Tom Holland ຂໍພັກການສະແດງ 1 ປີ ເພື່ອຟື້ນຟູສຸຂະພາບຈິດ ຫຼັງອິນກັບບົດບາດຫຼ້າສຸດຫຼາຍເກີນໄປ


Tom Holland ນັກສະແດງໄວ 27​ ປີ ເປັນທີ່ຮູ້ຈັກກັນທົ່ວໂລກກັບບົດບາດ ໜຸ່ມແມງມຸມ ຫຼື ບົດ Peter Parker ໃນຮູບເງົາ Spider-Man ໃນຈັກກະວານ MCU ໂດຍຫຼ້າສຸດ Tom Holland ໄດ້ປະກາດຕັດສິນໃຈພັກງານການສະແເດງເປັນເວລາ 1 ປີ.

ສາເຫດທີ່ໜຸ່ມ Tom Holland ຕັດສິນໃຈພັກງານການສະແເດງເປັນເວລາ 1 ປີ ເພື່ອເປັນການຟື້ນຟູສຸຂະພາບຈິດຂອງຕົນເອງຫຼັງຈາກທີ່ເຈົ້າຕົວຮັບບົດ Billy ໃນຊີຣີ້ເລື່ອງ The Crowded Room ຂອງ Apple TV+ ທີ່ອິນຈົນບໍ່ສາມາດອອກຈາກບົດບາດໄດ້ ຈົນອອກປາກວ່າ ຊີຣີ້ເລື່ອງທຳລາຍຊີວິດຂອງຕົນເອງ.

Tom Holland ໄດ້ເປີດໃຈໃຫ້ສຳພາດຜ່ານ ExtraTV ເຖິງການເຮັດໜ້າທີ່ເປັນ  Executive Producer ແລະ ການສະແດງ ຊີຣີ້ The Crowded Room ທີ່ລາວອອກປາກວ່າຕົນເອງເກືອບຈະເປັນບ້າ ໂດຍໜຸ່ມແມງມຸມໄດ້ໃຫ້ສຳພາດວ່າ “ຂ້ອຍມັກການຮຽນຮູ້ໃນຫຼາຍໆດ້ານສຳລັບການເປັນ Producer ການເຮັດວຽກໜັກບໍ່ແມ່ນເລື່ອງໃໝ່ສຳລັບຂ້ອຍ ຂ້ອຍໃຊ້ຊີວິດ້ວຍໄອເດຍທີ່ວ່າງານໜັກຄືງານທີ່ດີມາໂດຍຕະຫຼອດ ຂ້ອຍມ່ວນກັບມັນ ແຕ່ຕ້ອງບອກອີກເທື່ອວ່າ ຊີຣີ້ເລື່ອງທຳຮ້າຍຂ້ອຍອີ່ຫຼີ” ໂດຍກ່າວເສີມອີກວ່າ “ເວລາທີ່ຂ້ອຍຄິດກັບຕົນເອງວ່າ ຂ້ອຍຕ້ອງຢຸດພັກຈັກໜ້ອຍໜຶ່ງ ຕອນນັ້ນຂ້ອຍຫາຍໜ້າໄປເລີຍ ຂ້ອຍໄປເມັກຊິໂກເປັນອາທິດ ໃຊ້ເວລາຢູ່ຊາຍຫາດຢ່າງສະຫງົບ ແລະ ຕອນນີ້ຂ້ອຍກຳລັງຈະພັກງານເປັນເວລາ 1 ປີ ເຊິ່ງສິ່ງເຫຼົ່ານີ້ຄືຜົນທີ່ພິສູດວ່າຊີຣີ້ເລື່ອງນີ້ມັນຍາກເທົ່າໃດ”

ກ່ອນໜ້ານີ້ Tom Holland ເຄີຍເວົ້າກ່ຽວກັບການພະຍາຍາມປ້ອງກັນສຸຂະພາບຈິດຂອງລາວລວມເຖິງການຢຸດພັກຈາກໂຊຊຽວມີເດຍ ແລະ ມີສະຕິ ລາວກ່າວວ່າ ໂປຣເຈັກນີ້ຊ່ວຍໃຫ້ເຂົ້າໃຈສຸຂະພາບຂອງລາວດີຂຶ້ນ ໂດຍບອກວ່າມັນຊ່ວຍໃຫ້ຮູ້ຈັກສິ່ງທີ່ເປັນຕົວກະຕຸ້ນ ແລະ ສິ່ງທີ່ເຮັດໃຫ້ຄິດຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/