Spider-Man ເປັນ superhero ທີ່ເປັນມິດກັບສິ່ງແວດລ້ອມທີ່ສຸດໃນຈັກກະວານ superhero ຢ່າງເປັນທາງການ


ແຟນໆຮູບເງົາ Superhero ຫຼາຍຄົນອາດຈະເຄີຍເບິ່ງຮູບເງົາກ່ຽວກັບເລື່ອງລາວຜະຈົນໄພ ຫຼື ປະຕິບັດການຊ່ວຍໂລກມາຫຼາຍ ແຕ່ເຄີຍສົງໄສບໍ່ວ່າ Hero ທີ່ຕົນມັກນັ້ນມີຄວາມຮັກມັກ ຫຼື ໃສ່ໃຈສິ່ງແວດລ້ອມຫຼາຍເທົ່າໃດ.

ເມື່ອບໍ່ດົນມານີ້ Save on Energy ໄດ້ເຮັດການສຶກສາ ແລະ ວິເຄາະການຈັດອັນດັບໃຫ້ແກ່ບັນດາ Superhero ທຸກໆຄົນ ເພື່ອຫາວ່າ Superhero ໃດທີ່ “ເປັນມິດກັບສິ່ງແວດລ້ອມທີ່ສຸດ” ໂດຍອີງຕາມ 5 ມາດຕະຖານທີ່ແຕກຕ່າງກັນດັ່ງນີ້:

  1. ການເລືອກອາວຸດ
  2. ການຄົມມະນາຄົມ(ການເດີນທາງຕ່າງໆ)
  3. ຄວາມໜ້າເຊື່ອຖືຂອງ superhero (ພື້ນຖານການດຳລົງຊີວິດ)
  4. ປະເພດຂອງພະລັງ
  5. ຄວາມຫຼາຍຂອງການທຳຮ້າຍໂລກໃນລະຫວ່າງລະກອບກູ້ໂລກ!

ດ້ວຍຄະແນນທັງໝົດ 127 ຄະແນນ “Spider-man” ຖືວ່າມີລົດສະນິຍົມການໃຊ້ຊີວິດທີ່ຍືນຍົງທີ່ສຸດ ແລະ ເປັນມິດກັບສິ່ງແວດລ້ອມທີ່ສຸດ! ຕາມມາດ້ວຍ Aquaman, Storm ແລະ Black Widow.

Spider-man ແລະ Aquaman ຖືວ່າໄດ້ຖືກຍອມຮັບເປັນທີ່ສຸດເລື່ອງການເປັນມິດກັບສິ່ງແວດລ້ອມ ຖ້າເຮົາເຄີຍເບິ່ງຮູບເງົາທັງສອງເລື່ອງ ຈະໄດ້ເຫັນວິຖີຊີວິດ ລວມທັງການເດີນທາງໄປ-ມາ ຂອງທັງສອງ superhero.

ແຕ່ທີ່ໜ້າເສົ້າໃຈແມ່ນ Iron Man ເປັນ superhero ທີ່ເປັນມິດກັບທຳມະຊາດໜ້ອຍທີ່ສຸດ ຕາມມາດ້ວຍ Bat Man ເນື່ອງຈາກການໃຊ້ຊີວິດຂອງ Superhero ທີ່ຕິດພັນກັບເທັກໂນໂລຢີຫຼາຍ ເຊິ່ງຖ້າເຮົາເຄີຍເບິ່ງຮູບເງົາທັງສອງ Superhero ກໍຈະເຫັນໄດ້.

ທີ່ມາ: https://www.euronews.com/living/2021/01/13/the-most-environmentally-friendly-superhero-revealed