“ພິທາ ລິ້ມຈະເຣີນຣັດ” ຫົວໜ້າພັກກ້າວໄກໄດ້ໃຫ້ສຳພາດເຖິງ Crypto ແລະ Blockchain ເພື່ອໃຊ້ໃນການພັດທະນາປະເທດ


ພິທາ ລິ້ມຈະເຣີນຣັດ (Pita Limjaroenrat) ຫົວໜ້າພັກກ້າວໄກໄດ້ໃຫ້ສໍາພາດກັບເພຈ Money Buffalo ເຊິ່ງເປັນເພຈທີ່ເວົ້າກ່ຽວກັບການເງິນ, ການລົງທຶນ ແລະ ເສດຖະກິດໃຫ້ເຂົ້າໃຈໄດ້ງ່າຍ ແລະ ນຳມາປະກອບໃນການຕັດສິນໃຈໄດ້.

ໃນການສຳພາດ ພິທາ ໄດ້ສະແດງຄວາມຄິດເຫັນໃນເລື່ອງການນຳໃຊ້ເທັກໂນໂລຢີ ແລະ Crypto ເພື່ອມາໃຊ້ໃນການພັດທະນາປະເທດໂດຍກ່າວວ່າ “ຂ້ອຍເອງກໍສົນໃຈໃນ Layer-2 blockchain ຂະໜາດໃຫຍ່ຢູ່ 2–3 ຕົວທີ່ເບິ່ງຄືວ່າບໍ່ມີຄວາມສ່ຽງຫຼາຍເກີນໄປ ແລະ ມີຄວາມສົນໃຈໃນການນໍາເອົາເທັກໂນໂລຍີ blockchain ໄປສູ່ພາກລັດ”

ພິທາ ໄດ້ຍົກຕົວຢ່າງໃຫ້ເຫັນເຖິງການນໍາໃຊ້ເທັກໂນໂລຍີ blockchain ໃນການຄຸ້ມຄອງທີ່ດິນໃນປະເທດສະວີເດນ ເຊິ່ງການນໍາໃຊ້ເທັກໂນໂລຍີ blockchain ໃນການຄຸ້ມຄອງພາກລັດ ມັນຈະຊ່ວຍໃຫ້ສາມາດເຫັນການປ່ຽນແປງໃນຂໍ້ມູນຕ່າງໆໄດ້ຊັດເຈນຂຶ້ນ.

ໃນຂະນະດຽວກັນ, ພິທາ ກໍຍັງແນມເຫັນກ່ຽວກັບສະກຸນເງິນດິຈິຕອລ ຫຼື Crypto ວ່າສະກຸນເງິນເຫຼົ່ານີ້ ມັນສາມາດນໍາໃຊ້ໃນການຄ້າຂາຍລະຫວ່າງປະເທດເພື່ອລົດຜ່ອນຄ່າທໍານຽມໃນການເຮັດທຸລະກໍາ, ພ້ອມທັງຍັງມີຄວາມຄິດໃນການຈະພິຈາລະນາສ້າງ Stablecoin ທີ່ເປັນເຈົ້າຂອງໂດຍລັດເອງ ເຊິ່ງສາມາດປຽບທຽບໄດ້ຈາກລະບົບການເງິນແບບດັ້ງເດີມທີ່ມີຢູ່ໃນປະເທດເຊັ່ນ: ລະບົບ PromptPay ວ່າລະບົບໃດຈະສາມາດເຮັດທຸລະກຳໄດ້ວ່ອງໄວຫຼາຍກວ່າ ເພື່ອອຳນວຍຄວາມສະດວກໃນການຊຳລະເງິນລະຫວ່າງປະເທດ.

ນອກຈາກນັ້ນ, ພິທາ ຍັງຖິ້ມທ້າຍໄວ້ວ່າ ຄວາມຮູ້ທາງດ້ານການເງິນ ມັນບໍ່ແມ່ນພຽງແຕ່ບັນຫາສ່ວນບຸກຄົນ. ແຕ່ມັນເປັນບັນຫາດ້ານການສຶກສາ ທີ່ປະເທດໄທ​ອາດຈະຍັງ​ບໍ່​ໄດ້​ເຝິກອົບຮົມກ່ຽວກັບການເງິນໃຫ້ປະຊາຊົນຢ່າງພຽງພໍ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/