Louis Vuitton ເປີດໃຫ້ລົງທະບຽນສຳລັບການສັ່ງຈອງ NFT ສຸດຫຼູທີ່ມາພ້ອມກັບຄວາມ Limited ໄດ້ແລ້ວມື້ນີ້


ປັດຈຸບັນ ໂຄງການ NFT ທີ່ມີແບຣນຂອງບໍລິສັດຕ່າງໆເຂົ້າມາຮ່ວມມື ໄດ້ກາຍເປັນກະແສຍອດນິຍົມທີ່ຈະເຮັດໃຫ້ NFT ຫາຊື້ໄດ້ຍາກ ແລະ ມີລາຄາສູງ ເຊິ່ງຖືເປັນກະແຈສຳຄັນທີ່ຈະປົດລັອກສິ່ງທີ່ຕື່ນເຕັ້ນ ແລະ ໄດ້ຮັບປະສົບການທີ່ແປກໃໝ່ທັງໃນໂລກແຫ່ງຄວາມເປັນຈິງ ແລະ ໂລກອອນລາຍ.

ຫຼ້າສຸດ Louis Vuitton ແບຣນແຟຊັນສຸດຫຼູຂອງຝຣັ່ງໄດ້ເປີດຕົວຄໍເລັກຊັນ NFT ຮຸ່ນ Limited ໂດຍມີຊື່ວ່າ “Treasure Trunk”. ໂດຍຄໍເລັກຊັນ NFT ຂອງ Louis Vuitton ນີ້ມີລາຄາຢູ່ທີ່ 41.693 ໂດລາ.

ຄໍເລັກຊັນດັ່ງກ່າວຖືກສ້າງຂຶ້ນ ເພື່ອມອບໃນວາລະໂອກາດພິເສດໃຫ້ກັບລູກຄ້າທີ່ໄດ້ຖືກຮັບເລືອກໃນການປົດລັອກການເຂົ້າເຖິງຜະລິດຕະພັນ ແລະ ປະສົບການໃໝ່ທີ່ກຳລັງຈະມາຮອດ.

ການເປີດຕົວ NFT ຂອງ Louis Vuitton ທີ່ເອີ້ນວ່າ “Via”, ມີຈຸດປະສົງເພື່ອສະເໜີຜະລິດຕະພັນ ແລະ ປະສົບການສຸດພິເສດທີ່ບໍ່ມີໃຜສາມາດຊອກຫາໄດ້, ລູກຄ້າໃນສະຫະລັດອາເມລິກາ, ແຄນາດາ, ຝຣັ່ງ, ສະຫະຣາຊະອານາຈັກ, ເຢຍລະມັນ, ຍີ່ປຸ່ນ ແລະອອສເຕຣເລຍສາມາດເຂົ້າຮ່ວມ Waitlist ໃນເວັບໄຊສະເພາະເພື່ອຊື້ Treasure Trunks ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ຫຼັງຈາກທີ່ຜູກກະເປົາເງິນ ແລະ ຂຽນຂໍ້ມູນສ່ວນຕົວແລ້ວ ຜູ້ລົງທະບຽນທີ່ໄດ້ຮັບການຄັດເລືອກຈະສາມາດສຳຫຼວດໂຄງການຂອງ Via ໃນໜ້າເວັບໄຊສ່ວນຕົວນັບຕັ້ງແຕ່ວັນທີ 14 – 16 ມິຖຸນາ. ການຊຳລະເງິນສາມາດໃຊ້ໄດ້ທັງເງິນ fiat ແລະ crypto ໄດ້ ໂດຍຫຼັງຈາກຊຳລະແລ້ວຜູ້ເຂົ້າຮ່ວມຈະໄດ້ຮັບ Treasure Trunk ແບບຈຳລອງທີ່ສ້າງຂຶ້ນແບບພິເສດ, Trunk ພວກນີ້ມີຈຳໜ່າຍມາແລ້ວເປັນເວລາດົນນານກວ່າ 160 ປີ ແລະ ລາຄາອາດເພີ່ມຂຶ້ນຫຼາຍໝື່ນໂດລາໃນອະນາຄົດຂ້າງໜ້າ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/