ຣັດເຊຍກ່າວວ່າ ໂລກກຳລັງເຂົ້າສູ່ລະບຽບໂລກໃໝ່ທີ່ມີຣັດເຊຍ ແລະ ຈີນເປັນຜູ້ນຳ


ໃນວັນທີ 31 ມີນາທີ່ຜ່ານມາ ເຊີເກ ລາຟຣອຟ (Sergey Lavrov) ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ໄດ້ອອກມາບອກວ່າໂລກກຳລັງເຂົ້າສູ່ໄລຍະເວລາປະຫວັດສາດໃນລະບົບຄວາມສຳພັນລະຫວ່າງປະເທດ ເປັນລະບົບລະບຽບໂລກໃໝ່ທີ່ເປີດໂອກາດໃຫ້ຣັດເຊຍ ແລະ ຈີນກ້າວຂຶ້ນເປັນຜູ້ນຳ.

“ເຮົາຈະກ້າວເຂົ້າໄປສູ່ລະບົບລະບຽບໂລກທີ່ມີຫຼາຍອຳນາດດ້ວຍກັນ ເປັນລະບຽບໂລກທີ່ເປັນປະຊາທິປະໄຕ”

ການປະກາດຈຸດຢືນດັ່ງກ່າວມີຂຶ້ນຂະນະທີ່ ເຊີເກ ລາຟຣອຟ ເດີນທາງມາຈີນຢ່າງເປັນທາງການເພື່ອເຂົ້າພົບ ຫວັງອີ້ (Wang Yi ) ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ແລະ ກະຊັບຄວາມສຳພັນລະຫວ່າງທັງສອງປະເທດ ເຊິ່ງນີ້ນັບເປັນຄັ້ງທຳອິດທີ່ທາງຣັດເຊຍເດີນທາງມາຈີນ ຕັ້ງແຕ່ກອງທັບຣັດເຊຍເປີດສາກບຸກໂຈມຕີຢູເຄຣນໃນໄລຍະທ້າຍເດືອນກຸມພາທີ່ຜ່ານມາ.

ໂດຍຫວັງອີ້ ລະບຸວ່າ “ຄວາມສຳພັນລະຫວ່າງຈີນ-ຣັດເຊຍຍັງແໜ້ນແຟ້ນ ທ່າມກາງບົດທົດສອບໃໝ່ໆ ໃນພູມສັນຖານລະຫວ່າງປະເທດ ກໍຍັງຢູ່ໃນແນວທາງທີ່ຖືກຕ້ອງ ແລະ ສະທ້ອນເຖິງໄລຍະການພັດທະນາຄວາມສຳພັນທີ່ມີຄວາມລ່ຽນໄຫຼ ທັງສອງປະເທດເຫັນພ້ອງພັດທະນາຄວາມສຳພັນແບບທະວິພາຄີໃນຫຼາກຫຼາຍມິຕິຫຼາຍຂຶ້ນ”.

ທາງດ້ານ ເຈເຣມີ ເຟລມມິງ ຜູ້ອຳນວຍການໜ່ວຍຂ່າວ GCHQ ຂອງສະຫະຣາຊະອານາຈັກ ແລະ ຈີນ ແນະນຳຈີນວ່າ ການເປັນພັນທະມິດກັບຣັດເຊຍ ປະເທດທີ່ບໍ່ສົນໃຈຕໍ່ລະບຽບໂລກໃນປັດຈຸບັນແລະຖືກຂວ້ຳບາດຈາກຫຼາຍປະເທດທົ່ວໂລກ ຈະບໍ່ສະໜັບສະໜູນຈຸດຢືນຂອງຈີນໃນການກ້າວຂຶ້ນເປັນມະຫາອຳນາດຂອງໂລກ.

“ໃນໄລຍະຍາວ ຣັດເຊຍຈະຮູ້ວ່າ ຈີນຈະກ້າວຂຶ້ນມາເປັນປະເທດທີ່ມີຄວາມເຂັ້ມແຂງທາງດ້ານການທະຫານແລະເສດຖະກິດ ຜົນປະໂຫຍດບາງສ່ວນທີ່ຂັດກັນອາດເຮັດໃຫ້ຣັດເຊຍຕ້ອງຖືກບີບອອກຈາກຄວາມສຳພັນໄດ້”

ໂດຍການຕັດສິນໃຈສະໜັບສະໜູນແລະໃກ້ຊິດຣັດເຊຍໃນໄລຍະເຮັດສົງຄາມໂຈມຕີຢູເຄຣນ ອາດຈະສົ່ງຜົນໃຫ້ສະຫະລັດອາເມຣິກາແລະບັນດາຊາດໃນຢູໂຣບຮັກສາໄລຍະຫ່າງກັບຈີນ ອີກທັງຈີນຮັບຮູ້ດີວ່າ ການປະກາດຮອງຮັບເອກະລາດໃຫ້ກັບແຄວ້ນໃນດອນບາສ ແລະ ການເຮັດສົງຄາມໂຈມຕີອະທິປະໄຕຢູເຄຣນ ຂັດຕໍ່ຄວາມເຊື່ອ ແລະ ຄ່ານິຍົມຂອງຈີນ ອາດສະທ້ອນກັບມາກ່ຽວຂ້ອງກັບກໍລະນີຂອງໄຕ້ຫວັນ ນັບເປັນໄລຍະເວລາທີ່ຈີນຕ້ອງພິຈາລະນາການດຳເນີນນະໂຍບາຍຕ່າງປະເທດຢ່າງຮອບຄອບ.

ນອກຈາກປະເທດຈີນແລ້ວ ລາຟຣອຟ ຍັງເດີນທາງຢ້ຽມຢາມອິນເດຍຢ່າງເປັນທາງການ ເພື່ອເຂົ້າພົບນະເຣນທຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍ ເພື່ອກະຊັບຄວາມສຳພັນແລະຫາແຮງສະໜັບສະໜູນໃນສົງຄາມໂຈມຕີຢູເຄຣນໃນຄັ້ງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/