ຮູ້ຫຼືບໍ່ ກິດຈະກໍາທີ່ມັກເຮັດຫຼັງເລີກວຽກ ຫຼື ເລີກຮຽນ ຊ່ວຍໃຫ້ເຮົາເກັ່ງຂຶ້ນໄດ້ໃນທຸກໆມື້


ເມື່ອເວົ້າເຖິງສິ່ງທີ່ມັກເຮັດຫຼັງຈາກທີ່ເລີກວຽກ ຫຼື ເລີກຮຽນ ທຸກຄົນມັກເຮັດຫຍັງຫຼາຍທີ່ສຸດ? ບາງຄົນອາດມັກໃຊ້ເວລາໄປກັບການພັກຜ່ອນ, ບາງຄົນໄປອອກກໍາລັງກາຍ, ບາງຄົນກໍໄປສັງສັນກັບໝູ່ເພື່ອນ, ​ບາງຄົນກໍໃຊ້ເວລາເບິ່ງຮູບເງົາທີ່ມັກຢູ່ເຮືອນກັບຄອບຄົວ. ດັ່ງນັ້ນ, ຖ້າຫາກເຮົາມີກິດຈະກຳທີ່ໜ້າສົນໃຈທີ່ສາມາດຊ່ວຍພັດທະນາທັກສະດ້ານຕ່າງໆ ໃຫ້ເຮົາເກັ່ງຂຶ້ນໃນທຸກໆມື້ ຫຼັງເລີກວຽກ ຫຼຶ ເລີກຮຽນ ກໍຄົງເປັນເລື່ອງທີ່ດີບໍ່ໜ້ອຍ. ມື້ນີ້ທີມງານພວກເຮົາ ໄດ້ສະຫຼຸບເອົາກິດຈະກໍາເດັ່ນໆ ທີ່ເຮັດແລ້ວຈະຊ່ວຍໃຫ້ເຮົາມີພັດທະນາການກ້າວໜ້າ ແລະ ເກັ່ງຂຶ້ນໄດ້ໃນທຸກໆມື້ມາຝາກ.

  1. ທົດລອງເຮັດກິດຈະກໍາໃໝ່ໆ ທີ່ບໍ່ເຄີຍເຮັດມາກ່ອນ

ລອງປ່ຽນຈາກກິດຈະວັດປະຈໍາວັນຫຼັງເລີກວຽກ ຫຼື ເລີກຮຽນ ໃຫ້ແຕກຕ່າງຈາກທີ່ເຄີຍເຮັດຜ່ານມາ ຈະຊ່ວຍໃຫ້ເຮົາເກີດຄວາມຮູ້ໃໝ່ໆຫຼາກຫຼາຍດ້ານ, ຊ່ວຍກະຕຸ້ນແນວຄວາມຄິດສ້າງສັນ, ມີຈິນຕະນາການໃໝ່ທີ່ອາດນໍາກັບໄປປັບໃຊ້ໃນວຽກງານປະຈໍາໄດ້ອີກດ້ວຍ ເຊັ່ນ: ລອງເຂົ້າຮ່ວມເຝິກອົບຮົມ ຫຼື ຟັງສໍາມະນາຕ່າງໆໃນຫົວຂໍ້ທີ່ນອກເໜືອຈາກວຽກປະຈໍາ, ໄປເບິ່ງງານວາງສະແດງສິລະປະ, ຮຽນເພີ່ມພາສາຕ່າງປະເທດ, ຮັບເປັນອາສາສະໝັກຊ່ວຍງານເພື່ອສັງຄົມ, ຮັບອາສາສອນໜັງສືໃຫ້ເດັກນ້ອຍ ເປັນຕົ້ນ.

  1. ເຂົ້າຮ່ວມກິດຈະກໍາທີ່ດີຕໍ່ສຸຂະພາບຈິດ ແລະ ສຸຂະພາບກາຍ

ໂດຍທ່ົວໄປແລ້ວ ເຮົາໃຊ້ເວລາອາດຫຼາຍກວ່າ 8 ຊົ່ວໂມງຕໍ່ມື້ ໄປກັບການຮຽນ ຫຼື ເຮັດວຽກປະຈໍາ ຈຶ່ງເຮັດໃຫ້ຮ່າງກາຍບໍ່ໄດ້ຜ່ອນຄາຍ ແລະ ເກີດຄວາມເຄັ່ງຄຽດ ສົ່ງຜົນເສຍຕໍ່ສຸຂະພາບຈິດ ແລະ ສຸຂະພາບກາຍ. ບັນດາກິດຈະກໍາທີ່ຊ່ວຍໃຫ້ເຮົາມີສຸຂະພາບແຂງແຮງ ແລະ ມີສຸຂະພາບຈິດທີ່ດີ ໄດ້ແກ່: ການຍ່າງ ຫຼື ແລ່ນອອກກໍາລັງກາຍ, ຂີ່ລົດຖີບ, ການເຮັດສະມາທິ, ການຫຼິ້ນໂຍຄະ, ການຮຽນເຕັ້ນ, ການລອຍນ້ຳ, ການຫຼິ້ນກັບສັດລ້ຽງ,​ ການໄດ້ໂອ້ລົມສົນທະນາກັບໝູ່ສະໜິດ ຫຼື ສະມາຊິກຄອບຄົວ ເປັນຕົ້ນ.

  1. ເຮັດກິດຈະກໍາທີ່ຊ່ວຍເພີ່ມທັກສະໃນການເຮັດວຽກໃຫ້ເກັ່ງຂຶ້ນ

ຫຼັງຈາກເລີກວຽກທີ່ເຮັດປະຈໍາແລ້ວ ເວລາທີ່ເຫຼືອຄືເວລາທີ່ເຮົາສາມາດໃຊ້ໄປກັບການເສີມທັກສະດ້ານອື່ນໆ ທີ່ຈະເປັນການຊ່ວຍສະໜັບສະໜູນໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນໃນວຽກງານປະຈໍາ ເຊັ່ນ: ທົບທວນຈັດລຽງລຳດັບຄວາມສຳຄັນຂອງວຽກຄືນໃໝ່, ອ່ານປຶ້ມທີ່ກ່ຽວກັບການພັດທະນາທັກສະວຽກງານຂອງຕົນ, ສ້າງຕາຕະລາງສິ່ງທີ່ຕ້ອງເຮັດສໍາລັບມື້ຖັດໄປ (To-do list), ອັບເດດຂໍ້ມູນໃນຊີວະປະຫວັັດສ່ວນຕົວ, ຈັດແຈງໂຕະເຮັດວຽກ, ຈັດການກັບອີເມວທີ່ທັນບໍ່ໄດ້ຕອບ, ນໍາເອົາສິ່ງຂອງທີ່ບໍ່ໄດ້ໃຊ້ເກັບໃສ່ກ່ອງເພື່ອກຽມບໍລິຈາກ ເປັນຕົ້ນ.

  1. ໃຊ້ເວລາກັບໝູ່ສະໜິດ, ຄົນໃນຄອບຄົວ:

ເວລາພັກຜ່ອນຫຼັງເລີກຮຽນ ຫຼື ເລີກວຽກ ແມ່ນເປັນເວລາສ່ວນຕົວທີ່ເຮົາສາມາດຈັດສັນໃຫ້ເກີດຜົນປະໂຫຍດສູງສຸດທັງຕໍ່ຕົນເອງ ແລະ ຕໍ່ຄົນອ້ອມຂ້າງ. ດັ່ງນັ້ນ, ຢ່າລືມແບ່ງປັນເວລາໃຫ້ກັບໝູ່ສະໜິດ ແລະ ຄົນໃນຄອບຄົວ ເພື່ອເສີມສ້າງສາຍສຳພັນທີ່ດີ ແລະ ຍັງຊ່ວຍໃຫ້ເຮົາຮູ້ສຶກຜ່ອນຄາຍຫຼາຍຂຶ້ນອີກດ້ວຍ, ເຊິ່ງກິດຈະກໍາທີ່ສາມາດຊວນໝູ່ເພື່ອນ ແລະ ຄົນໃນຄອບຄົວເຮັດຮ່ວມກັບມີຫຼາກຫຼາຍຢ່າງເຊັ່ນ: ພາຄອບຄົວປ່ຽນບັນຍາກາດໄປກິນເຂົ້ານອກເຮືອນ, ຊ່ວຍກັນຄິດເມນູ ແລະ ແຕ່ງກິນຮ່ວມກັນ, ໄປຕະຫຼາດເລາະຊື້ເຄື່ອງນໍາກັນ, ໃຊ້ເວລາພັກຜ່ອນຢູ່ສວນສາທາລະນະ, ເບິ່ງຮູບເງົານຳກັນ, ໄປເບິ່ງຄອນເສີດນໍາກັນ ເປັນຕົ້ນ.

  1. ໃຊ້ເວລາຫຼັງເລີກຮຽນ ຫຼື ເລີກວຽກ ໄປກັບການສ້າງເປົ້າໝາຍຊີວິດຂອງຕົນ

ເວລາຫຼັງເລີກຮຽນ ຫຼື ເລີກວຽກ ເປັນໄລຍະເວລາທີ່ເຮົາສາມາດກັບມາທຸ້ມເທໃຫ້ກັບເປົ້າໝາຍສິ່ງທີ່ເຄີຍຢາກເຮັດໃນແຕ່ກ່ອນ ເຊັ່ນ: ຫາກມີເປົ້າໝາຍ ຫຼື ຄວາມໃຝ່ຝັນຢາກຈະເປັນຊ່າງຖ່າຍພາບ ແຕ່ວຽກປະຈໍາແມ່ນເຮັດວຽກບັນຊີ ທ່ານອາດໃຊ້ເວລາໄລຍະຫຼັງເລີກວຽກນີ້ ທົດລອງເຮັດໃນສິ່ງທີ່ຢາກເຮັດ ບໍ່ວ່າຈະເປັນການລົງຮຽນເພື່ອພັດທະນາທັກສະການຖ່າຍພາບ, ທົດລອງຮັບງານຖ່າຍພາບ ເປັນຕົ້ນ. ບາງຄັ້ງ ທ່ານອາດຄົ້ນພົບອາຊີບເສີມຈາກການເປີດໃຈທົດລອງເຮັດສິ່ງໃໝ່ໆນີ້ກໍໄດ້.

ສະຫຼຸບແລ້ວ, ການບໍລິຫານເວລາຫຼັງເລີກຮຽນ ຫຼື ເລີກວຽກ ໄປກັບສິ່ງທີ່ກໍ່ໃຫ້ເກີດການພັດທະນາກ້າວໜ້າສໍາລັບຕົນເອງໃນແຕ່ລະມື້ນັ້ນ ຈະເປັນບາດກ້າວນ້ອຍໆທີ່ນໍາພາໃຫ້ເກີດການປ່ຽນແປງທີ່ດີຂຶ້ນໃນຊີວິດ ໂດຍເລີ່ມຕົ້ນຈາກເລື່ອງນ້ອຍໆທີ່ເຮົາສາມາດເຮັດໄດ້ດີໃນແຕ່ລະວັນ ເຊິ່ງຖ້າເຮົາປະຕິບັດຢ່າງສະໝ່ຳສະເໝີ ບໍ່ແນ່ວ່າ ໃນອີກຫຼາຍປີຕໍ່ມາ ເຮົາອາດຈະຕ້ອງແປກໃຈຕົນເອງ ທີ່ຄົ້ນພົບທັກສະໃໝ່ໆ ແລະ ມີຄວາມກ້າວໜ້າໃນໜ້າທີ່ວຽກງານຢ່າງກ້າວກະໂດດ ຈາກການໃຊ້ເວລາບໍ່ພໍເທົ່າໃດຊົ່ວໂມງຫຼັງເລີກວຽກໃນແຕ່ລະມື້.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/2p9xr6ny

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/