WHO ອອກມາເຕືອນວ່າລີງບໍ່ມີສ່ວນກ່ຽວຂ້ອງ! ຫຼັງຈາກລີງໃນບຣາຊິລຖືກຂ້າຫຼາຍສິບໂຕ ເພາະຄົນເລີ່ມຢ້ານການແຜ່ລະບາດຂອງໂຣກໝາກສຸກລີງ

WHO

ໃນຂະນະນີ້ສະຖານະການຂອງໂຣກໝາກສຸກລີງທົ່ວໂລກ ແມ່ນຍັງມີການລະບາດຢູ່ເລື້ອຍໆ ເຮັດໃຫ້ຄົນສ່ວນໜຶ່ງໃນບຣາຊິລເລີ່ມຢ້ານໂຣກດັ່ງກ່າວ ຈົນເປັນສາເຫດເຮັດໃຫ້ເຂົາເຈົ້າຄິດວ່າລີງເປັນຕົ້ນເຫດຂອງໂຣກໝາກສຸກລີງ ເຊິ່ງມັນນໍາມາເຊິ່ງການກໍາຈັດລີງໄປແລ້ວກວ່າ 10 ໂຕ.

WHO

ເມື່ອວັນທີ 10 ສິງຫາ ສຳນັກຂ່າວຕ່າງປະເທດຢ່າງ AP ໄດ້ອ້າງອີງຈາກເວັບໄຊຂ່າວຂອງບຣາຊິລໂດຍລະບຸວ່າ ໃນໄລຍະບໍ່ຮອດ 1 ອາທິດມີລີງຖືກວາງຢາໄປແລ້ວ 10 ໂຕ ໃນເມືອງເຊົາໂຄເຊໂດຣິໂອເປຣໂຕ ຂອງລັດເຊົາເປົາໂລ ແລະຍັງພົບອີກວ່າມີເຫດການທີ່ຄ້າຍໆກັນເກີດຂຶ້ນໃນເມືອງອື່ນໆ ຂອງບຣາຊິລອີກພ້ອມ.

ຂໍ້ມູນຈາກ ອົງການອະນາໄມໂລກ (WHO) ລະບຸວ່າ ໃນບຣາຊິລພົບຜູ້ປ່ວຍໂຣກໝາກສຸກລີງແລ້ວເປັນຈໍານວນ 1,700 ກໍລະນີ ພ້ອມນີ້ທາງກະຊວງສາທາລະນະສຸກຂອງບຣາຊິລຢືນຢັນວ່າມີຜູ້ເສຍຊີວິດແລ້ວ 1 ຄົນຈາກໂຣກໝາກສຸກລີງ ເມື່ອວັນທີ 29 ກໍລະກົດ 2022 ເຊີ່ງຖືວ່າຜູ້ເສຍຊີວິດຈາກໂຣກດັ່ງກ່າວເປັນກໍລະນີທຳອິດຂອງໂລກທີ່ຢູ່ນອກແອຟຣິກາ.

WHO

ແລະສຳລັບກໍລະນີການທຳຮ້າຍລີງ ລວມໄປເຖິງການເຮັດໃຫ້ພວກມັນຕາຍ ທາງດ້ານ WHO ຕ້ອງໄດ້ອອກມາຊີ້ແຈງໃນງານຖະແຫຼງຂ່າວທີ່ນະຄອນເຈນິວາ ປະເທດສະວິດເຊີແລນ ເມື່ອວັນທີ 9 ສິງຫາທີ່ຜ່ານມາ ໂດຍຍ້ຳວ່າການແຜ່ລະບາດຂອງໂຣກໝາກສຸກລີງທີ່ເກີດຂຶ້ນໃນປັດຈຸບັນແມ່ນມັນບໍ່ໄດ້ມີຄວາມກ່ຽວຂ້ອງກັບລີງ.

ມາກາເຣັດ ແຮຣິສ (Margaret Harris) ໂຄສົກຂອງ WHO ບອກວ່າ “ສິ່ງທີ່ຄົນຕ້ອງຮູ້ຄືການຕິດຕໍ່ໂຣກທີ່ເຮົາກໍາລັງເຫັນຢູ່ ເປັນສິ່ງທີ່ເກີດຂຶ້ນລະຫວ່າງມະນຸດກັບມະນຸດ” ພ້ອມບອກອີກວ່າ ສຳລັບການແຜ່ລະບາດຄັ້ງນີ້ “ຄົນບໍ່ຄວນໄປທໍາຮ້າຍສັດເລີຍ”.

WHO

ພ້ອມກັນນັ້ນ WHO ອະທິບາຍວ່າ ເຊື້ອໄວຣັສໝາກສຸກລີງແມ່ນສາມາດພົບໄດ້ໃນສັດຫຼາຍຊະນິດ ເຊັ່ນ: ສັດປະເພດໜູ ພຽງແຕ່ຕົວເຊື້ອດັ່ງກ່າວມັນມີຊື່ເອີ້ນວ່າ “ໝາກສຸກລີງ” ນັ້ນກໍເພາະວ່າມັນຖືກພົບຄັ້ງທຳອິດໃນລີງທີ່ສວນສັດປະເທດເດັນໝາກ ແລະປັດຈຸບັນນີ້ການແຜ່ລະບາດແມ່ນເກີດຂຶ້ນລະຫວ່າງມະນຸດກັບມະນຸດເປັນຫຼັກ ພ້ອມຍ້ຳວ່າບໍ່ຄວນມີມະນຸດ ຫຼື ສັດຊະນິດໃດຖືກກ່າວປະນາມວ່າເປັນຕົ້ນຕໍຂອງໂຣກນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ