ປະເທດອິຕາລີ ບັນຈຸວິຊາສະພາບພູມອາກາດ ແລະ ຄວາມຍືນຍົງ ເປັນວິຊາຫຼັກໃນຊັ້ນມັດທະຍົມ


ປະເທດອິຕາລີເປັນປະເທດໜຶ່ງທີ່ໃຫ້ຄວາມສຳຄັນກັບບັນຫາສະພາບອາກາດ ແລະ ໄດ້ບັນຈຸວິຊາກ່ຽວກັບສະພາບອາກາດລົງໄປໃນຫຼັກສູດຊັ້ນປະຖົມ ແລະ ມັດທະຍົມ. ນັກຮຽນອາຍຸ 6-19 ປີ ຈະໄດ້ຮຽນຫຼັກສູດນີ້ 33 ຊົ່ວໂມງຕໍ່ປີ ມາຕັ້ງແຕ່ປີ 2019.

ນອກຈາກນັ້ນ ນັກຮຽນຍັງໄດ້ຮຽນກ່ຽວກັບມົນລະພິດທາງທະເລ, ການໃຊ້ຊີວິດແບບຍືນຍົງ ແລະ ຊັບພະຍາກອນໝຸນວຽນ ອາທິດລະເທື່ອອີກດ້ວຍ. Lorenzo Fioramonti ລັດຖະມົນຕີກະຊວງສຶກສາຂອງອິຕາລີບອກວ່າ ພວກເຂົາຢາກໃຫ້ນັກຮຽນທຸກລະດັບຊັ້ນຮູ້ເຖິງບັນຫາທີ່ໂລກເຮົາກຳລັງປະເຊີນຢູ່.

ຫຼັກສູດດັ່ງກ່າວ ໄດ້ນັກວິຊາການທາງດ້ານສິ່ງແວດລ້ອມຈາກມະຫາວິທະຍາໄລ Columbia ແລະ Oxford ເປັນຜູ້ອອກແບບໃຫ້ ລວມເຖິງມາຝຶກອົບຮົມໃຫ້ອາຈານທີ່ຈະລົງສອນ ເພື່ອໃຫ້ນັກຮຽນເຂົ້າເຖິງກິດຈະກຳທາງສິ່ງແວດລ້ອມຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/