Tether ລົງທຶນ 18.75 ລ້ານໂດລາໃນ XREX Group ພ້ອມກັບເປີດຕົວ Stablecoin ໃໝ່ “XAU1” ເພື່ອແນໃສ່ການຈ່າຍເງິນແບບ B2B ຂ້າມພົມແດນ


Tether ບໍລິສັດສິນຊັບດິຈິຕອນທີ່ຢູ່ເບື້ອງຫຼັງ Stablecoin ຍອດນິຍົມຄື USDT, ໄດ້ປະກາດລົງທຶນໃນ XREX Group ບໍລິສັດ fintech ຂ້າມພົມແດນ, ເຊິ່ງມີມູນຄ່າຫຼາຍເຖິງ 18.75 ລ້ານໂດລາສະຫະລັດ. ພ້ອມກັບການເປີດຕົວ Stablecoin ຕົວໃໝ່ຊື່ວ່າ “XAU1”

ໂດຍເປົ້າໝາຍຂອງການຮ່ວມມືກັນໃນຄັ້ງນີ້:

  • ເພື່ອປັບປຸງການຊໍາລະເງິນແບບ B2B ຂ້າມພົມແດນ. Tether ມີຈຸດປະສົງທີ່ຈະນໍາໃຊ້ USDT ເປັນມາດຕະຖານໃໝ່ສໍາລັບລະບົບການເງິນ, ຊ່ວຍໃຫ້ທຸລະກິດໂອນເງິນລະຫວ່າງປະເທດສະດວກ, ວ່ອງໄວ ແລະ ປະຢັດຄ່າທຳນຽມຕ່າງໆ.
  • ເພື່ອສົ່ງເສີມນະວັດຕະກໍາໃນອຸດສາຫະກໍາສິນຊັບດິຈິຕອນ: ທັງສອງບໍລິສັດຈະຮ່ວມກັນພັດທະນາໂຊລູຊັນໃໝ່ໆໃນ blockchain ເພື່ອຂະຫຍາຍການເຂົ້າເຖິງບໍລິການທາງດ້ານການເງິນໃຫ້ກັບຜູ້ຄົນໃນທົ່ວໂລກ.
  • ສະໜັບສະໜູນເຕັກໂນໂລຊີທີ່ມີການຄຸ້ມຄອງດູແລ: Tether ແລະ XREX ມຸ່ງໝັ້ນທີ່ຈະເຮັດວຽກຮ່ວມກັບໜ່ວຍຄຸ້ມຄອງດູແລ. ເພື່ອສ້າງກອບການຄຸ້ມຄອງດູແລທີ່ໂປ່ງໃສ ແລະ ມີປະສິດທິພາບສໍາລັບສິນຊັບດິຈິຕອນ.

ສຳລັບຜົນໄດ້ຮັບທີ່ຄາດຫວັງໄວ້:

  • ການເຮັດທຸລະກໍາແບບ B2B ຂ້າມພົມແດນທີ່ມີປະສິດທິພາບຫຼາຍຂຶ້ນ: ການລົງທຶນຂອງ Tether ຈະຊ່ວຍໃຫ້ XREX ຂະຫຍາຍໂຄງສ້າງພື້ນຖານການຊໍາລະເງິນລະຫວ່າງປະເທດ, ຊ່ວຍໃຫ້ທຸລະກິດສາມາດໂອນເງິນໄດ້ໄວຂຶ້ນ ແລະ ປະຢັດຄ່າທຳນຽມ
  • Stablecoin ໃໝ່ທີ່ໝັ້ນຄົງ: XAU1 ເປັນຫຼຽນ Stablecoin ທີ່ຜູກມູນຄ່າໄວ້ກັບເງິນໂດລາສະຫະລັດ ແລະ Tether Gold (XAUt), ສະເໜີທາງເລືອກການລົງທຶນທີ່ປອດໄພ ແລະ ປ້ອງກັນຄວາມສ່ຽງຈາກເງິນເຟີ້.
  • ການຄຸ້ມຄອງດູແລທີ່ເຂັ້ມງວດຫຼາຍຂຶ້ນ: ການຮ່ວມມືນີ້ຈະສົ່ງເສີມການພັດທະນາຂອງກອບກົດລະບຽບທີ່ຍືນຍົງສໍາລັບອຸດສາຫະກໍາສິນຊັບດິຈິຕອນ.

ຢ່າງໃດກໍຕາມ, ຍັງມີຄວາມກັງວົນກ່ຽວກັບກົດລະບຽບຂອງສະກຸນເງິນດິຈິຕອນ. ຜູ້ຊ່ຽວຊານບາງຄົນເຫັນວ່າ ກົດລະບຽບໃນປັດຈຸບັນແມ່ນບໍ່ພຽງພໍ, ຈຳເປັນຕ້ອງມີການປັບປຸງເພື່ອຄວບຄຸມ ແລະ ປົກປ້ອງນັກລົງທຶນ.

ໂດຍລວມແລ້ວ, ການລົງທຶນຂອງ Tether ໃນ XREX Group ແລະ ການເປີດຕົວຂອງ XAU1 ນັ້ນ ຖືເປັນບາດກ້າວອັນສໍາຄັນໃນອຸດສາຫະກໍາສິນຊັບດິຈິຕອນ. ການຮ່ວມມືນີ້ມີທ່າແຮງທີ່ຈະຊ່ວຍປັບປຸງການຊໍາລະເງິນລະຫວ່າງປະເທດ, ສົ່ງເສີມນະວັດຕະກໍາ, ສ້າງລະບົບນິເວດການເງິນທີ່ປອດໄພກວ່າ ແລະ ມີປະສິດທິພາບຍິ່ງຂຶ້ນ.

ທີ່ມາ:

cointelegraph

tether.io

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/