Zipmex ປະເຊີນກັບມໍລະສຸມຄັ້ງໃຫຍ່! SEC ໄດ້ເພີກຖອນໃບອະນຸຍາດຊື້ຂາຍ Crypto, ຫຼັງຈາກທິ່ອະດີດ CEO ໄດ້ຖືກກ່າວຫາວ່າມີການສໍ້ໂກງ


ໃນວັນທີ 10 ມິຖຸນາ, ຄະນະກຳມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ (SEC) ໄດ້ອອກມາປະກາດວ່າ ບໍລິສັດ ຊິບເມັກ ຈຳກັດ (Zipmex) ຈະຖືກຍົກເລີກການເປັນສູນການຄ້າສິນຊັບດິຈິຕອນ ແລະ ນາຍໜ້າຊື້ຂາຍສິນຊັບດິຈິຕອນ ເລີ່ມແຕ່ວັນທີ 28 ພຶດສະພາເປັນຕົ້ນໄປ.

ການເຄື່ອນໄຫວນີ້ເກີດຂຶ້ນຫຼັງຈາກລັດຖະມົນຕີການຄັງໄດ້ສະເໜີໃຫ້ SEC ຖອນໃບອະນຸຍາດທຸລະກິດຊັບສິນດິຈິຕອນຂອງ Zipmex, ເນື່ອງຈາກບໍລິສັດອາດມີຖານະທາງດ້ານການເງິນທີ່ບໍ່ຄ່ອຍດີ ເຊີ່ງອາດຈະກໍ່ໃຫ້ເກີດຄວາມເສຍຫາຍໃຫ້ແກ່ລູກຄ້າ. ລວມທັງການຂາດຄວາມສາມາດໃນການດໍາເນີນທຸລະກິດຢ່າງມີປະສິດທິພາບຕາມດໍາລັດວ່າດ້ວຍການດໍາເນີນທຸລະກິດຊັບສິນດິຈິຕອນ 2018 (ດໍາລັດວ່າດ້ວຍສິນຊັບດິຈິຕອນ).

SEC ໄດ້ມີມະຕິສັ່ງໃຫ້ Zipmex ແກ້ໄຂບັນຫາແລ້ວ, ແຕ່ບໍລິສັດບໍ່ສາມາດແກ້ໄຂບັນຫາໄດ້ພາຍໃນໄລຍະເວລາທີ່ກໍານົດໄວ້ໄດ້, ເຖິງແມ່ນວ່າ SEC ມີມະຕິໃຫ້ລະງັບໃບອະນຸຍາດຊົ່ວຄາວເພື່ອໃຫ້ບໍລິສັດ Zipmex ແກ້ໄຂບັນຫາດັ່ງກ່າວ.

ດັ່ງນັ້ນ, SEC ໄດ້ພິຈາລະນາວ່າ Zipmex ບໍ່ສາມາດແກ້ໄຂບັນຫາຕາມຄໍາສັ່ງ. ​ແລະ ​ໄດ້​ສະ​ເໜີ​ມະຕິ ​ແລະ ​ແນະນຳ​ໃຫ້​ລັດຖະມົນຕີ​ກະຊວງ​ການ​ຄັງ ພິຈາລະນາຖອນໃບອະນຸຍາດດຳເນີນທຸລະກິດສິນຊັບດິຈິຕອນ ປະເພດສູນການຄ້າຊັບສິນດິຈິຕອນ ແລະ ນາຍໜ້າຊັບສິນດິຈິຕອນ. ແລະສັ່ງໃຫ້ Zipmex ລະງັບການປະກອບທຸລະກິດສິນຊັບດິຈິຕອນຂອງຕົນ.

Zipmex ຕ້ອງໂອນຊັບສິນຄືນໃຫ້ລູກຄ້າ ຫຼື ຕາມການສັ່ງຂອງລູກຄ້າພາຍໃນ 15 ວັນ ແລະ ຖ້າລູກຄ້າບໍ່ມາແຈ້ງການຮ້ອງຂໍ ຫຼື ຮັບຊັບສິນຄືນພາຍໃນໄລຍະເວລາທີ່ກຳນົດ, Zipmex ຈະຕ້ອງຈັດໃຫ້ສິນຊັບຖືກຝາກເຂົ້າໃນລະບົບສໍາລັບອີກ 30 ມື້ນັບຈາກມື້ທີ່ໄດ້ຮັບແຕ່ວັນທີຄົບກໍານົດຂ້າງເທິງ ພ້ອມ​ທັງ​ລາຍ​ງານ​ແຕ່​ລະ​ຂັ້ນ​ຕອນ​ຂອງ​ການ​ດຳ​ເນີນ​ງານ​ໃຫ້ SEC ຮັບ​ຮູ້

ທັງນີ້, Zipmex ຍັງຄົງເປັນບໍລິສັດຈໍາກັດເຊິ່ງສິດທິໜ້າທີ່ ແລະ ຄວາມຮັບຜິດຊອບຕະຫຼອດຈົນອາດຈະຖືກຟ້ອງຮ້ອງຕາມກົດໝາຍໄດ້, ລູກຄ້າ Zipmex ສາມາດຕິດຕໍ່ເພື່ອເອົາຊັບສິນຂອງເຂົາເຈົ້າຄືນຜ່ານຊ່ອງທາງການຕິດຕໍ່ຂອງບໍລິສັດ ແລະ ຖ້າພວກເຂົາມີຄໍາຖາມໃດໆ, ເຂົາເຈົ້າສາມາດຕິດຕໍ່ ແລະ ສອບຖາມຂໍ້ມູນໄດ້ທີ່ເວັບໄຊ

www.sec.or.th

ທີ່ມາ:

sec.or.th

zipmex.co.th

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/