ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ | Readອີ່ຫຼີ EP.6

Read ອີ່ຫຼີ
Read ອີ່ຫຼີ
ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ | Readອີ່ຫຼີ EP.6
Loading
/

ເຈົ້າເຄີຍໃຫ້ສັນຍາກັນໃຜຫຼືບໍ່? ຖ້າເຄີຍ…ແລ້ວຕອນນີ້ເດເຈົ້າຍັງຄົງຮັກສາມັນຢູ່ຫຼືບໍ່? ຕະຫຼອດຊ່ວງເວລາຊີວິດຂອງຄົນ ພວກເຮົາຕ່າງກໍເຄີຍເປັນທັງຜູ້ໃຫ້ສັນຍາ ຜູ້ຮັກສາສັນຍາ ແລະຜູ້ທີ່ຫຼົງລືມຄຳໝັ້ນສັນຍາ ເຊິ່ງແນ່ນອນວ່າມີທັງຕອນທີ່ເຮົາຜິດຫວັງ ເສຍໃຈແລະໂສກເສົ້າກັບຄຳສັນຍາເຫຼົານັ້ນມານັບຄັ້ງບໍ່ຖ້ວນ .

ແຕ່ສຳລັບທ່ານແລ້ວ ‘ຄຳສັນຍາ’ ແມ່ນໝາຍເຖິງຫຍັງ? ບາງຄົນອາດຈະບອກວ່າຄຳສັນຍາຄືຄວາມໄວ້ເນື້ອເຊື່ອໃຈ, ຄຳສັນຍາຄືຄວາມຫວັງ, ແຕ່ໃນຂະນະດຽວກັນບາງຄົນກໍອາດຈະບອກວ່າ ‘ຄຳສັນຍາຄືຈຸດເລີ່ມຕົ້ນຂອງການລໍຄອຍອັນຍາວນານແລະສິ້ນຫວັງ’ .

ຮ່ວມຄົ້ນຫາຄວາມໝາຍຂອງຄຳສັນຍາ ເມື່ອເຮົາບໍ່ອາດຂັດຂວາງການປ່ຽນແປງຂອງຊີວິດໄດ້ ແລະຄວາມຄິດຮອດເປັນພຽງສິ່ງດຽວທີ່ເຮັດໄດ້ໃນຍາມຄອງຄອຍໃຜຈັກຄົນໃຫ້ກັບມາ Readອີ່ຫຼີ EP.6 | ຄຳສັນຍາທີ່ຕ້ອງຮັກສາແລະໂຊກຊາຕາທີ່ບໍ່ເປັນດັ່ງໃຈ