ໄປ່ ທາຄົນ (Paing Takhon) ນາຍແບບ-ນັກສະແດງ ປະເທດມຽນມາ ເປັນຄົນດັງຄົນໜຶ່ງທີ່ໄດ້ຄວາມນິຍົມຫຼາຍພໍສົມຄວນໃນບົດບາດນາຍແບບ ແລະ ທີ່ສຳຄັນມີບົດບາດຫຼາຍໃນການເມືອງຂອງມຽນມາ ເພາະເປັນຄົນດັງທີ່ອອກມາຕໍ່ຕ້ານລັດຖະປະຫານໃນມຽນມາ ທີ່ຫຼາຍຄົນຄົງຄຸ້ນໜ້າ ແລະ ຄຸ້ນຕາ ບໍ່ໜ້ອຍກໍຫຼາຍ. ໜຸ່ມຄົນນີ້ ນອກຈາກຈະເດີນແບບເກັ່ງແລ້ວ ຍັງມີຄວາມຫຼໍ່ທີ່ມີເອກະລັກອີກດ້ວຍ. ພິເສດໄປກວ່ານັ້ນ ຍັງມີຄວາມສາມາດທີ່ຫຼາກຫຼາຍດ້ານ ໂດຍສະເພາະດ້ານສິລະປະການແຕ້ມຮູບ ຊາຍຄົນນີ້ກໍເກັ່ງເຊັ່ນດຽວກັນ ພ້ອມຍັງແຕ້ມຮູບໄດ້ງາມແລະໂດດເດັ່ນ ເບິ່ງແລ້ວຫຼົງໃຫຼໄປກັບຮູບພາບ ແລະ ຄົນໄປພ້ອມໆກັນ.

ໄປ່ ທາຄົນ ເກີດເມື່ອວັນທີ 17 ກໍລະກົດ 1996 (26) ປີ ມີສ່ວນສູງ 180 ຊັງຕີແມັດ ເປັນລູກຄົນທີ 4 ເຊິ່ງມີອ້າຍເອື້ອຍນ້ອງທັງໝົດ 6 ຄົນ. Paing ເລີ່ມເຂົ້າສູ່ວົງການສະແດງຕັ້ງແຕ່ປີ 2014 ຈາກງານເດີນແບບ ແລະ ກ້າວເຂົ້າສູ່ງານການສະແດງເຕັມຕົວໃນປີ 2018 ດ້ວຍການຫຼິ້ນຮູບເງົາ. ນອກຈາກນີ້ ກໍຍັງເຄີຍອອກ Album ດ່ຽວ ມີຜົນງານເພງຊື່ວ່າ “Chit Thu” ແລະ ທີ່ສຳຄັນໄປກວ່ານີ້ ລາຍໄດ້ທັງໝົດທີ່ມີ ກໍນຳໄປມອບໃຫ້ແກ່ໂຮງຮຽນເດັກກຳພ້າ.

ສິ່ງທີ່ລາວສົນໃຈກໍຄືງານສິລະປະ ເຊິ່ງໜຸ່ມຄົນນີ້ຈະມີຄວາມສາມາດໃນການແຕ້ມເປັນພິເສດ ມັກໃນງານສິລະປະ ຈະເຫັນໄດ້ໃນໂຊຊຽວຕ່າງໆທີ່ຫຼາຍສຳນັກຂ່າວນຳຮູບພາບມາລົງ ສະແດງໃຫ້ເຫັນເຖິງຄວາມສາມາດອັນໜຶ່ງທີ່ໜ້າສົນໃຈ ແລະ ຄົນທີ່ຕິດຕາມກໍມັກໃນສີມືຂອງລາວ.

ເວົ້າໄດ້ເລີຍວ່າ ໄປ່ ທາຄົນ ບໍ່ທຳມະດາ ນອກຈາກຈະຫຼໍ່ເທ້ແລ້ວ ຍັງມີຄວາມສາມາດຫຼາຍດ້ານ ເຮັດໃຫ້ຄົນທີ່ຕິດຕາມໄດ້ເຫັນດ້ານໃໝ່ໆຈາກຊາຍຄົນນີ້ຢູ່ສະເໝີ. ເວົ້າໄດ້ວ່າມີຄວາມມັກໃນຫຼາຍດ້ານບໍ່ວ່າຈະເປັນ ການຊ່ວຍເຫຼືອສັງຄົມ, ມັກສັດສາວາສິ່ງ, ງານສິລະປະ, ມັກໃນການຮ້ອງເພງ-ຫຼິ້ນດົນຕີ, ການເດີນແບບ-ສະແດງ ແລະ ອື່ນໆ ພ້ອມຍັງໄດ້ເອົາຄວາມມັກທີ່ຕົນເອງມີມານຳເຂົ້າໃນຊີວິດປະຈຳວັນອີກພ້ອມ.

ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment