ນໆ

ຢ່າງໃດກໍຕາມ ໂປຣແກຣມ Creator Music ນີ້ແມ່ນເລີ່ມປ່ອຍໃຫ້ໃຊ້ສະເພາະໃນສະຫະລັດອາເມຣິກາກ່ອນ ແລະ ຈະປ່ອຍໃຫ້ບັນດາຜູ້ຜະລິດວິດີໂອໃນປະເທດອື່ນໆທົ່ວໂລກໄດ້ໃຊ້ງານ ພາຍໃນປີໜ້າ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment