ຫວຽດນາມດຶງດູດເອົານັກທ່ອງທ່ຽວຕ່າງຊາດສູງເຖິງ 13 ລ້ານຄົນພາຍໃນ 11 ເດືອນ


ນັກທ່ອງທ່ຽວຕ່າງຊາດຫຼັ່ງໄຫຼເຂົ້າມາທ່ຽວຫວຽດນາມຈົນເກີນຄາດໝາຍ ຍອດນັກທ່ອງທ່ຽວເດືອນພະຈິກ ສູງເປັນປະຫວັດສາດ ລັດຖະບານພ້ອມຂະຫຍາຍເປົ້າຮອງຮັບນັກທ່ອງທ່ຽວຕ່າງຊາດຈາກ 8.9 ລ້ານຄົນ ເພີ່ມເປັນ 13 ລ້ານຄົນ. ໂດຍສະເພາະເກົາຫຼີໃຕ້ ແມ່ນທ່ຽວຫວຽດນາມຫຼາຍທີ່ສຸດ ຮອງລົງມາຄືຈີນ ແລະ ໄຕ້ຫວັນ. ໃນຂະນະທີ່ບັນດາເພື່ອນບ້ານອາຊຽນ ເຊັ່ນ: ໄທ, ມາເລເຊຍ ແລະ ກຳປູເຈຍ ແມ່ນບິນກົງທ່ຽວຫວຽດນາມຫຼາຍທີ່ສຸດເຊັ່ນກັນ ແລະ ນັກວິເຄາະລະບຸວ່າ ປີນີ້ນັກທ່ອງທ່ຽວອິນເດຍອາດເປັນຕົວກະຕຸ້ນເສດຖະກິດອາຊີຕາເວັນອອກສຽງໃຕ້ຫຼາຍຂຶ້ນເປັນພິເສດ ແລະ ເລີ່ມເຂົ້າມາແທນທີ່ຈີນ.

ສຳນັກຂ່າວ The  Economic Time ລາຍງານວ່າ ນັກທ່ອງທ່ຽວ 11 ເດືອນທຳອິດຂອງປີ 2023 ຫວຽດນາມຢູ່ທີ່ 11.2 ລ້ານຄົນ ເພີ່ມຂຶ້ນຈາກໄລຍະດຽວກັນຂອງປີກ່ອນໜ້ານີ້ 3.8 ເທົ່າ ແລະ ຄິດເປັນ 68.9% ຂອງລະດັບກ່ອນເກີດການລະບາດຂອງພະຍາດໂຄວິດ-19.

ພ້ອມກັນນີ້ ໃນປີ 2023 ລັດຖະບານຫວຽດນາມຕັ້ງເປົ້າໝາຍໄວ້ວ່າປີນີ້ ຈະມີນັກທ່ອງທ່ຽວຕ່າງຊາດ 8.9 ລ້ານຄົນ ແຕ່ຈາກຈຳນວນທ່ອງທ່ຽວມາເຢືອນຫວຽດນາມໃນເດືອນພະຈິກຫຼາຍກວ່າ 1.23 ລ້ານຄົນ. ຄິດເປັນອັດຕາທີ່ເພີ່ມຂຶ້ນ 11% ຖືເປັນຈຳນວນນັກທ່ອງທ່ຽວຕ່າງຊາດລາຍເດືອນທຸບສະຖິຕິສູງສຸດນັບຕັ້ງແຕ່ຕົ້ນປີນີ້ ແລະ ເກີນເປົ້າໝາຍທີ່ລັດຖະບານຕັ້ງໄວ້ນັບຕັ້ງແຕ່ 9 ເດືອນທຳອິດທີ່ເພີ່ມຂຶ້ນຄິດເປັນ 111% ຂອງເປົ້າໝາຍ. ສົ່ງຜົນໃຫ້ລັດຖະບານຫວຽດນາມຂະຫຍາຍເປົ້າໝາຍຮອງຮັບນັດທ່ອງທ່ຽວຕ່າງຊາດປະມານ 12-13 ລ້ານຄົນໃນປີ 2023.

ສຳລັບນັກທ່ອງທ່ຽວຕ່າງຊາດທີ່ທ່ຽວຫວຽດນາມຫຼາຍທີ່ສຸດຄືເກົາຫຼີໃຕ້ ຈຳນວນ 3.2 ລ້ານຄົນ ຄິດເປັນ 28.5% ຮອງລົງມາຄືຈີນ ແລະ ໄຕ້ຫວັນ ພ້ອມບັນດາເພື່ອບ້ານອາຊຽນ ໄທ, ມາເລເຊຍ, ກຳປູເຈຍ ເປັນ 3 ປະເທດທີ່ມີຈຳນວນນັກທ່ອງທ່ຽວທີ່ມາທ່ຽວຫວຽດນາມຫຼາຍທີ່ສຸດເຊັ່ນກັນ.

ຂໍ້ມູນຈາກ:

The Standard Wealth

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/