YG ຢືນຢັນທີມເດບິວ BABYMONSTER ມີ 7​ ຄົນ


YG Entertainment ປະກາດຢ່າງເປັນທາງການວ່າ BABYMONSTER ຈະເດບິວດ້ວຍສະມາຊິກທັງ 7 ຄົນ ຄາດວ່າຈະເປີດຕົວໃນລະດູການໄມ້ໃບຫຼົ່ນໃນປີ 2023 ຫຼັງຈາກການຜ່ານການເຝິກຊ້ອມ ແລະ ການແຂ່ງຂັນໃນການຊິງຕຳແໜ່ງເພື່ອທີ່ຈະໄດ້ເດບິວ.

ເມື່ອວັນທີ 11 ພຶດສະພາ 2023 ທີ່ຜ່ານມາ ປະທານ ຢາງ ຫຼື Yang Hyun Suk ປະທານຄະນະເຈົ້າໜ້າທີ່ບໍລິຫານ ໄດ້ອອກມາປະກາດ Final lineup ຜ່ານວິດີໂອ BABYMONSTER DEBUT MEMBER ANNOUNCEMENT VIDEO ໃຫ້ແຟນໆທົ່ວໂລກ ທີ່ຕ່າງກໍລໍຖ້າເບິ່ງ Girl Group ນ້ອງໃໝ່ຈາກຄ້າຍ YG Entertainment ໃນຮອບ 7 ປີ ຫຼັງຈາກຄັ້ງຫຼ້າສຸດຄື BLACKPINK.

ໂດຍໃນວິດີໂອປະກາດສະມາຊິກ ຢ່າງເປັນທາງການປະທານ ຢາງ ຫຼືຢາງຮອນຊອກ ໄດ້ເປີດເຜີຍສະມາຊິກທັງໝົດວ່າ ມີ 5 ຄົນຄື: Ahyeon, Ruka, Chiquita, Haram ແລະ Pharita ໄດ້ຮັບເລືອກເປັນສະມາຊິກຂອງ Girl Group ນ້ອງໃໝ່ BABYMONSTER ໂດຍປະທານ ຢາງ. ແຕ່ຢ່າງໃດກໍຕາມ ເນື່ອງຈາກຄວາມຕ້ອງການຂອງແຟນໆໃນການລວມສະມາຊິກ Rora ແລະ Asa ເຂົ້າມາເປັນສະມາຊິກ BABYMONSTER ໃນທີ່ສຸດປະທານຢາງ ກໍປະກາດວ່າສະມາຊິກທັງສອງຈະໄດ້ເດບິວ ເປັນສະມາຊິກ BABYMONSTER ທີ່ແຟນໆເລືອກ ຫຼື ທີມສິລະປິນຂອງ  YG Family.

ສະຫຼຸບແລ້ວ BABYMONSTER ຈະເຮັດກິດຈະກຳວົງແບບທັງໝົດ 7​ ຄົນ ໂດຍມີສະມາຊິກຄື Ahyeon , Ruka , Chiquita , Haram, Pharita, Rora ແລະ Asa ເຊິ່ງຈະເປັນສະມາຊິກສັນຊາດເກົາຫຼີໃຕ້ 3 ຄົນ, ສັນຊາດຍີ່ປຸ່ນ 2 ຄົນ ແລະ ສັນຊາດໄທອີກ 2 ຄົນ ນັບເປັນເທື່ອທຳອິດຂອງຄ້າຍ YG Entertainment ທີ່ມີຈຳນວນສະມາຊິກຕ່າງຊາດຫຼາຍກວ່າເກົາຫຼີໃຕ້ ແລະ ເປັນຄັ້ງທຳອິດທີ່ Girl Group ມີສະມາຊິກຫຼາຍກວ່າ 4 ຄົນ.

ນອກຈາກນີ້ ປະທານຢາງ ຍັງກ່າວອີກວ່າຈະເຮັດກິດຈະກຳແບບວົງທີ່ມີສະມາຊິກ 7​ ຄົນແລ້ວ BABYMONSTER ຈະຍັງມີກິດຈະກຳແບບຍູນິດເພື່ອໃຫ້ສະມາຊິກແຕ່ລະຄົນໄດ້ສະແດງສັກກະຍະພາບໄດ້ເຕັມທີ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/