Piggy B ບຸກຕະຫຼາດຕ່າງປະເທດ! ກຽມເປີດສາຂາຢູ່ ໄທ ແລະ ກຳປູເຈຍ ຕັ້ງເປົ້າໃຫ້ໄດ້ 130 ສາຂາ ໃນໄຕມາດທຳອິດປີ 2024


Piggy B ແຟຣນຊາຍ ເຂົ້າໜົມປັງແຊນວິດ ອັນດັບຕົ້ນໆຂອງປະເທດລາວ ກຽມລຸຍຕະຫຼາດຕ່າງປະເທດ ຂະຫຍາຍສາຂາໄປເປີດຢູ່ ໄທ ແລະ ກຳປູເຈຍ ຕັ້ງເປົ້າໃຫ້ໄດ້ 130 ສາຂາ ໃນ 3 ເດືອນທຳອິດ ຂອງປີ 2024.

ເມື່ອບໍ່ດົນມານີ້ ທ່ານ ນ. ມະນິລິນ ສິດທິໄຊ ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານ ແບຣນ Piggy B ໄດ້ໃຫ້ສໍາພາດກັບທີມງານ Lao Xperts ວ່າ: “ປັດຈຸບັນ Piggy B ໄດ້ມີການໄປທົດລອງຕະຫຼາດຢູ່ຕ່າງປະເທດແລ້ວ 1 ສາຂາ ກໍຄື ໄດ້ໄປຕັ້ງຢູ່ໜ້າສູນການຄ້າ Asawan ໜອງຄາຍ ປະເທດໄທ. ເຊິ່ງ ໃນປີ 2024 ທີ່ຈະມາຮອດນີ້ ເຮົາມີແຜນທີ່ຈະຂະຫຍາຍສາຂາຢູ່ພາກອີສານຂອງໄທຕື່ມ ຕັ້ງເປົ້າ 3 ເດືອນທຳອິດໃຫ້ໄດ້ 100 ສາຂາ ແລະ ຈະຂະຫຍາຍໄປອີກ 30 ສາຂາ ໄປພະນົມເປນ ປະເທດ ກຳປູເຈຍ”.

Piggy B ຖືເປັນ ແຟຣນຊາຍ ເຂົ້າໜົມປັງ ທີ່ປະສົບຜົນສໍາເລັດຢ່າງສູງ ດ້ວຍຈຸດເດັ່ນທີ່ສາມາດເຮັດລາຄາໄດ້ຖືກ ເຂົ້າເຖິງງ່າຍ ແລະ ກິນງ່າຍແທດເໝາະກັບຮູບແບບການໃຊ້ຊີວິດໃນປັດຈຸບັນ ທີ່ຕ້ອງແຂ່ງຂັນກັບເວລາ.

ທ່ານ ນ. ມະນິລິນ ສິດທິໄຊ ໄດ້ເປີດເຜີຍເຖິງໂອກາດໃນການຂະຫຍາຍສາຂາໄປຕ່າງປະເທດໂດຍສະເພາະ ປະເທດໃກ້ຄຽງ ໂດຍອີງໃສ່ຈຳນວນປະຊາກອນ ແລະ ວັດທະນະທຳການກິນ ການເປັນຢູ່ທີ່ໃກ້ຄຽງກັນ.

ທ່ານ ນ. ມະນິລິນ ກ່າວວ່າ: “ອີງຈາກຈຳນວນປະຊອນກອນ ຂອງ ສປປ ລາວ ທີ່ມີພຽງ 7 ລ້ານກວ່າຄົນ ເຮັດໃຫ້ການຂະຫຍາຍສາຂານັ້ນ ອາດບໍ່ໄດ້ຫຼາຍປານໃດ ແຕ່ໃນຕ່າງປະເທດນັ້ນ ດ້ວຍຈຳນວນປະຊາກອນທີ່ຫຼາຍກວ່າ ທັງໃນໄທ ທີ່ມີຫຼາຍກວ່າ 70 ລ້ານຄົນ ແລະ ກຳປູເຈຍ ທີ່ມີຫຼາຍກວ່າ 14 ​ລ້ານຄົນ ແລະ ວັດທະນະທຳການກິນ ພາສາທີ່ໃກ້ຄຽງກັນ ມັນຈຶ່ງເປັນໂອກາດດີໃນການຂະຫຍາຍໄປຕ່າງປະເທດ”

ຜູ້ບໍລິຫານ ແບຣນ Piggy B ກ່າວຕື່ມອີກວ່າ: ພວກເຮົາຄາດວ່າ ທ້າຍທີ່ສຸດແລ້ວ ຈະສາມາດຂະຫຍາຍສາຂາໄປໄທໃຫ້ໄດ້ 300-500 ສາຂາ ແລະ ໃນ ກຳປູເຈຍ ຈະໃຫ້ໄດ້ 100-200 ສາຂາ.

Piggy B ເກີດຂຶ້ນຈາກການພິກວິກິດ ໃຫ້ເປັນໂອກາດ ກໍຄືໃນໄລຍະຂອງການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປີ 2020 ໂດຍແນມເຫັນຄວາມຕ້ອງການຂອງປະຊາຊົນທີ່ຍັງຕ້ອງການກິນຕ້ອງໃຊ້ ແຕ່ບໍ່ສາມາດອອກໄປຊື້ ຫຼື ໄປກິນຢູ່ນອກເຮຶອນ ໄດ້. Piggy B ຈຶ່ງ ໄດ້ເລີ່ມຕົ້ນທຸລະກິດໂດຍແນໃສ່ການບໍລິການແບບ food delivery ເພື່ອຕອບໂຈດກັບຄວາມຕ້ອງການດັ່ງກ່າວ ຈຶ່ງເຮັດໃຫ້ໃນໄລຍະທຳອິດ Piggy B ໄດ້ຮັບຜົນຕອບຮັບທີ່ສູງພໍສົມຄວນ.

ປັດຈຸບັນ Piggy B ເປັນແຟຣນຊາຍ ເຂົ້າໜົມປັງແຊນວິດ ທີ່ສາມາດຂະຫຍາຍສາຂາໄດ້ຫຼາຍທີ່ສຸດໃນ ສປປ ລາວ. ໂດຍໃນໄລຍະການດຳເນີນງານມາ 3 ມີ ນັບຕັ້ງແຕ່ ປີ 2020 ປັດຈຸບັນ Piggy B ສາມາດຂະຫຍາຍສາຂາໄດ້ແລ້ວ 103 ສາຂາ ທົ່ວ ສປປ ລາວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/