Pokemon Unite ຈະເປີດໃຫ້ບໍລິການ ໃນ Android ແລະ iOS ເດືອນກັນຍານີ້


Pokemon Unite ຫຼື Pokemon MOBA 5v5 ທີ່ກຳລັງຈະເປີດໃໝ່ໃນເດືອນກັນຍານີ້ ຫຼັງຈາກມີການປະກາດພັດທະນາມາເກມເປັນເວລາ 1ປີເຕັມໆ ໂດຍຈະເປີດບໍລິການໃນ Android ແລະ iOS, ພ້ອມນັ້ນຍັງສາມາດຫຼິ້ນກັບຜູ້ຫຼິ້ນຝັ່ງ Nintendo Switch ໄດ້ອີກພ້ອມ.

Pokemon Unite ຂຶ້ນຊື່ວ່າເປັນ Pokemon MOBA ແຕ່ກໍມີຮູບແບບການຫຼິ້ນຕ່າງຈາກເກມ MOBA ອື່ນໆເຊັ່ນ: Mobile Legends, ROV ຫຼື Wild Rift ທີ່ຈະຕັດສິນຜົນຊະນະກັນທີ່ການທຳລາຍປ້ອມຂອງອີກຝ່າຍ. ແຕ່ Pokemon Unite ຈະເປັນການເກັບຄະແນນໃຫ້ທີມຫຼາຍທີ່ສຸດຈາກເວລາທີ່ກຳນົດຈຶ່ງຈະເປັນສິ່ງຕັດສິນການຊະນະ ແລະ ການເກັບຄະແນນແມ່ນຈະສາມາດເກັບໄດ້ຈາກການຟາມຄີບປ່າ, ການກຳຈັດອີກຝ່າຍ, ການ Dunk Pokeball ແລະ ການຍຶດພື້ນທີ່ຕ່າງໆ.

Pokemon Unite ຈະມີພຽງແຕ່ສອງເລນ, ປ້ອມບໍ່ສາມາດຕີຊ່ວຍເຮົາໄດ້ ແຕ່ຈະຊ່ວຍເລື່ອງການເພີ່ມເລືອດ ແລະ ເພີ່ມເກາະ, ບໍ່ມີຄີບຝ່າຍສັດຕູ ຫຼື ຝ່າຍຕົນເອງໃດໆ ຈະມີພຽງແຕ່ຄີບປ່າທີ່ຈະສຸ່ມເກີດຕາມແຜນທີ່. ເມື່ອກຳຈັດຄີບປ່າໄດ້ມັນກໍຈະຖິ້ມໜ່ວຍແກ້ວທີ່ເຮົາສາມາດໃຊ້ Pokeball ເກັບ ແລະ ກໍເປັນໜ່ວຍແກ້ວທີ່ເຮົາຈະເອົາໄປເພີ່ມຄະແນນໃຫ້ກັບທີມ ໂດຍການນຳເອົາ Pokeball ໄປທີ່ປ້ອມຂອງອີກຝ່າຍເພື່ອ Dunk ຍຶດເອົາພື້ນທີ່ນັ້ນເອງ.

Pokémon UNITE is a new MOBA headed to Switch, Android, and iOS

Pokemon Unite ແບ່ງອອກເປັນ 5 ຕຳແໜ່ງເຊັ່ນ: Supporter, Defender, Attacker, All-Rounder ແລະ Speedster. ນອກຈາກນີ້ຕົວລະຄອນ ຫຼື Pokemon ໃນເກມກໍມີຫຼາຍຕົວເຊັ່ນກັນ. ຕາມສະບັບໃນອານິເມະ Pokemon ແຕ່ລະຕົວມີຄວາມສາມາດພິເສດແຕກຕ່າງກັນບໍ່ວ່າຈະເປັນຮູບແບບການຕີ, Passive, Skill  ແລະ Unite Move.

Skill ຂອງຕົວລະຄອນຈະສາມາດອັບໄດ້ສອງແບບເມື່ອຮອດເວລາທີ່ກຳນົດ ແລະ Pokemon ສາມາດວິວັດທະນາການໄດ້ ໂດຍເມື່ອເຂົ້າເກມມາກໍຈະເປັນຮ່າງທຳອິດ, ເມື່ອຮອດ Level 5 ກໍວິວັດທະນາການເປັນຮ່າງທີສອງ, ເມື່ອຮອດ Level 7 ເປັນຮ່າງທີສາມ ບາງຕົວລະຄອນກໍວິວັດທະນາການເມື່ອຮອດ Level ອື່ນ. ໄອເທມກໍແບ່ງອອກເປັນ 2 ແບບຄື: ໄອເທມທີ່ສາມາດກົດໃຊ້ ແລະ ໄອເທມຕິດຕົວ.

ທີ່ມາ: https://bit.ly/3CXa2tl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/