Textrovert ຄຳເອີ້ນຂອງມະນຸດແຊັດ! ທີ່ເກັ່ງແຕ່ໃນແຊັດ ແຕ່ບໍ່ເກັ່ງໃນການໂອ້ລົມແບບເຊິ່ງໜ້າ


ເຈົ້າເຄີຍມີຄົນຮູ້ຈັກ ຫຼື ຕົວເຈົ້າເອງມີບຸກຄະລິກແບບນີ້ບໍ່? ເວລາໄດ້ລົມ ຫຼື ໄດ້ແຊັດກັບໃຜທາງຂໍ້ຄວາມຈະເປັນຄົນເວົ້າເກັ່ງ, ເວົ້າຫຼາຍ ແລະ ມັກກ້າສະແດງອອກຜ່ານທາງຂໍ້ຄວາມ ເອີ້ນໄດ້ວ່າເປັນນັກແຊັດເລີຍກໍວ່າໄດ້ ແຕ່ກັບກັນເມື່ອບຸກຄົນເຫຼົ່ານັ້ນໄດ້ມາພົບເຈິ ຫຼື ໄດ້ໂອ້ລົມກັນແບບເຊິ່ງໜ້າ ເຂົາເຈົ້າຈະກາຍເປັນຄົນລະຄົນຕ່າງກັນກັບຢູ່ໃນແຊັດ.

ໂດຍບຸກຄະລິກທີ່ໄດ້ກ່າວມາຂ້າງເທິງນັ້ນຖືກເອີ້ນວ່າ “Textrovert” ທີ່ປັດຈຸບັນບັນເຮົາຈະພົບເຫັນໄດ້ຫຼາຍ.

ແລະ ຖ້າຫາກເວົ້າເຖິງຄຳທີ່ໃຊ້ອະທິບາຍລັກສະນະນິwສຂອງບຸກຄົນໃດໜຶ່ງ ສ່ວນຫຼາຍໃນສັງຄົມເຮົາກໍມັກຈະໄດ້ຍິນຄຳວ່າ Introvert ແລະ Extrovert ມາບໍ່ຫຼາຍກໍໜ້ອຍ ແຕ່ວ່າຄົນສ່ວນໜ້ອຍຈະຮູ້ຈັກກັບຄຳວ່າ Textrovert ທີ່ເກັ່ງແຕ່ໃນແຊັດ ແຕ່ໃນໂລກຕົວຈິງມິດປານໄກ່ເຫງົາ.

Textrovert ເປັນຄໍາສັບໃໝ່ທີ່ເກີດຂຶ້ນຈາກແນວຄິດການແບ່ງປະເພດຄົນ “Introvert (ບຸກຄະລິກເກັບຕົວ) ແລະ Extrovert (ບຸກຄົນທີ່ມັກການພົບປະຜູ້ຄົນ).

ທັງນີ້ ບໍ່ມີໃຜໄດ້ລະບຸແບບຊັດເຈນວ່າ Textrovert ນັ້ນຖືກເລີ່ມມານຳໃຊ້ຕອນໃດ ແຕ່ເຖິງຢ່າງນັ້ນຕາມເວັບໄຊ Urban Dictionary (ເວັບໄຊຮວບຮວມຄຳສັບຊື່ດັງ) ກໍໄດ້ໃຫ້ຄວາມໝາຍກັບຄໍາໆ ນີ້ຕັ້ງແຕ່ໄລຍະປີ 2008 ວ່າ:

  1. ບຸກຄົນທີ່ຮູ້ສຶກກ້າສະແດງອອກໃນຂໍ້ຄວາມເມື່ອທຽບກັບຕອນທີ່ຈະຕ້ອງປະເຊີນໜ້າແບບກົງໆ.
  2. ຜູ້ທີ່ມັກຈະເວົ້າຄວາມຮູ້ສຶກທີ່ແທ້ຈິງຜ່ານທາງຂໍ້ຄວາມເທົ່ານັ້ນ.

ດັ່ງນັ້ນຫຼາຍຄົນຈຶ່ງມີການຄາດເດົາວ່າ Textrovert ຈຶ່ງມີຄວາມເປັນໄປໄດ້ສູງທີ່ຈະເລີ່ມຖືກໃຊ້ໃນໄລຍະເວລາດຽວກັນ.

ນອກຈາກນີ້ ກໍຍັງຖືວ່າມີຄວາມເປັນໄປໄດ້ສູງເພາະປີ 2008 ເປັນປີທີ່ໂທລະສັບ Blackberry ທີ່ນິຍົມໃຊ້ໃນການພິມເປັນຫຼັກ ກຳລັງຮິດ ແລະ ໃນປີ 2017 ຄຳນີ້ກໍເບິ່ງຄືວ່າຈະໄດ້ຮັບຄວາມນິຍົມພໍສົມຄວນ ເພາະນັກຂຽນຊື່ Linsey Summers ໄດ້ນຳຄຳນີ້ໄປຂຽນເປັນຊື່ດຽວກັນກັບປຶ້ມຂອງລາວ. ໃນທາງທິດສະດີຄົນທີ່ເປັນ Trextrovert ນັ້ນສ່ວນໃຫຍ່ອາດຖືກຈັດເຂົ້າເປັນປະເພດຄົນ Introvert.

ຢ່າງໃດກໍຕາມ ການມີຊື່ເອີ້ນທີ່ສາມາດອະທິບາຍລັກສະນະ ຫຼື ບຸກຄະລິກ ຂອງຄົນນັ້ນໆ ມັນກໍດີບໍ່ໜ້ອຍເລີຍ ເພາະມັນເຮັດໃຫ້ເຮົາສາມາດຈຳແນກປະເພດຄົນໄດ້ງ່າຍ ແຖມຍັງຮູ້ເຖິງລັກສະນະນິໄສຂອງຄົນນັ້ນອີກພ້ອມ ແລະ ໝູ່ເພື່ອນເດ ວ່າແນວໃດ?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/