Swift ເຊິ່ງເປັນຜູ້ໃຫ້ບໍລິການເຄືອຂ່າຍການສົ່ງຂໍ້ຄວາມທາງການເງິນລະດັບໂລກ ໄດ້ປະກາດຄວາມພ້ອມໃນການນຳໃຊ້ລະບົບບັນຊີແຍກປະເພດ (Ledger) ທີ່ອີງໃສ່ເທັກໂນໂລຊີບລັອກເຊນແລ້ວ ໂດຍມີ 17 ທະນາຄານຊັ້ນນຳຈາກ 6 ທະວີບກຽມພ້ອມທົດສອບການເຮັດທຸລະກຳຈິງ.
ການເຄື່ອນໄຫວຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການແກ້ໄຂບັນຫາຄວາມຊັກຊ້າຂອງການໂອນເງິນຂ້າມປະເທດ ດ້ວຍການນຳໃຊ້ເງິນຝາກໃນຮູບແບບໂທເຄນ (Tokenized Deposits) ເຊິ່ງຈະຊ່ວຍໃຫ້ສາມາດໂອນເງິນໄດ້ຕະຫຼອດ 24 ຊົ່ວໂມງໃນທຸກໆມື້ ໂດຍບໍ່ມີມື້ພັກ.
ລະບົບເຄືອຂ່າຍໃໝ່ນີ້ຖືກພັດທະນາຂຶ້ນພາຍໃນເວລາພຽງ 9 ເດືອນໂດຍເຮັດໜ້າທີ່ເປັນຊັ້ນການຈັດການ (Orchestration layer) ທີ່ເຊື່ອມຕໍ່ລະບົບເງິນຝາກໂທເຄນທີ່ອອກໂດຍແຕ່ລະທະນາຄານເຂົ້າຫາກັນ.
ສຳລັບ “Tokenized Deposits” ນັ້ນ ບໍ່ແມ່ນຫຼຽນຄຣິບໂຕ ຫຼື Stablecoin ແບບທົ່ວໄປ ແຕ່ເປັນການນຳເອົາຍອດເງິນຝາກຂອງລູກຄ້າໃນບັນຊີທະນາຄານມາປ່ຽນເປັນຮູບແບບດິຈິຕອນ ທີ່ຍັງຄົງໄດ້ຮັບການຮັບຮອງຕາມກົດໝາຍ ແລະ ມາດຕະຖານສິນເຊື່ອແບບດັ້ງເດີມ.
ລະບົບນີ້ຈະຊ່ວຍໃຫ້ເງິນຂອງລູກຄ້າສາມາດເຄື່ອນຍ້າຍໄດ້ຕະຫຼອດເວລາ ລວມເຖິງຕອນກາງຄືນ ແລະ ວັນທ້າຍອາທິດ ກ່ອນທີ່ຈະມີການຊຳລະບັນຊີຂັ້ນສຸດທ້າຍ (Settlement) ຜ່ານລະບົບທະນາຄານແບບດັ້ງເດີມ ເຊິ່ງຈະຊ່ວຍຫຼຸດຜ່ອນຂັ້ນຕອນທີ່ຫຍຸ້ງຍາກ ແລະ ສ້າງປະສົບການທີ່ລື່ນໄຫຼໃຫ້ແກ່ລູກຄ້າ.
ຄວາມສຳຄັນຂອງການປ່ຽນແປງຄັ້ງນີ້ ຢູ່ທີ່ການແກ້ໄຂຂໍ້ຈຳກັດດ້ານສະພາບຄ່ອງ (Liquidity). ທີ່ຜ່ານມາ ເຖິງແມ່ນວ່າ 75% ຂອງການໂອນເງິນຜ່ານເຄືອຂ່າຍ Swift ຈະສາມາດໄປຮອດທະນາຄານປາຍທາງໄດ້ພາຍໃນເວລາ 10 ນາທີ ແຕ່ກໍຍັງຖືກຈຳກັດດ້ວຍເວລາເຮັດວຽກຂອງທະນາຄານ ແລະ ວັນພັກຕ່າງໆ.
ຜູ້ຊ່ຽວຊານໃນອຸດສາຫະກຳຊີ້ໃຫ້ເຫັນວ່າ ການຫັນເປັນໂທເຄນ (Tokenisation) ຈະຊ່ວຍແກ້ໄຂບັນຫາຄໍຂວດຂອງສະພາບຄ່ອງໄດ້ຢ່າງມີປະສິດທິພາບ ໂດຍທະນາຄານສາມາດໝູນໃຊ້ສະພາບຄ່ອງແບບດິຈິຕອນໄດ້ທັນທີເມື່ອຕ້ອງການ ແທນທີ່ຈະຕ້ອງກັກເງິນສົດຈຳນວນມະຫາສານໄວ້ໃນຫຼາຍໆປະເທດເພື່ອລໍຖ້າການຊຳລະເງິນ.
ຈຸດເດັ່ນທີ່ເຮັດໃຫ້ລະບົບຂອງ Swift ໄດ້ຮັບການຍອມຮັບຈາກທະນາຄານລະດັບໂລກ ແມ່ນການອອກແບບທີ່ຍັງຄົງຮັກສາມາດຕະຖານການປະຕິບັດຕາມກົດໝາຍ (Compliance), ການຈັດການຄວາມສ່ຽງ ແລະ ການຄວບຄຸມທີ່ມີຢູ່ໃນລະບົບການຊຳລະເງິນປັດຈຸບັນໄວ້ຢ່າງຄົບຖ້ວນ.
ສຳລັບການທົດສອບໃນໄລຍະທຳອິດນີ້ ມີ 17 ທະນາຄານຊັ້ນນຳລະດັບໂລກເຂົ້າຮ່ວມນຳຮ່ອງ ເຊັ່ນ: HSBC, Citi, BNP Paribas, UBS, ANZ, DBS ແລະ Standard Chartered ເປັນຕົ້ນ.
ການເຄື່ອນໄຫວຂອງ Swift ທີ່ປະຈຸບັນມີເຄືອຂ່າຍເຊື່ອມໂຍງສະຖາບັນການເງິນກວ່າ 11,500 ແຫ່ງໃນ 200 ກວ່າປະເທດ ຖືເປັນການວາງຮາກຖານອັນແຂງແຮງເພື່ອຮອງຮັບນະວັດຕະກຳໃໝ່ໆໃນອະນາຄົດ ບໍ່ວ່າຈະເປັນ ເງິນທີ່ສາມາດຕັ້ງໂປຣແກຣມໄດ້ (Programmable money) ຫຼື ການເຮັດທຸລະກຳແບບອັດຕະໂນມັດ (Agentic commerce) ເຊິ່ງຈະເປັນການພິກໂສມໜ້າປະຫວັດສາດການເງິນໂລກ ໃຫ້ກ້າວເຂົ້າສູ່ຍຸກດິຈິຕອນຢ່າງເຕັມຮູບແບບໂດຍບໍ່ຕ້ອງປະຖິ້ມຄວາມປອດໄພຂອງລະບົບເດີມ
#LaoXperts #Swift #Blockchain #ບລັອກເຊນ #ໂອນເງິນຂ້າມປະເທດ #TokenizedDeposits #ການເງິນຍຸກໃໝ່ #ທຸລະກຳການເງິນດິຈິຕອນ


