ປັດຈຸບັນໂທລະສັບ ແລະ ເຄື່ອງອິເລັກໂທຣນິກຕ່າງໆເຂົ້າມາມີອິດທິພົນຫຼາຍຕໍ່ການດຳລົງຊີວິດຂອງເຮົາ ສາມາດເວົ້າໄດ້ເລີຍວ່າໂທລະສັບປຽບເໝືອນອະໄວຍະວະສ່ວນທີ 33 ຂອງມະນຸດ ແຕ່ສຳລັບຄົນທີ່ຫຼິ້ນໂທລະສັບເປັນເວລາດົນເກີນໄປອາດສ່ຽງຕໍ່ການເກີດອາການ Text Neck Syndrome ໄດ້
Text Neck Syndrome ແມ່ນຫຍັງ?
Text Neck Syndrome ຫຼື ເອີ້ນອີກຊື່ໜຶ່ງວ່າ ‘ໝອນຮອງກະດູກທັບເສັ້ນປະສາດສ່ວນຄໍ’ ຄືອາການປວດບໍລິເວນກ້ານຄໍ, ກ້າມຊີ້ນບໍລິເວນຄໍ, ບ່າໄຫຼ່ ແລະ ອາດລວມໄປເຖິງຂໍ້ຕໍ່ກະດູກ ຫຼື ໝອນຮອງກະດູກບໍລິເວນຄໍ ໂດຍບັນຫາເຫຼົ່ານີ້ເກີດຂຶ້ນຈາກການບາດເຈັບຊ້ຳໆບໍລິເວນຄໍຈາກການໃຊ້ງານໂທລະສັບເປັນເວລາດົນນານໃນແຕ່ລະມື້ ເນື່ອງຈາກຂະນະທີ່ເຮົາຫຼິ້ນໂທລະສັບນັ້ນເຮົາຢູ່ໃນທ່າທາງໂນ້ມຫົວມາຂ້າງໜ້າ, ບ່າໄຫຼ່ຫໍ່ ແລະ ກົ້ມຫຼັງ ເຮັດໃຫ້ມີອາການປວດກ້ານຄໍຢູ່ເລື້ອຍໆ
ຈາກການສຶກສາທ່າທາງໃນການໃຊ້ໂທລະສັບຂອງຄົນເຮົາໂດຍ ດ.ຣ ເຄນເນັດ ແພດກະດູກສັນຫຼັງທີ່ນິວຢອກ ທີ່ໄດ້ຕີພິມໄວ້ໃນວາລະສານທາງການແພດ ‘Surgical Technology International’ ສະບັບທີ 25 ໄດ້ລະບຸໄວ້ວ່າ
- ຫາກກົ້ມໜ້າ 15 ອົງສາ ຄໍ ແລະ ບ່າຈະຮັບນ້ຳໜັກ 12,5kg
- ຫາກກົ້ມໜ້າ 30 ອົງສາ ຄໍ ແລະ ບ່າຈະຮັບນ້ຳໜັກ 16kg
- ຫາກກົ້ມໜ້າ 60 ອົງສາ ຄໍ ແລະ ບ່າຈະຮັບນ້ຳໜັກ 27,2kg
ເນື່ອງຈາກນ້ຳໜັກທີ່ເກີດຂຶ້ນສົ່ງຜົນໃຫ້ກະດູກສັນຫຼັງສ່ວນຄໍເຄື່ອນໄປທັບເສັ້ນປະສາດສ່ວນຄໍ ຍິ່ງກົ້ມຫຼາຍເທົ່າໃດນ້ຳໜັກກໍຍິ່ງເພີ່ມຂຶ້ນ
ອາການຂອງ Text Neck syndrome
ອາການຂອງ Text Neck Syndrome ມີຫຼາຍລະດັບຕັ້ງແຕ່ອາການປວດເລັກນ້ອຍຈົນໄປເຖິງອາການທີ່ສ້າງຄວາມຮຸນແຮງ
- ປວດບໍລິເວນກ້ານຄໍ, ບ່າໄຫຼ່ ອາດຈະເຈັບເປັນບາງຈຸດ ຫຼື ປວດທົ່ວຄໍ
- ກ້າມຊີ້ນເກັງ, ບໍ່ສາມາດເໜັງ ຫຼື ກົ້ມປົກກະຕິໄດ້
- ມີອາການຊາໄປທີ່ຫົວໄຫຼ່, ແຂນ, ບໍລິເວນງ່ອນດົ້ນ
- ກ້າມຊີ້ນຄໍ, ບ່າໄຫຼ່ອ່ອນແຮງ
- ເຈັບຫົວ, ປວດຂະໝັບ, ຕາມົວ
ວິທີປິ່ນປົວ
-ການປິ່ນປົວອາການເຈັບທີ່ເກີດຂຶ້ນສາມາດເຮັດໄດ້ດ້ວຍການກາຍະພາບບຳບັດ, ຍືດກ້າມຊີ້ນສ້າງຄວາມແຂງແຮງໃຫ້ກັບກ້າມຊີ້ນ
-ຮັບປະທານຢາແກ້ປວດເພື່ອຫຼຸດອາການອັກເສບ, ປວດຄໍ ແລະ ຄາຍກ້າມຊີ້ນ
ວິທີປ້ອງກັນບໍ່ໃຫ້ເກີດ Text Neck Syndrome
- ວິທີປ້ອງກັນນັ້ນສາມາດເຮັດໄດ້ດ້ວຍການປັບທ່າທາງໃນການໃຊ້ງານໂທລະສັບມືຖື ແລະ ອຸປະກອນອິເລັກໂທIນິກອື່ນໆດ້ວຍການພະຍາຍາມໃຫ້ໂທລະສັບຢູ່ເທົ່າກັບລະດັບສາຍຕາ
- ການກະທຳຢ່າງໃດຢ່າງໜຶ່ງເປັນເວລາດົນເຮັດໃຫ້ກ້າມຊີ້ນເມື່ອຍລ້າຄວນມີການພັກຜ່ອນທຸກໆ 1-2 ຊົ່ວໂມງ
- ຍືດ,ຢຽດກ້າມຊີ້ນເລື້ອຍໆ ເພາະການຍືດຊ່ວຍໃຫ້ເລືອດໄປລໍ່ລ້ຽງກ້າມຊີ້ນ ແລະ ຫຼຸດອາການເມື່ອຍລ້າ
ເຫັນໄດ້ວ່າອາການ Text Neck Syndrome ເກີດຂຶ້ນໄດ້ກັບທຸກເພດທຸກໄວ ແລະ ໃກ້ຕົວເຮົາຫຼາຍ ໂດຍສະເພາະຍຸກປັດຈຸບັນທີ່ການນຳໃຊ້ໂທລະສັບເປັນເລື່ອງປົກກະຕິຂອງການດຳລົງຊີວິດ ແຕ່ເຮົາກໍບໍ່ຄວນເບິ່ງຂ້າມສຸຂະພາບຮ່າງກາຍທີ່ອາດສົ່ງຜົນເສຍຮຸນແຮງຕໍ່ເຮົາເອງໃນພາຍຫຼັງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/