ຊຽງຂວາງເຈົ້າພາບ ຄອງແຊ້ມຫຼຽນຄຳ ກິລາລອຍນໍ້າ ໃນການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ


ຈົບລົງໄປແລ້ວກັບການແຂ່ງຂັນ ກິລາລອຍນໍ້າ ຊຽງຂວາງເກມ ທີ່ເຮັດການແຂ່ງຂັນສຳເລັດໄປກ່ອນກິລາປະເພດອື່ນໆ ໃນລະຫວ່າງວັນທີ 19 ຫາ  22 ພະຈິກ 2022 ທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ.

ໂດຍການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ່ XI ເທື່ອນີ້ ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 37 ຄົນ, ຍິງ 12 ຄົນ, ຊາຍ 25 ຄົນ ມາຈາກ 5 ພາກສ່ວນ ຄື: ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ.

ຜ່ານການແຂ່ງຂັນເມື່ອວັນທີ 19 ຫາ  22 ພະຈິກ 2022 ທີ່ຜ່ານມາ ຜົນປາກົດວ່າ ເຈົ້າຫຼຽນຄຳເປັນຂອງເຈົ້າພາບ ແຂວງຊຽງຂວາງ ຄອງຫຼຽນຄຳກິລາປະເພດນີ້ ເປັນຄັ້ງປະຫວັດສາດ ຍາດໄດ້ 8 ຫຼຽນຄຳ ຈາກທັງໝົດ 27 ຫຼຽນຄຳ.

ໂດຍໃນງານຄັ້ງນີ້ ທັບນັກກິລາຈາກແຂວງ ແມ່ນສາມາດຄວ້າໄດ້ 8 ຫຼຽນຄຳ, 1 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 15 ຫຼຽນ; ອັນດັບ 2 ຕົກເປັນຂອງ ແຂວງຈຳປາສັກ ຄວ້າໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ, 7 ຫຼຽນທອງ ລວມ 21 ຫຼຽນ; ອັນດັບ 3​ ແຂວງ ແຂວງສະຫວັນນະເຂດ ໄດ້ 5 ຫຼຽນຄຳ, 6 ຫຼຽນເງິນ 6 ຫຼຽນທອງ ລວມ 17 ຫຼຽນ; ອັນດັບ 4 ນະຄອນຫຼວງວຽງຈັນ ໄດ້ 4 ຫຼຽນຄຳ, 8 ຫຼຽນເງິນ 6 ຫຼຽນທອງ ລວມ 18 ຫຼຽນ ແລະ ອັນດັບ 5 ແຂວງຫຼວງພະບາງ ຍາດມາໄດ້ 4 ຫຼຽນຄຳ, 3 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 10 ຫຼຽນ.

ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ກ່າວວ່າ: ສຳລັບຜົນງານຂອງນັກກິລາລອຍນໍ້າ ແຂວງຊຽງຂວາງ ໃນປີນີ້ ຖືວ່າເຮັດໄດ້ດີເດັ່ນ ເປັນຄັ້ງປະຫວັດສາດ, ໃນເບື້ອງຕົ້ນພວກເຮົາຄາດໝາຍໄວ້ແຕ່ 3 ຫຼຽນຄຳ ແຕ່ຜ່ານການແຂ່ງຂັນຕົວຈິງ ແມ່ນເຮັດໄດ້ລື່ນຄາດໝາຍໄປເຖິງ 8 ຫຼຽນຄຳ ຖືເປັນຄວາມພາກພູມໃຈຂອງຊາວແຂວງຊຽງຂວາງ.

ນອກຈາກນີ້ ທ່ານ ທອງຜິວ ສີປັນຍາ ຍັງໃຫ້ຮູ້ອີກວ່າ: ສຳລັບນັກກິລາທີ່ສາມາດຄວ້າຫຼຽນຄຳໄດ້ແມ່ນ ພວກເຮົາໄດ້ກຽມຮາງວັນໃຫ້ເປັນມູນຄ່າ 11 ລ້ານກີບ, ຫຼຽນເງິນ 8 ລ້ານກີບ ແລະ ສຳລັບຫຼຽນທອງ ແມ່ນ 6 ລ້ານກີບ.

ສຳລັບການມອບຫຼຽນຮາງວັນກິລາລອຍນໍ້າ ໃນງານກິລາແຫ່ງຊາດ ຄັ້ງນີ້ ແມ່ນຈະໄປມອບ-ຮັບ ຢູ່ທີ່ແຂວງຊຽງຂວາງເຈົ້າພາບ.

ສ່ວນການແຂ່ງຂັນກິລາປະເພດອື່ນໆ ແມ່ນຢູ່ແຂວງຊຽງຂວາງ ເຊິ່ງຈະເປີດການແຂ່ງຂັນ ຢ່າງເປັນທາງການ ໃນວັນທີ 13 ທັນວາ 2022 ທີ່ຈະມາເຖິງນີ້.

ຂອບໃຈຂໍ້ມູນຈາກ: https://cutt.ly/aM3duaR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/