Vanguard ກຽມຖອນການລົງທຶນທຸລະກິດໃນຈີນອອກຢ່າງສົມບູນ ຫຼັງເບິ່ງວ່າອະນາຄົດການລົງທຶນຢູ່ຈີນບໍ່ສົດໃສຄືແຕ່ກ່ອນ

vanguard-ກຽມຖອນການລົງທຶນທຸລະກິດ

Vanguard Group ບໍລິສັດບໍລິຫານຊັບສິນຍັກໃຫຍ່ອັນດັບຕົ້ນໆຂອງ ສະຫະລັດອາເມຣິກາ ໄດ້ຕັດສິນໃຈທີ່ຈະຍຸຕິການດຳເນີນທຸລະກິດ ສ່ວນທີ່ເຫຼືອໃນຈີນ ເຊິ່ງເປັນຕະຫຼາດທີ່ມີການລົງທຶນດ້ວຍມູນຄ່າເຖິງ 3,9 ລ້ານລ້ານໂດລາ ຫຼັງຈາກທີ່ເລີ່ມມີການຄ່ອຍໆຖອນທຶນອອກຕັ້ງແຕ່ໄລຍະ 2 ປີທີ່ຜ່ານມາ.

ໂດຍອີງຕາມລາຍງານຂອງສຳນັກຂ່າວ Bloomberg ລະບຸວ່າ ທາງ Vanguard Group ໄດ້ແຈ້ງຄວາມຕ້ອງການທີ່ຈະຖອນທຶນດັ່ງກ່າວໃຫ້ກັບທາງລັດຖະບານກາງຂອງຈີນແລ້ວ ນອກຈາກນີ້ ທາງ Vanguard Group ຍັງວາງແຜນທີ່ຈະຍົກເລີກການຮ່ວມທຶນໃນການໃຫ້ບໍລິການ ການວາງແຜນການລົງທຶນແບບອັດຕະໂນມັດ ກັບ Ant Group ທີ່ມີ Jack Ma ເປັນຜູ້ກໍ່ຕັ້ງອີກ.

ຄວາມເຄື່ອນໄຫວດັ່ງກ່າວຈະເປັນການຖອນຕົວອອກຢ່າງສົມບູນຂອງບໍລິສັດທີ່ມີມູນຄ່າຊັບສິນລວມເຖິງ 7,1 ລ້ານລ້ານໂດລາ ເຊິ່ງປຽບເໝືອນການສົ່ງສັນຍານເຕືອນໄປຫາບໍລິສັດອື່ນໆ ເຊັ່ນ: BlackRock ແລະ Fidelity International ເຊິ່ງຍັງເຮັດການແຂ່ງຂັນກັນຂະຫຍາຍທຸລະກິດຈີນ ໂດຍທັງ 2 ບໍລິສັດນີ້ ຍັງເບິ່ງວ່າ ຕະຫຼາດຈີນ ຍັງມີສັກກະຍະພາບພຽງພໍ ໃນອະນາຄົດ.

vanguard-ກຽມຖອນການລົງທຶນທຸລະກິດ

ໃນຂະນະທີ່ທັງ Fidelity ແລະ Neuberger Berman Group ໄດ້ເປີດກອງທຶນທີ່ເນັ້ນການລົງທຶນສະເພາະໃນຈີນແຜ່ນດິນໃຫຍ່ ເຊັ່ນດຽວກັນກັບ BlackRock ທີ່ເປີດຕົວໄປກ່ອນໜ້ານີ້ ແລະ ບໍລິສັດດ້ານການລົງທຶນຕ່າງໆ ຈາກອາເມຣິກາຢ່າງ Manulife Financial, JPMorgan Chase & Co.  ແລະ Morgan Stanley ແມ່ນໄດ້ຮັບອະນຸມັດຈາກ ລັດຖະບານຈີນ ໃຫ້ສາມາດເຂົ້າຊື້ກິດຈະການຂອງພັນທະມິດທ້ອງຖິ່ນ ເພື່ອຄວບຄຸມທຸລະກິດຮ່ວມທຶນ ແບບເຕັມຮ້ອຍ.

ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນທ່າມກາງການແຂ່ງຂັນໃນທຸະກິດທີ່ປຶກສາດ້ານການລົງທຶນ ນັ້ນກຳລັງແຂ່ງຂັນກັນຢ່າງດຸເດືອດ ດ້ວຍຜູ້ຫຼິ້ນທີ່ຫຼາຍຂຶ້ນ ແລະ ມັນໄດ້ກະທົບຕໍ່ຄວາມສາມາດໃນການເຮັດກຳໄລ ເຮັດໃຫ້ທຸລະກິດຮ່ວມລົງທຶນຂອງ Vanguard ທີ່ນຳສະເໜີສະເພາະຜະລິດຕະພັນຂອງຄູ່ແຂ່ງ ປະສົບກັບການຂາດທຶນໃນປີ 2021 ເຊິ່ງເປັນຕົວເລກທີ່ສູງເກີນທີ່ທາງບໍລິສັດໄດ້ຄາດການໄວ້.

vanguard-ກຽມຖອນການລົງທຶນທຸລະກິດ

ສຳລັບ Vanguard Group ຖືເປັນບໍລິສັດບໍລິຫານຊັບສິນໃຫຍ່ເປັນອັນດັບ 2​ ຂອງ ສະຫະລັດອາເມຣິກາ ຮອງມາຈາກ BlackRock ທີ່ເປັນອັນດັບ 1 ດ້ວຍມູນຄ່າຊັບສິນລວມກວ່າ 10 ລ້ານລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/