John Wick: Chapter 4 ກາຍເປັນຮູບເງົາເຣດ R ທີ່ມີລາຍໄດ້ເປີດຕົວສູງທີ່ສຸດ ນັບຕັ້ງແຕ່ປີ 2020

john-wick-chapter-4-ກາຍເປັນຮູບເງົາເຣດ-r

John Wick: Chapter 4 ຮູບເງົາທີ່ມາແຮງແຊງທາງໂຄ້ງ ດຸດັນແບບບໍ່ເກງໃຈໃຜ ໄດ້ເຂົ້າສາຍໃນໂຮງຮູບເງົາຢ່າງເປັນທາງການໃນວັນທີ 24-26 ມີນາ 2023 ທີ່ຜ່ານ ມາ ໂດຍສາມາດສ້າງສະຖິຕິໃໝ່ຂຶ້ນມາໄດ້ອີກ ດ້ວຍການກວາດລາຍໄດ້ໄປຢ່າງມະຫາສານ.

john-wick-chapter-4-ກາຍເປັນຮູບເງົາເຣດ-r

John Wick: Chapter 4 ເປັນຮູບເງົາແນວແອັກຊັນດຸເດືອດເລືອດສາດ ທີ່ກ່ຽວຂ້ອງກັບໂລກອາຊະຍາກຳ ກຳກັບໂດຍຜູ້ກຳກັບ ແຊດ ສະຕາເຮວສະກີ ແລະ ເດວິດ ລິດ ນຳສະແດງໂດຍ ພະເອກມາດເທ້ ຄີອານູ ລີບ ສືບເນື່ອງຈາກພາກທຳອິດດັງເປັນພຸແຕກ ແລະ ຮູບເງົາມັນດຸເດືອດເຖິງໃຈ ເຮັດໃຫ້ຮູບເງົາມີພາກຕໍ່ອີກມາອີກ 3 ພາກ ແລະ ຫຼ້າສຸດກໍແມ່ນພາກທີ 4 ກັບຊື່ເລື່ອງ John Wick: Chapter 4 ທີ່ສ້າງປາກົດການໃຫ້ວົງການໂຮງຮູບເງົາກັບມາຄຶກຄື້ນອີກຄັ້ງ.

john-wick-chapter-4-ກາຍເປັນຮູບເງົາເຣດ-r

ທາງ Deadline ໄດ້ລາຍງານວ່າຮູບເງົາ John Wick: Chapter 4 ສາມາເຮັດລາຍໄດ້ເປີດຕົວໃນອາເມຣິກາ 73,5 ລ້ານໂດລາ ເຊິ່ງເປັນສະຖິຕິເປີດຕົວສູງສຸດຂອງແຟນໄຊ ແລະ ສາມາດແຊງໜ້າຮູບເງົາເລື່ອງ Scream VI ແລະ Creed III ເປັນຮູບເງົາທີ່ມີລາຍໄດ້ເປີດຕົວສູງສຸດຂອງເດືອນມີນາ 2023 ນັ້ນເອງ.

john-wick-chapter-4-ກາຍເປັນຮູບເງົາເຣດ-r

ແຕ່ຮູບເງົາເລື່ອງ John Wick: Chapter 4 ຍັງແຮງບໍ່ຢຸດ ຍັງສາມາດສ້າງສະຖິຕິດ້ວຍການເປັນຮູບເງົາເຣດ R ທີ່ມີລາຍໄດ້ເປີດຕົວສູງທີ່ສຸດນັບຕັ້ງປີ 2020 ທີ່ຮູບເງົາ Bad Boys For Life ສາມາດເຮັດໄດ້ ແລະ ຍັງເປັນຮູບເງົາທີ່ມີລາຍໄດ້ເປີດຕົວສູງທີ່ສຸດຕະຫຼອດການອັນດັບທີ 14 ອີກດ້ວຍ.

john-wick-chapter-4-ກາຍເປັນຮູບເງົາເຣດ-r

ໃນສ່ວນຂອງລາຍໄດ້ທົ່ວໂລກ ຮູບເງົາເລື່ອງ John Wick: Chapter 4 ຢູ່ທີ່ປະມານ 137,5 ລ້ານໂດລາ ຈາກທຶນສ້າງພຽງແຕ່ 100 ລ້ານໂດລາ ລາຍໄດ້ເປີດຕົວຂອງຮູບເງົາເລື່ອງ John Wick: Chapter 4 ເປັນທີ່ໜ້າປະທັບໃຈ. ນອກຈາກນັ້ນຍັງເປັນການກາລັນຕີວ່າ ອຸດສາຫະກຳໂຮງຮູບເງົາກຳລັງກັບມາຄຶກຄື້ນອີກຄັ້ງຫຼັງຈາກທີ່ມີການລະບາດຂອງພະຍາດໂຄວິດ-19 ມາດົນນານ ຍັງມີຮູບອີກຫຼາຍໆຮູບເງົາທີ່ມີລາຍໄດ້ການເປີດຕົວທີ່ໜ້າປະດັບໃຈອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/