Oscars ປະກາດແບນ Will Smith ເປັນເວລາ “10” ປີ ພ້ອມຍ້ອງ Chris Rock ວ່າຮັບມືກັບສະຖານະການໄດ້ດີ!

Oscars

ຈາກເຫດການໃນເວທີປະກາດຜົນຮາງວັນ Oscars ຄັ້ງທີ 94 ທີ່ດາຣາຊື່ດັງ ຢ່າງ Will Smith ໄດ້ຂຶ້ນໄປເວທີ ແລ້ວຕົບໜ້າ Chris Rock ຈົນເຮັດໃຫ້ເກີດສຽງວິພາກຕ່າງໆນານາ ແລະ ທາງ Academy of Motion Picture Arts and Sciences ຜູ້ທີ່ຈັດງານນີ້ກໍໄດ້ອອກມາບອກວ່າຈະພິຈາລະນາ ແລະ ຕັດສິນການກະທຳຂອງ Will Smith.

Oscars

ແລະຫຼ້າສຸດໃນຕອນເຊົ້າຂອງມື້ນີ້ (9 ເມສາ) Academy ກໍໄດ້ອອກມາຖະແຫຼງການ ພ້ອມໄດ້ລະບຸວ່າ Will Smith ຈະຖືກແບນຈາກງານ Oscars ແລະ ງານຕ່າງໆທີ່ທາງ Academy ເປັນຜູ້ຈັດ ໂດຍໄລຍະເວລາການແບນນັ້ນແມ່ນ 10 ປີ.

ເນື້ອໃນຖະແຫຼງການຂອງ Academy ນັ້ນໄດ້ລະບຸວ່າ ການແບນ Will Smith ໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອປົກປ້ອງນັກສະແດງ ແລະ ບັນດາແຂກຄົນອື່ນ ລວມໄປເຖິງການສ້າງຄວາມເຊື່ອໝັ້ນຕໍ່ Academy.

ພ້ອມຂໍອະໄພກັບທຸກຄົນທີ່ໄດ້ປ່ອຍໃຫ້ເກີດເຫດການນີ້ຂຶ້ນ ແລະຍອມຮັບວ່າທາງ Academy ບໍ່ໄດ້ຈັດການ ແລະ ກຽມຕົວເອົາໄວ້ໄດ້ດີພໍສຳລັບສະຖານະການທີ່ຄາດບໍ່ເຖິງແບບນີ້.

ນອກຈາກຖະແຫຼງການຂໍໂທດແລ້ວ ທາງ Academy ຍັງໄດ້ກ່າວຂອບໃຈ Chris Rock ວ່າຍັງມີສະຕິໃນການຄວບຄຸມສະຖານະການທີ່ບໍ່ເປັນປົກກະຕິແບບນີ້.

Oscars

ທາງດ້ານ Will Smith ເມື່ອຮູ້ຜົນການຕັດສິນ ວ່າທາງ Academy ປະກາດແບນຕົນເອງກໍໄດ້ອອກມາຖະແຫຼງການສັ້ນໆ ວ່າ

“ຂ້ອຍຍອມຮັບ ແລະ ເຄົາລົບການຕັດສິນໃຈຂອງ Academy”

ຕໍ່ຈາກນີ້ໄປ ເຮົາກໍໜ້າຈະບໍ່ໄດ້ເຫັນພະເອກຮູບເງົາຊື່ດັງຄົນນີ້ ເຂົ້າຮ່ວມງານປະກາດຮາງວັນ Oscars ເປັນເວລາຫຼາຍປີເລີຍ ຫຼື ບາງເທື່ອອາດມີການປ່ຽນແປງຄຳຕັດສິນໃໝ່ແລະເຮົາກໍຕ້ອງມາຖ້າຕິດຕາມຕື່ມອີກວ່າ ມັນຈະອອກມາໃນຮູບແບບໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/