Safari ເປັນເວັບບຣາວເຊີທີ່ມີການຕິດຕັ້ງຢູ່ໃນອຸປະກອນຂອງ Apple ບໍ່ວ່າຈະເປັນ Mac, iPhone, iPad ເເລະ ອຸປະກອນອື່ນໆ. ຢ່າງໃດກໍຕາມ, ໃນປີທີ່ຜ່ານມາ Microsoft Edge ໄດ້ຍາດເອົາອັນດັບສອງໃນການຈັດອັນດັບຂອງເວັບບຣາວເຊີທີ່ໄດ້ຮັບຄວາມນິຍົມຫຼາຍສຸດໃນໂລກ. ແຕ່ຂໍ້ມູນໃໝ່ນີ້ສະແດງໃຫ້ເຫັນວ່າເວັບບຣາວເຊີຂອງ Apple ຄື Safari ໄດ້ກັບມາເອົາຊະນະ Microsoft Edge ອີກເທື່ອໜຶ່ງເພື່ອກາຍເປັນເວັບບຣາວເຊີ desktop ທີ່ໃຊ້ຫຼາຍທີ່ສຸດອັນດັບສອງໃນໂລກ.
ອີງຕາມຂໍ້ມູນຂອງເວັບໄຊ Statcounter ທີ່ໃຊ້ໃນການວັດຄວາມນິຍົມຂອງເວັບບຣາວເຊີທີ່ໄດ້ມາຈາກການລວບລວມຂໍ້ມູນຈາກຫຼາຍເວັບໄຊ ພົບວ່າຜູ້ໃຊ້ຄອມພິວເຕີເລືອກເອົາເວັບບຣາວເຊີ Safari ຄິດເປັນ 11,87% ໃນອັນດັບທີ 2 ເເລະ ອັນດັບທີ 3 ທີ່ຕາມມາຕິດໆເເມ່ນເວັບບຣາວເຊີ Microsoft Edge ຄິດເປັນ 11,00% ກໍຖືວ່າຄະເເນນຫ່າງກັນພຽງເລັກນ້ອຍເທົ່ານັ້ນ.
ສ່ວນສຳລັບເວັບບຣາວເຊີຍອດນິຍົມທີ່ໄດ້ອັນດັບທີ 1 ນັ້ນຈະເປັນໃຜບໍ່ໄດ້ນອກຈາກ Google Chrome ທີ່ມີຄະເເນນຄິດເປັນ 66.13% ເຊິ່ງຖືວ່າຢູ່ໄກຈາກອັນດັບທີ 2 ຫຼາຍ.

ໂດຍຄະແນນສະຖິຕິຄວາມນິຍົມທີ່ໃຊ້ໂດຍເວັບບຣາວເຊີຕ່າງໆມີດັ່ງນີ້:
- Google Chrome 66,13%
- Safari 11,87%
- Microsoft Edge 11%
- Firefox 5,65%
- Opera 3,09%
- Internet Explorer 0,55%

ສິ່ງທີ່ເຮັດໃຫ້ຜູ້ໃຊ້ Mac ກັບມາໃຊ້ Safari ເວັບບຣາວເຊີຫຼາຍຂຶ້ນເເມ່ນຍ້ອນການປັບປ່ຽນໜ້າຕາໃນຮູບເເບບໃໝ່ ແລະ ມີຄວາມທັນສະໄໝຂຶ້ນຕັ້ງເເຕ່ macOS Bigsur ຈົນຮອດ macOS Ventura ທີ່ມາພ້ອມກັບຄຸນສົມບັດໃໝ່ເຊັ່ນ: ການຈັດກຸ່ມແຖບເວັບໄຊເພື່ອຄວາມຮຽບຮ້ອຍ, ປັບປຸງປະສິດທິພາບ CSS, ຮອງຮັບມາດຕະຖານ Passkey, ຮອງຮັບການແຈ້ງເຕືອນເວັບໄຊ ແລະ ອື່ນໆ.
ຢ່າງໃດກໍຕາມ, Safari ຍັງຄົງຕາມຫຼັງຄູ່ແຂ່ງໃນເລື່ອງການຮອງຮັບມາດຕະຖານເວັບໄຊຕ໌ຫຼ້າສຸດ. ໃນທາງກົງກັນຂ້າມ, Microsoft ກໍາລັງພັດທະນາກ່ຽວກັບຄຸນສົມບັດທີ່ຂັບເຄື່ອນດ້ວຍ AI ເພື່ອນໍາເວັບບຣາວເຊີ Edge ມາສູ່ຜູ້ໃຊ້ຫຼາຍຂຶ້ນ. ບໍລິສັດໄດ້ຮ່ວມກັບ Bing Search ກັບ ChatGPT ແລະ ໂປຣເເກຣມສ້າງຮູບພາບ DALL∙E ຍອດນິຍົມ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/