Vinicius Jr ຜູ້ຕົກເປັນເຫຍື່ອຂອງການຈຳແນກສີຜິວ ພະຍາດຊຳເຮື້ອໃນວົງການ Laliga Spain


ກາຍເປັນປະເດັນທີ່ຮ້ອນແຮງອີກເທື່ອໜຶ່ງໃນເກມການແຂ່ງຂັນເມື່ອວັນທີ 21 ພຶດສະພາ ທີ່ຜ່ານມາໃນເກມທີ່ ວາເລັນເຊຍ ເປີດບ້ານພົບກັບ ເຣອັລ ມາດຣິດ ເຊິ່ງໄດ້ມີປະເດັນການຈຳແນກສີຜິວທີ່ຮຸນແຮງ ແລະ ບໍ່ສາມາດຍອມຮັບໄດ້ ເກີດຂຶ້ນ ຈົນກາຍເປັນປະເດັນທີ່ຮ້ອນແຮງໄປທົ່ວວົງການບານເຕະ ທົ່ວໂລກ.

ເຊິ່ງນັກເຕະຜູ້ທີ່ຕົກເປັນເຫຍື່ອຂອງການກະທຳທີ່ບໍ່ສາມາດຍອມຮັບໄດ້ນີ້ກໍຄື ວິນີຊີອຸສ ຈູເນຍ (Vinicius Jr) ປີກຊ້າຍອະນາຄົດໄກຂອງ ເຣອັລ ມາດຣິດ ທີ່ແຟນໆກຸ່ມໜຶ່ງຂອງ ວາເລັນເຊຍ ນັ້ນໄດ້ມີການຈຳແນກສີຜິວຈົນເຮັດໃຫ້ ດາວເຕະທີມຊາດບຣາຊິວຄົນນີ້ ອາລົມຂຶ້ນ ແລະ ຫຼາຍຝ່າຍເກີດຄວາມບໍ່ພໍໃຈ ຈົນເກີດເຫດຄວາມວຸ້ນວາຍ ເຮັດໃຫ້ເກມການແຂ່ງຂັນຕ້ອງຢຸດໄປເປັນເວລາເກືອບ 10 ນາທີ.

ນອກຈາກນີ້ ໃນນັດດັ່ງກ່າວ ວິນີຊີອຸສ ຈູເນຍ ຍັງເປັນນັກເຕະຜິວດຳ ທີ່ມັກຈະຖືກຈຳແນກເລື່ອງສີຜິວຫຼາຍທີ່ສຸດໃນລະດູການນີ້ ໂດຍສະເພາະເມື່ອ ເຣອັລ ມາດຣິດ ຕ້ອງອອກໄປຫຼິ້ນນອກບ້ານ ວິນີຊີອຸສ ຈູເນຍ ກໍມັກຈະຕົກເປັນເປົ້າຂອງການປັ່ນປະສາດ ຈາກການແບ່ງແຍກເຊື້ອຊາດ ຢູ່ເປັນໄລຍະ.

ນອກຈາກປະເດັນເລື່ອງການຈຳແນກສີຜິວ ໃນເກມນີ້ກໍຍັງມີປະເດັນທີ່ ຄະນະຜູ້ຕັດສິນນັ້ນຕັດສິນໄດ້ຢ່າງຄ້ານສາຍຕາຄົນທົ່ວໂລກ ໃນຈັງຫວະທີ່ຕໍ່ເນື່ອງ ຈົນກາຍເປັນທີ່ວິພາກວິຈານ ຖາມຄືນໄປຫາຄະນະກຳມະການ ໃນເກມນັ້ນ ຈົນເປັນເຫດໃຫ້ມີການຍົກຍ້າຍກຳມະການ ເກີດຂຶ້ນ.

ໂດຍທາງສະຫະພັນບານເຕະສະເປນ ແລະ ຄະນະກຳມະການທາງເຕັກນິກຜູ້ຕັດສິນປົດທີມງານຜູ້ຕັດສິນ 6 ຄົນຈາກຫ້ອງ VAR ອອກຈາກຕຳແໜ່ງ ເພື່ອຮັບຜິດຊອບຕໍ່ເຫດການທີ່ຫ້ອງ VAR ສະແດງພາບຂອງ ວິນີຊີອຸສ ຈູເນຍ ອອກອາການໂວຍວາຍໃຊ້ໄມ້ໃຊ້ມື ຈົນເປັນເຫດຕ້ອງໃຫ້ຖືກໄລ່ອອກ. ແຕ່ VAR ກັບບໍ່ສະແດງພາບຂອງ ຮູໂກ ດູໂຣ່ ທີ່ຮັດຄໍ ວິນີຊີອຸສ ຈູເນຍ ຢ່າງຊັດເຈນ ແລະ ຮູໂກ ດູໂຣ່ ກອງໜ້າຂອງ ວາເລັນເຊຍ ກັບບໍ່ຖືກໂທດຫຍັງທັງໝົດ.

ໂດຍ ດາວເຕະ ອາຍຸ 22 ປີ ອອກມາໂພສຜ່ານບັນຊີອອນລາຍສ່ວນຕົວວ່າ: “ນີ້ບໍ່ແມ່ນຄັ້ງທຳອິດ, ຄັ້ງທີ 2 ແລະ ບໍ່ແມ່ນຄັ້ງທີ 3 ການຈຳແນກສີຜິວກາຍເປັນເລື່ອງປົກກະຕິໄປແລ້ວໃນລີກ ລາລີກາ ພວກເຂົາເບິ່ງເປັນເລື່ອງທຳມະດາ ທາງສະຫະພັນຄິດວ່າເປັນເລື່ອງທຳມະດາ ເຮັດໃຫ້ອີກຝ່າຍໜຶ່ງໄດ້ໃຈຫຼາຍຂຶ້ນ”.

    ນອກນີ້ ວິນີຊີອຸສ ຈູເນຍ ຍັງລະບຸຕື່ມອີກວ່າ: “ລີກນີ້ເຄີຍເປັນລີກທີ່ ໂຣນັລນິນໂຍ່, ໂຣນັລໂດ້, ຄຣິສເຕຍໂນ ໂຣນັລໂດ້ ແລະ ເມັສຊີ ເຄີຍຫຼິ້ນ ຕອນນີ້ກາຍເປັນລີກຂອງພວກຈຳແນກສີຜິວໄປແລ້ວ. ເຖິງປະເທດສະເປນຈະເປັນປະເທດທີ່ສວຍງາມຕ້ອນຮັບຂ້ອຍຢ່າງດີ ແຕ່ຕອນນີ້ຄົງຕ້ອງຍອມຮັບແລ້ວວ່າ ປະເທດນີ້ກຳລັງຕິດພາບວ່າກາຍເປັນປະເທດຂອງຄົນຈຳແນກສີຜິວ”.

ເບິ່ງຄືເຫດການຕອນນີ້ ມັນຈະບານປາຍ ແລະ ຮ້ອນແຮງໃນລະດັບໜຶ່ງແລ້ວ ແຕ່ປະເດັນດັ່ງກ່າວຕ້ອງລຸກເປັນໄຟ ສົ່ງຜົນໄປທົ່ວໂລກ ເມື່ອ ຄາເບຍ ເຕບາສ ປະທານສະຫະພັນ ບານແຕະແຫ່ງຊາດ ສະເປນ ກັບອອກມາລະບຸໃນທາງທີ່ຕຳໜິໄປຫາ ວິນີຊີອຸສ ຈູເນຍ ແລະ ບໍ່ກ່າວໂທດການຈຳແນກສີຜິວ.

ໂດຍ ຄາເບຍ ເຕບາສ ລະບຸວ່າ: “ກ່ອນຈະໄປຕຳໜິລາລີກາ ພວກເຮົາຄິດວ່າມັນເປັນເລື່ອງຈຳເປັນ ທີ່ເຈົ້າຕ້ອງບອກຕົນເອງໃຫ້ເຮັດສິ່ງທີ່ສົມຄວນກ່ອນ”. ຫຼັງຈາກຄວາມເຫັນດັ່ງກ່າວຖືກເຜີຍແຜ່ອອກມາ ກໍກາຍເປັນທີ່ວິພາກວິຈານຈາກສັງຄົມອອນລາຍຢ່າງໜັກ.

ດ້ານຂອງ ວິນີຊີອຸສ ຈູເນຍ ກໍອອກມາຕອບໂຕ້ທັນທີວ່າ: “ນີ້ເປັນອີກເທື່ອໜຶ່ງ ທີ່ແທນທີ່ຈະໄປຕຳໜິພວກທີ່ຈຳແນກສີຜິວ ແຕ່ປະທານສະຫະພັນກັບມາຕຳໜິຂ້ອຍ”

ການໂຕ້ຕອບຂອງທັງ 2 ຄົນກາຍເປັນປະເດັນໃນວົງການບານເຕະຢ່າງໜັກ ຫຼາຍຄົນ ຫຼາຍພາກສ່ວນໄດ້ອອກມາໃຫ້ຄຳເຫັນໄປໃນທິດທາງດຽວກັນກໍຄື ເຫັນໃຈ ວິນີຊີອຸສ ຈູເນຍ ແລະ ກ່າວປະນາມການຈຳແນກສີຜິວ ພ້ອມກັບ ປະນາມການກະທຳຂອງ ຄາເບຍ ເຕບາສ ປະທານສະຫະພັນບານເຕະ ຂອງສະເປນ ວ່າເປັນຫຍັງຄືບໍ່ປົກປ້ອງນັກເຕະ ຈາກການກະທຳທີ່ໄຮ້ມະນຸດສະທຳແບບນີ້.

ເລື່ອງນີ້ຮຸນແຮງໄປຈົນຮອດຫູຂອງ ລູລາ ປະທານາທິບໍດີຂອງປະເທດ ບຣາຊິວ ແລະ ລູລາໄດ້ອອກມາລະບຸວ່າ: “ເດັກໜຸ່ມຜູ້ເປັນຕາອີຕົນ ເຮົາບໍ່ຄວນປ່ອຍໃຫ້ການຈຳແນກສີຜິວເຂົ້າມາຮຸກຮານປົກຄອງວົງການບານເຕະແບບນີ້”

ລິໂອ ເຟີດິນານ ຕຳນານກອງຫຼັງທີມຊາດອັງກິດ ກໍໄດ້ອອກມາຮຽກຮ້ອງໃຫ້ ສະຫະພັນກິລາບານເຕະ ສະເປນ, ສະຫະພັນບານເຕະ ຢູໂຣບ ແລະ ສະຫະພັນບານເຕະ ນານາຊາດ ອອກມາຈັດການກັບເລື່ອງແບບນີ້ຢ່າງເດັດຂາດ ເພາະຕະຫຼອດເວລາທີ່ຜ່ານມາສິ່ງທີ່ເຫັນແມ່ນບໍ່ມີໃຜອອກມາຈັດການກັບເລື່ອງນີ້ເລີຍ ແລະ ປ່ອຍໃຫ້ນັກເຕະຕົກເປັນເປົ້າຂອງການກະທຳທີ່ບໍ່ສາມາດຍອມຮັບໄດ້ແບບນີ້.

    ທາງດ້ານຂອງ ຈີອານນີ ອິນຟາຕິໂນ ປະທານສະຫະພັນບານເຕະ ນານາຊາດ ຫຼື FIFA ກໍໄດ້ອອກມາສະແດງຈຸດຢືນຄຽງຂ້າງ ວິນີຊີອຸສ ຈູເນຍ ແລະ ຢືນຢັນວ່າຈະຕ້ອງບໍ່ມີການຈຳແນກສີຜິວ ໃນວົງການບານເຕະ ແລະ ໃນສັງຄົມອີກຕໍ່ໄປ.

ເລື່ອງດັ່ງກ່າວເຮັດໃຫ້ຄົນໃນວົງການບານເຕະທົ່ວໂລກ ຈັບຕາໄປເບິ່ງທີ່ ລາລີກາ ວ່າຈະມີການອອກມາຈັດການເລື່ອງນີ້ຢ່າງຈິງຈັງຫຼືບໍ່ ຫຼືຈະປ່ອຍບັນຫານີ້ໃຫ້ລຸກລາມ ແລະ ເປັນພະຍາດຊຳເຮື້ອຕໍ່ໄປ. ເພາະການຈຳແນກສີຜິວເປັນເລື່ອງທີ່ໜ້າລັງກຽດ ເປັນເລື່ອງທີ່ບໍ່ສາມາດຍອມຮັບໄດ້ ແລະ ບໍ່ຄວນເກີດຂຶ້ນກັບທຸກຄົນໃນວົງການບານເຕະ ແລະ ທຸກຄົນໃນສັງຄົມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/