Slow Life ຂອງແທ້! ພົບສິ່ງທີ່ມີຊີວິດ ບໍ່ກິນ, ບໍ່ເໜັງ ແລະ ບໍ່ເຮັດຫຍັງເລີຍ ຢູ່ບ່ອນເກົ່າລ້າໆ ມາເປັນເວລາ 7 ປີ

slow-life-ຂອງແທ້-ພົບສິ່ງທີ່ມີຊີວິດ

ຖ້າຄິດເຖິງຄຳວ່າ Slow Life ກໍຄົງຈະເປັນການໃຊ້ຊີວິດແບບຊ້າໆ, ໃຈເຢັນບໍ່ເດືອດບໍ່ຮ້ອນ, ບໍ່ຕື່ນເຕັ້ນກັບສິ່ງໃດໆ ທີ່ເກີດຂຶ້ນອ້ອມຂ້າງ ແລະ ຖ້າເປັນສັດ ຫຼາຍຄົນກໍຄົງຈະຄິດເຖິງ ສະລັອດ (Sloth) ສັດລ້ຽງລູກດ້ວຍນົມທີ່ມີການເຄື່ອນໄຫວຊ້າທີ່ສຸດໃນໂລກ ແລະ ຖືກຍົກໃຫ້ເປັນບິດາຂອງການໃຊ້ຊີວິດແບບ Slow Life.

ແຕ່ເບິ່ງຄືວ່າຕຳແໜ່ງດັ່ງກ່າວຂອງສະລັອດຈະຕ້ອງສັ່ນສະເທືອນແລ້ວ ເມື່ອນັກວິທະຍາສາດ ຄົ້ນພົບ ສິ່ງມີຊີວິດ ທີ່ບໍ່ກິນ, ບໍ່ເໜັງ ແລະ ບໍ່ເຮັດຫຍັງເລີຍ ຢູ່ບ່ອນເກົ່າລ້າໆ ມາເປັນເວລາ 7 ປີ ໃນຖໍ້າແຫ່ງໜຶ່ງຂອງປະເທດ ສະໂລວີເນຍ.

ໂດຍສັດດັ່ງກ່າວ ມີຊື່ວ່າ ໂອມສ (Olms) ເປັນກຸ່ມສັດ ຊາລາເມນເດີ ເຊິ່ງມີຄວາມຍາວ ປະມານ 12​ ນິ້ວ ບໍ່ມີສີ, ຕາບອດ ແຕ່ມີອາຍຸຍືນເຖິງ 100 ປີ ກັນເລີຍ.

slow-life-ຂອງແທ້-ພົບສິ່ງທີ່ມີຊີວິດ

ໂດຍທີມນັກທຳມະຊາດວິທະຍາ ແລະ ນັກສັດວິທະຍາຢູໂຣບ ໄດ້ເຂົ້າໄປສຳຫຼວດຖໍ້າແຫ່ງນີ້ ເມື່ອຫຼາຍສິບປີກ່ອນ ຫຼັງຈາກໄດ້ດຳນໍ້າຢູ່ຫຼາຍຄັ້ງ ພວກເຂົາກໍສັງເກດເຫັນຄວາມແປກປະຫຼາດ  ໂດຍສິ່ງມີຊີວິດຄ້າຍຄືກັບລູກຈີ່ຈ້ຽມນີ້ ບາງໂຕກໍບໍ່ມີການປ່ຽນຕຳແໜ່ງເລີຍ ເຖິງແມ່ນວ່າເວລາຈະຜ່ານໄປຫຼາຍມື້ແລ້ວກໍຕາມ.

ພວກເຂົາຈຶ່ງຕິດແທັກ ຫຼື ເຄື່ອງຕິດຕາມໃສ່ໃນສັດນັ້ນ ຈຳນວນ 7 ໂຕ ໃນປີ 2010 ແລະ ອີກ 19 ໂຕ ໃນປີ 2016 ເພື່ອຕິດຕາມເບິ່ງວ່າມັນຈະໄປໃສແດ່ ເຊິ່ງຜົນອອກມາແມ່ນມີ 3 ໂຕທີ່ມີການເຄື່ອນທີ່ໄປໄກບໍ່ເກີນ 20 ແມັດ ແຕ່ທີ່ໜ້າສົນໃຈແມ່ນ ມີໂຕໜຶ່ງທີ່ບໍເໜັງໄປໃສເລີຍຕະຫຼອດເວລາ 2.569 ວັນ ຫຼື 7 ປີ.

slow-life-ຂອງແທ້-ພົບສິ່ງທີ່ມີຊີວິດ

ແມັດທິວ ນຽມມິວເລີ (Matthew Niemiller) ນັກຊີວະວິທະຍາຖໍ້າ ແຫ່ງມະຫາວິທະຍາໄລອາລາບາມາ ກ່າວວ່າ: “ອາດເປັນຍ້ອນລະບົບນິເວດໃນຖໍ້າທີ່ມັນອາໄສຢູ່ບໍ່ເອື້ອອຳນວຍປານໃດ ຫຼື ກໍຄື ອາຫານນັ້ນຫາຍາກ ແລະ ບໍ່ມີສັດນັກລ່າ, ພວກມັນປະສົມພັນພຽງຄັ້ງດຽວ ໃນທຸກໆ 12 ປີ ແລະ ຜ່ານການຄຳນວນ ພວກມັນຄົງຄິດວ່າບໍ່ເໜັງໄປໃສດີກວ່າ ຈຶ່ງຈະໄດ້ບໍ່ຕ້ອງເປືອງພະລັງງານ.”

ເດວິດ ອາເດທັນໂບຣອດ (David Attenborough) ນັກທຳມະຊາດວິທະຍາ ກ່າວວ່າ ໂອມ ໃຊ້ຊີວິດຢ່າງເຊື່ອງຊ້າ, ນີ້ເບິ່ງຄືຈະເປັນເຄັດລັບໃນການມີຊີວິດທີ່ຍືນຍາວຂອງມັນ ແລະ ນັ້ນອາດເປັນບົດຮຽນສຳລັບພວກເຮົາທຸກຄົນ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/