Warner Bros. Pictures ເອີ້ນປະຊຸມດ່ວນ ຕັດສາກຂອງ Amber Heard ອອກຈາກ Aquaman 2


ນັບຕັ້ງແຕ່ຄະດີໝິ່ນປະໝາດ ທີ່ ຈອນນີ້ ເດບ ໄດ້ຟ້ອງຮ້ອງ ອະດີດພັນລະຍາຂອງລາວຢ່າງ ແອັມເບີ້ ເຮີດ ເຊິ່ງໄດ້ກາຍເປັນຫົວຂໍ້ການສົນທະນາຢ່າງກວ້າງຂວາງ ໃນທ້າຍເດືອນເມສາທີ່ຜ່ານມາ ເຮັດໃຫ້ກະແສຄວາມນິຍົມຂອງ ແອັມເບີ້ ເຮີດ ເບິ່ງຄືວ່າໄດ້ລົດລົງຢ່າງຫຼວງຫຼາຍ.


ຫຼ້າສຸດ ມີລາຍງານວ່າ Warner Bros. Pictures ຄ້າຍຮູບເງົາຜູ້ສ້າງ Aquaman 2 ມີແຜນຈະເອີ້ນປະຊຸມດ່ວນ ເພື່ອຫາລືກ່ຽວກັບ Aquaman 2 ແລະ ມີຄວາມເປັນໄປໄດ້ທີ່ຈະຕັດສາກຂອງ ແອັມເບີ້ ເຮີດ ອອກຈາກຮູບເງົາ ແບບບໍ່ໃຫ້ເຫຼືອແມ່ນແຕ່ສາກດຽວ.


ຂ່າວນີ້ເບິ່ງຄືວ່າມີມູນຄວາມຈິງຫຼາຍຂຶ້ນ ຫຼັງ ແອັມເບີ້ ເຮີດ ຂຶ້ນໃຫ້ການກັບສານ ໃນວັນຈັນ ທີ 16 ພຶດສະພາ ທີ່ຜ່ານມາ ກ່ຽວກັບຄວາມພະຍາຍາມຂອງ Warner ທີ່ຈະບີບລາວອອກຈາກ Aquaman 2.

ແອັມເບີ້ ເຮີດ ກ່າວວ່າ: “ຂ້ອຍໄດ້ມີຄວາມພະຍາຍາມໃນການຕໍ່ສູ້ ເພື່ອໃຫ້ຕົນເອງໄດ້ໄປຢູ່ໃນຮູບເງົາເລື່ອງນີ້ ແຕ່ພວກເຂົາບໍ່ໄດ້ຢາກໃຫ້ຂ້ອຍຢູ່ໃນນັ້ນ ຕອນທຳອິດຂ້ອຍໄດ້ຮັບບົດມາແລ້ວ ຈາກນັ້ນພວກເຂົາກໍໄດ້ປ່ຽນບົດ ເຊິ່ງບົດທີ່ຖືກຕັດອອກນັ້ນ ເປັນສາກການຕໍ່ສູ້ ວ່າກັນງ່າຍໆ ພວກເຂົາເອົາບົດຂອງຂ້ອຍອອກຫຼາຍພໍສົມຄວນເລີຍ”.


ກ່ອນໜ້ານີ້ ມີຊາວເນັດຫຼາຍກວ່າ 4 ລ້ານຄົນ ຮ່ວມລົງຊື່ເພື່ອຖອດຖອນ ແອັມເບີ້ ເຮີດ ອອກຈາກຮູບເງົາ Aquaman 2 ເທິງເວັບໄຊ Change.org. ຢ່າງໃດກໍຕາມ Aquaman2 ໄດ້ມີການເລື່ອນມື້ສາຍອອກໄປເປັນປີ 2023 ເປັນທີ່ຮຽບຮ້ອຍແລ້ວ ສ່ວນອະນາຄົດຂອງ ແອັມເບີ້ ເຮີດ ກັບຮູບເງົາເລື່ອງນີ້ຈະເປັນແນວໃດນັ້ນ ຕ້ອງຕິດຕາມກັນຕອນຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/