ປົກເວັບ 58 1

ທະນາຄານແຫ່ງ ສປປ ລາວໄດ້ຢືນຢັນເປົ້າໝາຍການກົດດັນອັດຕາເງິນເຟີ້ໃຫ້ລົງມາຢູ່ໃນລະດັບ 6.4 ຫາ 6.6 ສ່ວນຮ້ອຍໃນທ້າຍປີ 2026 ເພື່ອແກ້ໄຂບັນຫາປາກທ້ອງ ແລະ ຟື້ນຟູສະຖຽນລະພາບທາງເສດຖະກິດຢ່າງຮີບດ່ວນ.

ທ່າມກາງສະຖານະການທາງດ້ານເສດຖະກິດທີ່ເຕັມໄປດ້ວຍສິ່ງທ້າທາຍ ທ່ານ ນ. ບຸນຄຳ ວໍລະຈິດ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໂດຍໃຫ້ລາຍລະອຽດກ່ຽວກັບທ່າອ່ຽງຂອງອັດຕາເງິນເຟີ້ພາຍໃນປະເທດ ພາຍຫຼັງທີ່ປະເຊີນກັບປັດໄຈກົດດັນທັງພາຍໃນ ແລະ ພາຍນອກມາຕະຫຼອດເຄິ່ງປີທຳອິດ.

ຈາກການເປີດເຜີຍຂໍ້ມູນພົບວ່າ ອັດຕາເງິນເຟີ້ສະເລ່ຍໃນຫົກເດືອນຕົ້ນປີ 2026 ຍັງຄົງຢູ່ໃນລະດັບ 8.0% ເຊິ່ງເປັນການເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 6.2 ສ່ວນຮ້ອຍໃນເດືອນກຸມພາ ມາເປັນ 7.4 ສ່ວນຮ້ອຍໃນເດືອນມິຖຸນາ. 

ເຖິງແມ່ນວ່າຕົວເລກດັ່ງກ່າວຈະຍັງສູງກວ່າຄາດໝາຍທີ່ສະພາແຫ່ງຊາດຮັບຮອງໄວ້ທີ່ລະດັບ 5 ສ່ວນຮ້ອຍ ແຕ່ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025 ທີ່ເຄີຍພຸ່ງສູງເຖິງ 10.9 ສ່ວນຮ້ອຍ ກໍຖືວ່າເປັນທ່າອ່ຽງທີ່ຊ້າລົງ. 

ຢ່າງໃດກໍຕາມ ຄວາມໜ້າສົນໃຈຂອງການລາຍງານຄັ້ງນີ້ແມ່ນການຄາດຄະເນທິດທາງໃນຫົກເດືອນທ້າຍປີ ເຊິ່ງບັນດາອົງການຈັດຕັ້ງສາກົນລວມເຖິງ ທະນາຄານພັດທະນາອາຊີ ທະນາຄານໂລກ ກອງທຶນເງິນຕາສາກົນ ແລະ ອົງການ AMRO ໄດ້ປະເມີນໄວ້ວ່າ ອັດຕາເງິນເຟີ້ສະເລ່ຍໝົດປີຂອງ ສປປ ລາວ ຈະສູງເຖິງ 8 ຫາ 9.8 ສ່ວນຮ້ອຍ. 

ໃນຂະນະດຽວກັນ ທະນາຄານແຫ່ງ ສປປ ລາວ ພັດມີມຸມມອງທີ່ແຕກຕ່າງອອກໄປ ໂດຍມີຄວາມເຊື່ອໝັ້ນ ແລະ ຄາດຄະເນວ່າ ອັດຕາເງິນເຟີ້ສະເລ່ຍຕະຫຼອດປີ 2026 ຈະສາມາດຄວບຄຸມໃຫ້ລົງມາຢູ່ໃນລະດັບພຽງແຕ່ 6.4 ຫາ 6.6 ສ່ວນຮ້ອຍເທົ່ານັ້ນ.

ສຳລັບເດືອນກໍລະກົດ 2026 ນີ້ ຄາດວ່າຈະຢູ່ໃນລະດັບ 6.8 ສ່ວນຮ້ອຍ ໂດຍມີຂອບຄວາມເປັນໄປໄດ້ຕໍ່າສຸດທີ່ 6.3 ສ່ວນຮ້ອຍ ແລະ ສູງສຸດທີ່ 7.2 ສ່ວນຮ້ອຍ.  

ສາເຫດຫຼັກທີ່ເຮັດໃຫ້ອັດຕາເງິນເຟີ້ຍັງຄົງກົດດັນເສດຖະກິດລາວ ໄດ້ຖືກຊີ້ແຈງຢ່າງຈະແຈ້ງວ່າມາຈາກສອງປັດໄຈຕົ້ນຕໍ ຄືການເໜັງຕີງຂອງລາຄານໍ້າມັນໃນຕະຫຼາດໂລກ ແລະ ການອ່ອນຄ່າຂອງອັດຕາແລກປ່ຽນ. 

ຂໍ້ຂັດແຍ່ງໃນພາກພື້ນຕາເວັນອອກກາງນັບແຕ່ທ້າຍເດືອນກຸມພາ 2026 ໄດ້ຍູ້ໃຫ້ລາຄານໍ້າມັນສາກົນສູງຂຶ້ນ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນການຜະລິດພາຍໃນປະເທດ ເຮັດໃຫ້ຄ່າຂົນສົ່ງເຊັ່ນຄ່າລົດໂດຍສານປັບຕົວສູງຂຶ້ນເຖິງ 17 ຫາ 36 ສ່ວນຮ້ອຍ. 

ແຕ່ຖ້າຫາກຂໍ້ຂັດແຍ່ງເຫຼົ່ານີ້ໄດ້ຮັບການແກ້ໄຂ ທ່າອ່ຽງລາຄານໍ້າມັນກໍຈະຫຼຸດລົງ ເຊິ່ງຈະເປັນປັດໄຈບວກຊ່ວຍດຶງເງິນເຟີ້ໃຫ້ລົງມາສະເລ່ຍທີ່ 6.5 ສ່ວນຮ້ອຍໄດ້ໃນທ້າຍປີ. 

ອີກໜຶ່ງປັດໄຈທີ່ໜ້າເປັນຫ່ວງແມ່ນເລື່ອງອັດຕາແລກປ່ຽນ ໂດຍຜົນການສຶກສາຂອງ ທະນາຄານແຫ່ງ ສປປ ລາວ ລະບຸຊັດເຈນວ່າ ທຸກໆການອ່ອນຄ່າຂອງເງິນກີບ 1 ສ່ວນຮ້ອຍ ຈະສົ່ງຜ່ານເປັນອັດຕາເງິນເຟີ້ເພີ່ມຂຶ້ນ 0.29 ສ່ວນຮ້ອຍ.

ການອ່ອນຄ່ານີ້ເກີດຈາກເງິນໂດລາສະຫະລັດທີ່ແຂງຄ່າແຮງໃນຕະຫຼາດສາກົນ ບວກກັບຄວາມຕ້ອງການເງິນຕາຕ່າງປະເທດພາຍໃນທີ່ເພີ່ມຂຶ້ນຢ່າງມະຫາສານ ໂດຍສະເພາະການຊຳລະຄ່ານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນ 59.57 ສ່ວນຮ້ອຍ ການນຳເຂົ້າຄຳແທ່ງເພີ່ມຂຶ້ນເຖິງ 573.24 ສ່ວນຮ້ອຍ ແລະ ການນຳເຂົ້າຍານພາຫະນະທີ່ເພີ່ມຂຶ້ນ 34.35 ສ່ວນຮ້ອຍ.  

ເພື່ອຮັບມືກັບສະພາບການດັ່ງກ່າວ ແລະ ສູ້ຊົນໃຫ້ບັນລຸຄາດໝາຍເງິນເຟີ້ສະເລ່ຍບໍ່ເກີນ 7 ສ່ວນຮ້ອຍຕາມທີ່ສະພາແຫ່ງຊາດຮັບຮອງໄວ້ ທະນາຄານແຫ່ງ ສປປ ລາວ ຈະສຸມໃສ່ການປະຕິບັດນະໂຍບາຍເງິນຕາແບບປະສົມປະສານຢ່າງເຄັ່ງຄັດ. 

ມາດຕະການລວມມີການຄວບຄຸມອັດຕາແລກປ່ຽນໃຫ້ມີສະຖຽນລະພາບ ໂດຍກຳນົດຂອບໃຫ້ມີຄວາມຍືດຍຸ່ນ ແລະ ພະຍາຍາມຮັກສາສ່ວນຕ່າງລະຫວ່າງອັດຕາຂອງທະນາຄານທຸລະກິດ ແລະ ຕະຫຼາດນອກລະບົບໃຫ້ຫຍັບໃກ້ເຂົ້າກັນ. 

ພ້ອມດຽວກັນນັ້ນ ຈະມີການຄຸ້ມຄອງປະລິມານເງິນລວມ ຫຼື M2 ໃຫ້ເໝາະສົມ ຜ່ານການທົບທວນອັດຕາດອກເບ້ຍພື້ນຖານ ປັບປຸງກົນໄກເງິນແຮຝາກບັງຄັບ ແລະ ການສືບຕໍ່ຈຳໜ່າຍພັນທະບັດໄລຍະສັ້ນສະກຸນເງິນກີບ. 

ຍິ່ງໄປກວ່ານັ້ນ ທາງທະນາຄານກາງຍັງໄດ້ກະກຽມຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອສ້າງໂຄງສ້າງລາຄາ ແລະ ຄຸ້ມຄອງລາຄາສິນຄ້າທີ່ກະທົບໄວຕໍ່ຊີວິດປະຈຳວັນເຊັ່ນ ກຸ່ມຕົ້ນທຶນການຜະລິດກະສິກຳ ແລະ ຢາປົວພະຍາດ ຕະຫຼອດຈົນການກະກຽມສ້າງຕະຫຼາດປະມູນສິນຄ້າ ເພື່ອແຊກແຊງລາຄາໃຫ້ມີຄວາມເປັນທຳ ແລະ ຫຼຸດຜ່ອນພາລະຄ່າຄອງຊີບຂອງປະຊາຊົນໃນໄລຍະທີ່ເສດຖະກິດກຳລັງປັບຕົວນີ້. 

#LaoXperts #ເສດຖະກິດລາວ #ອັດຕາເງິນເຟີ້ #ທະນາຄານແຫ່ງສປປລາວ #ສະພາແຫ່ງຊາດ #ວິເຄາະເສດຖະກິດ

Comments are disabled