300 ກວ່າທຶນ! ລັດຖະບານໄທໃຫ້ທຶນນັກສຶກສາລາວໄປຮຽນທີ່ປະເທດໄທ ເພື່ອສ້າງຄວາມສຳພັນແໜ້ນແຟ້ນ


ລັດຖະບານໄທ ຕາງໜ້າໂດຍກະຊວງອຸດົມການສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທ ໄດ້ສະເໜີໃຫ້ທຶນການສຶກສາແກ່ນັກຮຽນລາວ ໄປສຶກສາຕໍ່ທີ່ຣາຊະອານາຈັກໄທ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃນສາຂາຕ່າງໆ ເພື່ອເປັນການສືບຕໍ່ເສີມສ້າງສາຍພົວພັນຮ່ວມມືລະຫວ່າງສອງຊາດ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ເມື່ອວັນທີ 24 ມີນາ ຜ່ານມາ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ການຕ້ອນຮັບທ່ານ ສາສະດາຈານພິເສດ ປອ ອະເນກ ເຫຼົ່າທຳມະທັດ ລັດຖະມົນຕີວ່າການ ກະຊວງອຸດົມການສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ, ມີຫົວໜ້າກົມ ແລະ ຫົວໜ້າຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ສາສະດາຈານພິເສດ ປອ ອະເນກ ເຫຼົ່າທຳມະທັດ ໄດ້ກ່າວວ່າ: ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ແມ່ນໄດ້ຮັບຮູ້ເຖິງນໍ້າໃຈຂອງເພື່ອນມິດຊາວລາວຕັ້ງແຕ່ໄດ້ເຂົ້າປະເທດ ແລະ ສ່ວນຕົວຂໍສະແດງຄວາມຍິນດີລະຫວ່າງໄທ-ລາວ ທີ່ສາມາດຜ່ານພົ້ນວິກິດໂຄວິດມາໄດ້ ແລະ ທັງສອງປະເທດພວກເຮົາກໍກຳລັງຈະເປີດປະເທດພ້ອມໆກັນ, ເຊິ່ງໃນໄລຍະການກຽມເປີດປະເທດນີ້ ປະເທດທຳອິດໃນໂລກທີ່ຢາກໄປທີ່ສຸດກໍຄື ສປປ ລາວ ເພາະເປັນປະເທດທີ່ມີວັດທະນະທຳ ແລະ ປະເພນີທີ່ຄ້າຍຄືກັນ, ພິເສດສາມາດປາກເວົ້າພາສາເຂົ້າໃຈກັນງ່າຍ ແລະ ໃກ້ຄຽງກັນຫຼາຍ.

ສຳລັບກະຊວງອຸດົມການສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທ, ເຊິ່ງເປັນກະຊວງທີ່ຕັ້ງໃໝ່ ໂດຍເອົາຂະແໜງການຕ່າງໆມາໂຮມເຂົ້າກັນ. ປັດຈຸບັນ ໃນຂອບເຂດທົ່ວປະເທດມີມະຫາວິທະຍາໄລເຖິງ 150 ແຫ່ງ ໂດຍມີນັກສຶກສາຕ່າງປະເທດເຂົ້າໄປສຶກສາເປັນຈຳນວນຫຼວງຫຼາຍ. ໃນນັ້ນ, ລວມມີນັກສຶກສາລາວນຳ.

ພ້ອມກັນນີ້, ທ່ານລັດຖະມົນຕີວ່າການ ກະຊວງອຸດົມການສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທ ຍັງກ່າວໃຫ້ຮູ້ອີກວ່າ: ການມາຢ້ຽມຢາມ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ແມ່ນມີຈຸດປະສົງ ແລະ ເປົ້າໝາຍຫຼັກຢາກຈະປະກອບສ່ວນສະໜັບສະໜູນທຶນການສຶກສາໃຫ້ແກ່ນັກສຶກສາລາວ ທີ່ບໍ່ເປັນທາງການ ຈຳນວນ 300 ກວ່າທຶນ. ໃນນັ້ນ, ທຶນປະລິນຍາຕີ 85 ທຶນ, ປະລິນຍາໂທ 150 ກວ່າທຶນ ແລະ ປະລິນຍາເອກ 80 ກວ່າທຶນ ໃນສາຂາວິຊາຊີບຕ່າງໆ. ແນວໃດກໍຕາມ, ການພົບປະແລກປ່ຽນໃນຄັ້ງນີ້ ຖ້າຫາກວ່າທາງລັດຖະບານ ສປປ ລາວ ມີຄວາມສົນໃຈຢາກຈະໄດ້ທຶນການສຶກສາໃດເປັນພິເສດກໍສາມາດບອກມາໄດ້ ທາງລັດຖະບານໄທພ້ອມທີ່ຈະສະໜັບສະໜູນຢ່າງເຕັມທີ່ ເພື່ອສືບຕໍ່ສ້າງສາຍພົວພັນມິດຕະພາບທີ່ດີລະຫວ່າງໄທ-ລາວ, ລາວ-ໄທ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ຂະນະດຽວກັນນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຍິນດີຕ້ອນຮັບຄະນະນຳກະຊວງອຸດົມການສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທ ທີ່ໄດ້ມາຢ້ຽມຢາມເພື່ອແລກປ່ຽນຄຳຄິດຄຳເຫັນ ແນໃສ່ສືບຕໍ່ເສີມສ້າງການຮ່ວມມືສາຍພົວພັນທີ່ດີງາມ ແລະ ເປັນມິດຕະພາບທີ່ດີລະຫວ່າງສອງຊາດ ລາວ-ໄທ. ປັດຈຸບັນທາງກະຊວງສຶກສາທິການ ແລະ ກິລາ ກໍໄດ້ມີການໂຮມກັນໃໝ່ຫຼາຍຂະແໜງການເຊັ່ນກັນ. ແນວໃດກໍດີ, ຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ທາງລັດຖະບານໄທ ໄດ້ສະເໜີໃຫ້ການສະໜັບສະໜູນທຶນການສຶກສານັ້ນ, ເຊິ່ງທາງ ສປປ ລາວ ແມ່ນມີຄວາມຕ້ອງການຫຼາຍ. ສະນັ້ນ, ຈະໄດ້ນຳເອົາການສະເໜີນີ້ໄປຄົ້ນຄວ້າ-ປຶກສາຫາລືກັນ ແລະ ຈະປະສານພົວພັນຫາອີກເທື່ອໜຶ່ງ ເພື່ອເຮັດແນວໃດຈະສາມາດຕອບສະໜອງໃຫ້ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ.

ໃນການມາຢ້ຽມຢາມ ສປປ ລາວ ຂອງກະຊວງອຸດົມການສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທໃນຄັ້ງນີ້ ແມ່ນໄດ້ດຳເນີນລະຫວ່າງວັນທີ 23-26 ມີນາ 2022. ໃນນັ້ນ, ໄດ້ມາຢ້ຽມຢາມ ແລະ ພົບປະແລກປ່ຽນຮ່ວມກັບກະຊວງສຶກສາທິການ ແລະ ກິລາ ກ່ອນຈະສືບຕໍ່ຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດ ແລະ ໄປຢ້ຽມຊົມເມືອງມໍລະດົກໂລກ ເມືອງແຫ່ງການທ່ອງທ່ຽວເຂດສີຂຽວ ແຂວງຫຼວງພະບາງ.

ຂໍ້ມູນຈາກ:  https://bit.ly/3tLTr9m

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/