Will Smith ປະກາດລາອອກຈາກ ສະມາຊິກສະຖາບັນອອສກ້າ ເພື່ອຮັບຜິດຊອບຈາກເຫດການຕົບໜ້າ Chris Rock


ຈາກເຫດການທີ່ Will Smith ໄດ້ຂຶ້ນໄປຕົບໜ້າ Chris Rock ໃນງານປະກາດຮາງວັນ ອອສກ້າ ຄັ້ງທີ 94 ໃນວັນທີ 27 ມີນາທີ່ຜ່ານມາກໍໄດ້ເຮັດໃຫ້ດາຣາ-ສິລະປິນໃນງານ ແລະ ຄົນທົ່ວໂລກຕ່າງກໍຕົກໃຈໄປຕາມໆກັນ.

ເຊິ່ງຫຼັງຈາກເກີດເຫດການນີ້ແລ້ວ ກໍໄດ້ມີຄຳວິຈານເຖິງ Will Smith ອອກມາໃນດ້ານລົບຢ່າງຫຼວງຫຼາຍ ແລະ ຫຼ້າສຸດນີ້ Will ກໍໄດ້ອອກມາຖະແຫຼງການລາອອກຈາກການເປັນສະມາຊິກສະຖາບັນອອສກ້າເປັນທີ່ຮຽບຮ້ອຍ ເພື່ອສະແດງເຖິງຄວາມຮັບຜິດຊອບ.

ໂດຍໃນວັນທີ 1 ເມສາ ທີ່ຜ່ານມາ Will ໄດ້ອອກມາຖະແຫຼງການປະກາດລາອອກຈາກສະຖາບັນ Academy of Motion Pictures Arts & Sciences ຜູ້ຈັດພິທີມອບຮາງວັນອອສກ້າ ເພື່ອຮັບຜິດຊອບຕໍ່ການກະທຳອັນຮ້າຍແຮງຂອງ Will ທີ່ເກີດຂຶ້ນເທິງເວທີອອສກ້າ.

ໃນຖະແຫຼງການ Will ຍັງເຜີຍອີກວ່າສິ່ງທີ່ລາວເຮັດເປັນສິ່ງທີ່ “ໜ້າຕົກໃຈ ເຈັບປວດ ແລະບໍ່ອາດໃຫ້ອະໄພໄດ້” ເຊິ່ງການກະທໍານີ້ເຮັດໃຫ້ຫຼາຍຄົນຕ້ອງເຈັບປວດ ທັງຜູ້ຮ່ວມງານ ໂດຍສະເພາະ Chris ແລະ ຄອບຄົວ.

ໃນຕອນທ້າຍຂອງການຖະແຫຼງການ Will ເຜີຍວ່າ:

“ຂ້ອຍຮູ້ສຶກໃຈສະຫຼາຍ ຂ້ອຍຕ້ອງການກັບໄປໃຫ້ຄວາມສຳຄັນຕໍ່ຄົນທີ່ສົມຄວນໄດ້ຮັບຄວາມສົນໃຈຈາກຄວາມສຳເລັດຂອງພວກເຂົາ ແລະເຮັດໃຫ້ສະຖາບັນໄດ້ກັບໄປເຮັດວຽກທີ່ສຸດຍອດເພື່ອສະໜັບສະໜູນຄວາມຄິດສ້າງສັນແລະສິລະປະການເຮັດຮູບເງົາຕໍ່ໄປ

ການປ່ຽນແປງຕ້ອງໃຊ້ເວລາ ແລະຂ້ອຍມຸ່ງໝັ້ນທີ່ຈະເຮັດວຽກເພື່ອໃຫ້ແນ່ໃຈວ່າ ຂ້ອຍຈະບໍ່ມີມື້ຍອມໃຫ້ຄວາມຮຸນແຮງຢູ່ເໜືອເຫດຜົນອີກ”.

ທັງນີ້ ທາງປະທານສະຖາບັນ David Rubin ໄດ້ອອກມາຕອບກັບຖະແຫຼງການຂອງ Will ແລະ ຍອມຮັບໃຫ້ກັບຄວາມຜິດພາດຄັ້ງກ່ອນ ພ້ອມເຜີຍວ່າຈະມີການດຳເນີນກວດສອບວິໄນຂອງ Will ເນື່ອງຈາກລະເມີດມາດຕະຖານຄວາມປອດໄພຂອງສະຖາບັນ.

ໂດຍຄະນະກຳມະການຈະປະຊຸມວັນທີ 18 ເມສາ 2022 ອີກຄັ້ງເພື່ອປຶກສາຫາລືກ່ຽວກັບເລື່ອງນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/