ນັກເຕະບານຍິງທີມຊາດລາວ ກຳລັງກະກຽມຄວາມພ້ອມໃນການແຂ່ງຂັນ AFC Women’s Asian Cup 2022 ຮອບຄັດເລືອກ ໃນເດືອນກັນຍານີ້!


ການແຂ່ງຂັນເຕະບານຍິງ ຊິງແຊ້ມອາຊີ 2022 ຮອບຄັດເລືອກ AFC Women’s Asian Cup 2022 ທີ່ຈະຈັດຂຶ້ນລະຫວ່າງວັນທີ 13-25 ກັນຍາ 2021 ທີມຊາດລາວ ຢູ່ກຸ່ມ A ຮ່ວມກັບ ໄຕ້ຫວັນ (ເຈົ້າພາບ) ແລະ ບາເຣນ.

ໃນຮອບຄັດເລືອກ ແມ່ນຈະນຳເອົາແຊ້ມຂອງແຕ່ລະກຸ່ມຜ່ານເຂົ້າໄປຫຼິ້ນໃນຮອບສຸດທ້າຍ ທີ່ປະເທດອິນເດຍເປັນເຈົ້າພາບ ລະຫວ່າງວັນທີ 20 ມັງກອນ ຫາ 6 ກຸມພາ 2022 ຮ່ວມກັບ 4 ທີມ ປະກອບມີ: ອິນເດຍ ເຈົ້າພາບ, ຍີ່ປຸ່ນ ແຊ້ມເກົ່າ, ອອສເຕເລຍ ຮອງແຊ້ມເກົ່າ ແລະ ສປ ຈີນ ທີມອັນດັບທີ 3.

ທາງລາຍການນີ້ແມ່ນຈະຄັດເອົາ 5 ທີມສຸດທ້າຍທີ່ດີທີ່ສຸດໄປແຂ່ງຂັນເຕະບານຍິງ ຊິງແຊ້ມໂລກ 2023 ຮອບສຸດທ້າຍ ທີ່ປະເທດອອສເຕເລຍ ແລະ ນິວຊີແລນ ເປັນເຈົ້າພາບຮ່ວມ ແລະ ຍັງມີໂຄຕາອີກ 2 ທີມ ທີ່ຈະໄດ້ໄປແຂ່ງຮອບຄັດເລືອກຈາກທະວີບອື່ນໆ ເພື່ອຄວ້າໂຄຕາສຸດທ້າຍຕໍ່ໄປ.

ການແຂ່ງຂັນເຕະບານຍິງ ຊິງແຊ້ມອາຊີ 2022 ຮອບຄັດເລືອກ AFC Women’s Asian Cup 2022 Qualifiers ທີ່ຈະຈັດຂຶ້ນລະຫວ່າງວັນທີ 13-25 ກັນຍາ 2021 ແບ່ງອອກເປັນ 8 ກຸ່ມ, ທີມຊາດລາວ ຢູ່ຮ່ວມກຸ່ມ A ຮ່ວມກັບ ໄຕ້ຫວັນ (ເຈົ້າພາບ) ແລະ ບາເຣນ. ກຸ່ມ B: ຫວຽດນາມ, ທາຈິກິສຖານ, ມັລດີບ ແລະ ອັບການິສຖານ.
ກຸ່ມ C: ສິງກະໂປ, ອີຣັກ ແລະ ອິນໂດເນເຊຍ.
ກຸ່ມ D: ມຽນມາ, ຢູເອອີ, ກວມ ແລະ ເລບານອນ.
ກຸ່ມ E: ສ.ເກົາຫຼີ, ອຸສເບກິສຖານ ແລະ ມົງໂກລີ.
ກຸ່ມ F: ຟິລິບປິນ, ຮົງກົງ ແລະ ເນປານ.
ກຸ່ມ G: ຈໍແດນ, ອີຣານ ແລະ ບັງກະລາເທດ.
ກຸ່ມ H: ໄທ, ປາເລສໄຕນ໌ ແລະ ມາເລເຊຍ.

ສຳລັບ ທີມຊາດລາວ ແມ່ນໄດ້ເລີ່ມເກັບຕົວຝຶກຊ້ອມນັບຕັ້ງແຕ່ເດືອນ ກໍລະກົດ ເປັນຕົ້ນມາ ໂດຍພາຍໃຕ້ການຄຸມທີມ ຂອງ ທ່ານ ວົງມີໄຊ ສຸບົວຄຳ ໄດ້ເອີ້ນນັກກິລາຈຳນວນ 34 ຄົນ.

+ ຕາຕະລາງການແຂ່ງຂັນຂອງທີມຊາດລາວ:
– ວັນທີ 16 ກັນຍາ 2021 ເວລາ 19:00 ລາວ ພົບ ໄຕ້ຫວັນ ແຂ່ງຂັນຢູ່ທີ່ສະໜາມ National Stadium, Kaohsiung City.
– ວັນທີ 19 ກັນຍາ 2021 ເວລາ 19:00 ລາວ ພົບ ບາເຣນ ແຂ່ງຂັນຢູ່ທີ່ສະໜາມ National Stadium, Kaohsiung City.

ຂອບໃຈຂໍ້ມູນຈາກ: https://bit.ly/3k4uBLJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/