WHO ຊີ້ ລະດູໜາວນີ້ ຊາວຢູເຄຣນ ຫຼາຍລ້ານຊີວິດ ກຳລັງຕົກຢູ່ໃນອັນຕະລາຍ ຫຼັງຣັດເຊຍລະດົມໂຈມຕີລະບົບພື້ນຖານໂຄງລ່າງ


ປະຕິເສດບໍ່ໄດ້ວ່າ ຄວາມຮຸນແຮງທີ່ເກີດຈາກຂໍ້ຂັດແຍ້ງ ລະຫວ່າງ ຣັດເຊຍ ແລະ ຢູເຄຣນ ນັ້ນ ໄດ້ສ້າງຄວາມເສຍຫາຍ ແລະ ຜົນກະທົບສະພາບເສດຖະກິດ ແລະ ສະພາບການເປັນຢູ່ຂອງຄົນເປັນວົງກວ້າງ ໂດຍສະເພາະ ແມ່ນປະຊາຊົນ ຊາວຢູເຄຣນ.

ຫຼ້າສຸດ WHO ຫຼື ອົງກອນອະນາໄມໂລກ ໄດ້ຊີ້ວ່າ ລະດູໜາວປີນີ້ ປະຊາຊົນຫຼາຍລ້ານຊີວິດ ໃນຢູເຄຣນກຳລັງຕົກຢູ່ໃນອັນຕະລາຍ ເນື່ອງຈາກສະພາບອາກາດທີ່ໜາວຫຼາຍ ແລະ ການໂຈມຕີແຫຼ່ງພະລັງງານຂອງຢູເຄຣນຢ່າງຕໍ່ເນື່ອງ ຂອງຣັດເຊຍ.

ດຣ. ຮານ ອອງຣີ ພີ ຄຸກ ຜູ້ອຳນວນການອົງກອນອະນາໄມໂລກ ລະບຸວ່າ ໂຄງສ້າງດ້ານພະລັງງານຂອງຢູເຄຣນຫຼາຍກວ່າເຄິ່ງໜຶ່ງໄດ້ຮັບຄວາມເສຍຫາຍ ຫຼືບໍ່ກໍຖືກທຳລາຍຢ່າງໜັກ ເປັນເຫດໃຫ້ປະຊາຊົນກວ່າ 10ລ້ານຄົນ ບໍ່ມີໄຟຟ້າໃຊ້ ພ້ອມຍັງຄາດການວ່າອຸນຫະພູມໃນບາງພື້ນທີ່ຂອງ ຢູເຄຣນ ອາດຈະລົດລົງຕໍ່າເຖິງ -20ອົງສາ.

ໂດຍໂຮງໄຟຟ່າ ພະລັງງານ ນິວເຄຼຍ ສະປໍຣິສເຊຍ ທີ່ເຄີຍຜະລິດໄຟຟ້າກວ່າ 25% ຂອງກະແສໄຟຟ້າທີ່ໃຊ້ໃນ ຢູເຄຣນ ກໍບໍ່ສາມາດຜະລິດໄຟຟ້າໄດ້ອີກຕໍ່ໄປ ເນື່ອງຈາກຕົກເປັນເປົ້າໝາຍຂອງການໂຈມຕີຢ່າງຕໍ່ເນື່ອງ.

WHO ຍັງລາຍງານອີກວ່າ ນອກຈາກແຫຼ່ງຜະລິດພະລັງງານທີ່ສຳຄັນຫຼາຍແຫ່ງຂອງ ຢູເຄຣນ ທີ່ຕົກເປັນເປົ້າການໂຈມຕີແລ້ວ ໂຄງສ້າງດ້ານສາທາລະນະສຸກເອງ ກໍໄດ້ຮັບລາຍງານວ່າຖືກໂຈມຕີເຊັ່ນດຽວກັນ ໂດຍໃນລາຍງາຍລະບຸວ່າ ນັບແຕ່ເປີດສາກການສູ້ຮົບ ໂຄງສ້າງດ້ານສາທາລະນະສຸກ ຖືກໂຈມຕີໄປແລ້ວ 703 ຄັ້ງ.

ທັງພະແນກ ແມ່ ແລະ ເດັກ ທີ່ຈຳເປັນຕ້ອງໃຊ້ຕູ້ອົບ, ທະນາຄານເລືອດ ທີ່ຕ້ອງໃຊ້ຕູ້ເຢັນໃນການເກັບຮັກສາເລືອດ ຫຼື ແມ່ນແຕ່ຫ້ອງສຸກເສີນທີ່ຈຳເປັນຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ ເຊິ່ງທັງໝົດທີ່ກ່າວມານັ້ນລ້ວນແຕ່ຕ້ອງອາໄສພະລັງງານໄຟຟ້າ ທັງໝົດ. ຍັງບໍ່ນັບລວມຜູ້ປ່ວຍພະຍາດຕ່າງໆ ທີ່ຕ້ອງຮັບຢາຕໍ່ເນື່ອງ ແຕ່ຕ້ອງຂາດແຄນ ເນື່ອງຈາກສະພາບການດັ່ງກ່າວ.

ນອກຈາກນີ້ ຍັງມີພະຍາດໂຄວິດທີ່ຈະແຜ່ລະບາດຫຼາຍຍິ່ງຂຶ້ນໃນໄລຍະ ລະດູໜາວ ເຊິ່ງປະຊາຊົນ ຢູເຄຣນ ຫຼາຍລ້ານຄົນຍັງບໍ່ໄດ້ຮັບວັກຊີນ ເຂັມກະຕຸ້ນ ເພື່ອຮັບມືກັບພະຍາດດັ່ງກ່າວເທື່ອ ເຮັດໃຫ້ຊີວິດພວກເຂົາຕ້ອງປະເຊີນກັບຄວາມສ່ຽງ ຫຼາຍຂຶ້ນຕື່ມອີກ.

ໂດຍ ດຣ. ຄຸກ ເຜີຍວ່າ ໂຮງໝໍ ແລະ ສູນບໍລິການດ້ານສາທາລະນະສຸກ ຈຳນວນຫຼາຍ ບໍ່ສາມາດໃຫ້ບໍລິການໄດ້ ຢ່າງມີປະສິດທິພາບ ເນື່ອງຈາກຂາດແຄນພະລັງງານ. ນໍ້າ ແລະ ກະແສໄຟຟ້າ ຫຼາຍແຫ່ງກໍໄດ້ຮັບຄວາມເສຍຫາຍຈາກການໂຈມຕີຈາກທາງອາກາດຂອງທາງກອງທັບຣັດເຊຍ ເຊິ່ງມັນໄດ້ສ້າງຄວາມທ້າທາຍໃຫ້ກັບລະບົບສາທາລະນະສຸກຂອງ ຢູເຄຣນ ເປັນຢ່າງຍິ່ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/