ຕົວເລກລັດຖະກອນອອກມາໃໝ່ 1300 ຕົວເລກ! ຕົວເລກຄູຫຼາຍກວ່າໝູ່

ຕົວເລກລັດຖະກອນ

ພິທີໄດ້ຈັດຂຶ້ນ 6​ ເມສາ 2022 ທີ່ກະຊວງພາຍໃນ ໂດຍການເປັນປະທານຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ມີບັນດາທ່ານຫົວໜ້າກົມ ຮອງຫົວໜ້າກົມຈັດຕັ້ງພະນັກງານ ຈາກກະຊວງອົງການຈັດຕັ້ງຕ່າງໆຂັ້ນສູນກາງເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການສະຫຼຸບລາຍງານວຽກງານຄຸ້ມຄອງລັດຖະກອນປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຮັບຟັງການເຜີຍແຜ່ຂໍ້ຕົກລົງວ່າດ້ວຍການປ່ຽນແປງຕົວເລກລັດຖະກອນໃໝ່ປະຈຳປີ 2022. ສະເພາະປີ 2022 ລັດຖະບານໄດ້ອະນຸມັດກຳນົດລັດຖະກອນໃໝ່ 1300 ຕົວເລກ ຍ້ອນບັນຫາຫຍຸ້ງຍາກດ້ານເສດຖະກິດ ຈຶ່ງມີຜົນກະທົບໃສ່ການກຳນົດຕົວເລກລັດຖະກອນໃໝ່ໃນປີນີ້ ເຊິ່ງໜ້ອຍກວ່າປີທີ່ຜ່ານມາ. ກະຊວງພາຍໃນໄດ້ພະຍາຍາມຄົ້ນຄວ້າແບ່ງປັນຕາມທິດຊີ້ນຳ ແລະ ຕາມບູລິມະສິດຂອງລັດຖະບານ ເປັນຕົ້ນແມ່ນສອງຂະແໜງການຄື: ຂະແໜງສຶກສາ ແລະ ຂະແໜງສາທາລະນະສຸກ ເພື່ອຊຸກຍູ້ວຽກງານການສຶກສາໃນເຂດຫ່າງໄກສອກຫຼີກ ແລະ ເພືອເພີ່ມບຸກຄະລາກອນເຂົ້າໃນຂະແໜງສາທາລະນະສຸກ ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ແລະ ພິເສດປີນີ້ສະເພາະແຂວງໄຊສົມບູນ ລັດຖະບານໄດ້ກຳນົດຕົວເລກໃຫ້ເແຂວງຈຳນວນ 108 ຕົວເລກ ໂດຍໄດ້ຮັບການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບຈຸດປະສົງ ແລະ ຕາມທິດຊີ້ນຳຂອງລັດຖະບານ.

ຕົວເລກລັດຖະກອນ

1.ບັນກາກະຊວງ, ອົງການຈັດທຽບເທົ່າກະຊວງ ຈຳນວນ 906 ຄົນດັ່ງນີ້:

  • ກະຊວງການຕ່າງປະເທດ 5 ຄົນ
  • ກະຊວງຍຸຕິທຳ 12 ຄົນ
  • ກະຊວງແຜນການ ແລະ ການລົງທຶນ 21 ຄົນ
  • ກະຊວງສຶກສາທິການ ແລະ ກິລາ 350 ຄົນ:
    ລັດຖະກອນຄູ ຈຳນວນ 340 ຄົນ
    ລັດຖະກອນບໍລິຫານ ຈຳນວນ 10 ຄົນ
  • ກະຊວງສາທາລະນະສຸກ ຈຳນວນ 335 ຄົນ
    ລັດຖະກອນແພດ 320 ຄົນ
    ລັດຖະກອນບໍລິຫານ 15 ຄົນ
  • ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 11 ຄົນ
  • ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 22 ຄົນ
  • ກະຊວງພາຍໃນ 22 ຄົນ
  • ກະຊວງກະສິກຳ ແລະ ປ່າໄມ້ 35 ຄົນ
  • ກະຊວງໂຍທາທິການ ແລະ ຂົນສົ່ງ 25 ຄົນ
  • ກະຊວງອຸດສາຫະກຳ ແລະ ການຄ້າ 15 ຄົນ
  • ກະຊວງພະລັງງານ ແລະ ບໍ່ແຮ່ 10 ຄົນ
  • ກະຊວງເທັກໂນໂລຢີ ແລະ ການສື່ສານ 2 ຄົນ
  • ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 14 ຄົນ
  • ຫ້ອງວ່າການສ້າງສຳນັກງານນາຍົກລັດຖະມົນຕີ 2 ຄົນ
ຕົວເລກລັດຖະກອນ

2.ສະພາແຫ່ງຊາດ, ຫ້ອງວ່າການປະທານປະເທດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາລັດຖະບານແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຈຳນວນ 40 ຄົນ

  • ສະພາແຫ່ງຊາດ 10 ຄົນ
  • ຫ້ອງວ່າການປະທານປະເທດ 4 ຄົນ
  • ສານປະຊາຊົນສູງສຸດ 9 ຄົນ
  • ອົງການໄອຍະການປະຊາຊົນສູງສຸດ 8 ຄົນ
  • ອົງການກວດກາແຫ່ງລັດ 5 ຄົນ
  • ອົງການກວດສອບແຫ່ງລັດ 4 ຄົນ

3.ອົງການຈັດຕັ້ງພັກ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຈຳນວນ 28 ຄົນ

  • ຫ້ອງວ່າການສູນກາງພັກ 5 ຄົນ
  • ຄະນະຈັດຕັ້ງສູນກາງພັກ 4 ຄົນ
  • ຄະນະໂຄສະນາອົບຮົມສູນກາງພັກ 3 ຄົນ
  • ສູນກາງແນວລາວສ້າງຊາດ 3 ຄົນ
  • ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ 3 ຄົນ
  • ສູນກາງສະຫະພັນແມ່ຍິງລາວ 3 ຄົນ
  • ສູນກາງສະຫະພັນກຳມະບານລາວ 3 ຄົນ
  • ສະຫະພັນນັກຮົບເກົ່າແຫ່ງຊາດ 1 ຄົນ

4.ສະຖາບັນ ແລະ ອົງການ ຈຳນວນ 8 ຄົນ

  • ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ 2 ຄົນ
  • ສະຖານບັນເສດຖະກິດ ແລະ ສັງຄົມແຫ່ງຊາດ 1 ຄົນ
  • ອົງການກາແດງແຫ່ງຊາດລາວ 5 ຄົນ
ຕົວເລກລັດຖະກອນ

ຂອບໃຈຂໍ້ມູນຈາກ: https://bit.ly/36Y4HqP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/