ລາວ-ຈີນ ກຽມລົງທຶນ 79 ລ້ານໂດລາ ໃນພື້ນທີ່ລວມກວ່າ 600 ເຮັກຕາຮ່ວມມືປູກພືດຜັກ ແລະ ໝາກໄມ້ ໃນລາວ ເພື່ອສົ່ງອອກ

ລາວ-ຈີນ

ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ຈໍາກັດ ແຫ່ງ ສປ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືດ້ານກະສິກໍາສະອາດທັນສະໄໝຜະລິດພືດຜັກ ແລະ ໝາກໄມ້ສະອາດ ເຊິ່ງໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດຢູ່ 4 ຈຸດ, ຈຸດລະ 150 ເຮັກຕາ, ຄາດຄະເນມູນຄ່າຂອງໂຄງການຈໍານວນ 79 ລ້ານໂດລາ.

ໂດຍພິທີເຊັນບົດບັນທຶກດັ່ງກ່າວ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງແຮມ ແລນມາກ ເຊິ່ງໃຫ້ກຽດຮ່ວມລົງນາມໃນສັນຍາໂດຍ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ນາງ ເອີເວ ປະທານບໍລິສັດ ໄໝສຽງພັດທະນາກະສິກໍາ ແຂວງໄຮ່ລົງຈ່ຽງ ແຫ່ງ ສປ ຈີນ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ໄຊຊະນະ ສິດທິພອນ ຮອງປະທານກໍາມາທິການຮ່ວມມືລາວ-ຈີນພ້ອມດ້ວຍແຂກຖືກເຊີນທັງສອງຝ່າຍ.

ລາວ-ຈີນ

ທ່ານຮອງຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຂຶ້ນລາຍງານໂດຍຫຍໍ້ວ່າ: ເພື່ອຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025), ທິດທາງແຜນດຳເນີນງານຂອງຂະແໜງການກະສິກໍາ ແລະ ປ່າໄມ້ 5 ປີ (2021-2025) ໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ, ຂະແໜງການປູກຝັງ ກໍໄດ້ຜັນຂະຫຍາຍຍຸດທະສາດພັດທະນາການປູກຝັງ ຮອດປີ 2025 ແລະ ວິໄສທັດຮອດປີ 2030, ແຜນດໍາເນີນງານຍຸດທະສາດດ້ານກະສິກຳອິນຊີ ປີ 2025 ແລະ ວິໄສທັດຮອດປີ 2030 ໃຫ້ປາກົດຜົນເປັນຈິງ ແລະ ນະໂຍບາຍ ຂອງລັດຖະບານ ກ່ຽວກັບການຜະລິດກະສິກຳ ຕາມທິດສະອາດ, ສີຂຽວ ແລະ ຍືນຍົງ ແລະ ນະໂຍບາຍໜຶ່ງແລວ ໜຶ່ງເສັ້ນທາງ ຂອງລັດຖະບານ ສປ ຈີນ ວາງອອກ.

ໂຄງການດັ່ງກ່າວ ຈະໄດ້ຈັດຕັ້ງປະຕິບັດ 4 ຈຸດ ຄື: ຢູ່ ສູນມາດຕະຖານກະສິກຳສະອາດ, ກົມປູກຝັງ, ບ້ານໄຜ່ລ້ອມ, ບ້ານ ດົງບັງ ແລະ ບ້ານແກ້ງໄຄ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ລຽບຕາມເສັ້ນທາງລົດໄຟລາວ-ຈີນ, ພ້ອມທັງຊອກຫາພື້ນທີ່ທີ່ເໝາະສົມ ໃຫ້ໄດ້ 4 ຈຸດ, ຈຸດລະ 150 ເຮັກຕາ ເພື່ອພັດທະນາພະລັງງານແສງຕາເວັນ ຮັບໃຊ້ການຜະລິດກະສິກຳທັນສະໄໝ, ຄາດຄະເນມູນຄ່າໂຄງການ ຈຳນວນ 79 ລ້ານໂດລາ. 

ລາວ-ຈີນ

ໃນໄລຍະຜ່ານມາ ພາຍຫຼັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ບໍລິສັດ ໄໝສຽງພັດທະນາກະສິກຳ ແຂວງໄຮ່ລົງຈ່ຽງ ຈຳກັດ ທີ່ນະຄອນຫຼວງວຽງຈັນ ລົງວັນທີ 15 ຕຸລາ 2018 ກ່ຽວກັບການຮ່ວມມືດ້ານວິຊາການ (ໂຄງການຕົວແບບການຜະລິດພືດຜັກ ແລະ ໝາກໄມ້ສະອາດ) ກົມປູກຝັງ, ຕາງໜ້າ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມກັບ ບໍລິສັດ ຂຽນບົດສະເໜີໂຄງການຕົວແບບການປູກພືດຜັກ ແລະ ໝາກໄມ້ສະອາດ ຕິດພັນກັບການນໍາໃຊ້ພະລັງແສງຕາເວັນ ປະກອບເຂົ້າໃນໂຄງການຊ່ວຍເຫຼືອລ້າ ຈາກລັດຖະບານ ສປ ຈີນ ເຊິ່ງໃນໄລຍະດຽວກັນບໍລິສັດໄໝສຽງ ພັດທະນາກະສິກຳ ແຂວງໄຮ່ລົງຈ່ຽງ ຈຳກັດ ບໍ່ສາມາດເຂົ້າມາຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເນື່ອງຈາກວ່າການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. 

ຈົນມາຮອດປັດຈຸບັນ ບໍລິສັດມີຄວາມພ້ອມສືບຕໍ່ຈັດຕັ້ງປະຕິບັດ ແລະ ໄດ້ຮ່ວມກັບກົມປູກຝັງ ຄົ້ນຄວ້າ, ປຶກສາຫາລື, ປັບປຸງບົດບັນທຶກຄວາມເຂົ້າໃຈ ຮ່ວມມືດ້ານກະສິກຳສະອາດ ທັນສະໄໝຄືນໃໝ່, ເພື່ອການຜະລິດພືດຜັກ ແລະ ໝາກໄມ້ສະ ອາດທັນສະໄໝ ແລະ ນຳໃຊ້ພະລັງງານແສງຕາເວັນ ເຂົ້າໃນການຜະລິດສະອາດ.

ຂອບໃຈຂໍ້ມູນຈາກ: https://bit.ly/3Ty3BWD

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/