Xiumin-Chen-Baekhyun ຂໍຍົກເລີກສັນຍາກັບຕົ້ນສັງກັດ SM Entertainment ເນື່ອງຈາກສັນຍາທີ່ບໍ່ຍຸຕິທຳ


ຕົວແທນທາງກົດໝາຍຂອງ Xiumin-Chen-Baekhyun ສະມາຊິກວົງ EXO ວົງ K-POP ຊື່ດັງຈາກເກົາຫຼີໃຕ້ໄດ້ອອກມາເປີດເຜີຍກັບສື່ເຖິງການດຳເນີນການ ຍື່ນເລື່ອງຂໍຍົກເລີກສັນຍາກັບທາງຕົ້ນສັງກັດຢ່າງ SM Entertainment ເນື່ອງຈາກກ່ຽວກັບຄວາມບໍ່ຍຸຕິທຳຂອງສັນຍາພິເສດ.

ວັນທີ 1 ມິຖຸນາ 2023 ທະນາຍ Lee Jae-hak ຈາກ Lin Law Firm ເຊິ່ງເປັນຕົວແທນທາງກົດໝາຍຂອງທັງ 3 ຄົນ ຄື Xiumin-Chen-Baekhyun ໄດ້ອອກມາຖະແຫຼງການຢ່າງເປັນທາງການ ກ່ຽວກັບຄວາມບໍ່ຍຸຕິທຳຂອງສັນຍາພິເສດລະຫວ່າງ Xiumin-Chen-Baekhyun ແລະ SM Entertainment.

ຫຼັງຈາກທັງ 3 ໄດ້ຍື່ນເອກະສານທັງໝົດ 7 ຄັ້ງ ເພື່ອຂໍເບິ່ງລາຍລະອຽດທີ່ກ່ຽວຂ້ອງກັບລາຍໄດ້ ແລະ ການຮັບຊຳລະເງິນລະວ່າງ ເດືອນມີນາ ຮອດ ເດືອນພຶດສະພາ ທີ່ຜ່ານມາ ໂດຍປະເດັນບັນຫາທີ່ເກີດຂຶຶ້ນທາງຕົວແທນຂອງທັງ 3 ໄດ້ຊີ້ແຈງວ່າມາຈາກຄວາມຕ້ອງການຮູ້ລາຍລະອຽດທີ່ຊັດ ແລະ ຄວາມໂປ່ງໃສໃນການຄິດຄຳນວນໃນເລື່ອງລາຍໄດ້ ເຊິ່ງເປັນສິດທິຂັ້ນພຶ້ນຖານຂອງສິລະປິນ ແຕ່ທາງຕົ້ນສັງກັດ SM Entertainment ໄດ້ປະຕິເສດເລື່ອງນີ້ ແລະ ລະບຸວ່າບໍ່ສາມາດເປີດເຜີຍຂໍ້ມູນເລື່ອງນີ້ໃຫ້ສິລະປິນຮູ້ໄດ້.

ນອກຈາກນີ້ຍັງມີການເປີດເຜີຍເຖິງເລື່ອງຂອງໄລຍະເວລາໃນສັນຍາທີ່ທາງ SM Entertainment ໄດ້ພະຍາຍາມໃຫ້ເຊັນສັນຍາເພື່ອຂະຫຍາຍເວລາສັນຍາໃຫ້ຍາວນານເຖິງ 17-18 ປີ ເນື່ອງຈາກສັນຍາການເຮັດກິດຈະກຳ 12-13 ປີ ທີ່ມີມາກ່ອນນັ້ນບໍ່ພຽງພໍ ເຊິ່ງບໍ່ມີຄວາມຍຸຕິທຳ ແລະ ເຮັດໃຫ້ຮູ້ສຶກເໝືອນກັບການເປັນສັນຍາທາດມີ່ຖືກບີບບັງຄັບໂດຍອຳນາດຂອງການເປັນບໍລິສັດໃນອຸດສາຫະກຳບັນເທີງ ໂດຍສັນຍາດັ່ງກ່າວຈະບໍ່ໄດ້ກ່ຽວຂ້ອງກັບຂອງ EXO ທີ່ເປັນວົງຫຼັກ ເປັນພຽງສັນຍາພິເສດຂອງຢູນິດ EXO-CBX.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/