Ombrophobia ໂຣກຢ້ານຝົນ


ເຄີຍສັງເກດຕົນເອງບໍ່ວ່າ ອາການຂອງຕົນເປັນແນວໃດໃນເວລາຝົນຕົກ? ສຳລັບບາງຄົນແລ້ວອາດຮູ້ສຶກວ່າອາກາດຊຸ່ມຊື່ນຂຶ້ນ, ເຢັນລົງ ຫຼື ປຽກເປື້ອນ, ແຕ່ຮູ້ຫຼືບໍ່ວ່າ? ຍັງມີບາງກຸ່ມຄົນມີອາການ ຫຼື ສະພາບຮ່າງກາຍແປປວນເມື່ອຝົນຕົກ ໂດຍອາການດັ່ງກ່າວມີຊື່ວ່າ: Ombrophobia ຫຼື ໂຣກຢ້ານຝົນນັ້ນເອງ.

ໂຣກຢ້ານຝົນ ເປັນໂຣກທາງຈິດຕະເວດຊະນິດໜຶ່ງ ເຊິ່ງເກີດຂຶ້ນໄດ້ກັບທຸກເພດທຸກໄວ, ບໍ່ໄດ້ເກີດຈາກຄວາມຄຽດ ແຕ່ເກີດຈາກເຫດການຝັງໃຈໃນອະດີດທີ່ເກີດຂຶ້ນໃນຕອນຝົນຕົກ ເຊັ່ນວ່າ: ເຄີຍເຫັນຟ້າເຫຼື້ອມ, ຟ້າຜ່າ, ເກີດໄພນໍ້າຖ້ວມຮຸນແຮງ, ສູນເສຍຄົນຮັກຈາກອຸບັດຕິເຫດທີ່ເກີດຂຶ້ນໃນຕອນຝົນຕົກ… ຈົນກາຍເປັນຄວາມກັງວົນ ແລະ ຢ້ານກົວເມື່ອຝົນຕົກລົງມາ.

 ໂດຍສ່ວນໃຫຍ່ແລ້ວໂຣກນີ້ຈະແຕກຕ່າງກັນໄປຕາມແຕ່ລະຄົນ ແຕ່ອາການຫຼັກໆສະແດງອອກໃຫ້ເຫັນຄືດັ່ງນີ້:

  • ເມື່ອອາກາດເຢັນ, ທ້ອງຟ້າມືດຄໍ້າ ແລະ ຝົນກຳລັງຕົກລົງມາ ຮ່າງກາຍເລີ່ມແປປວນໂດຍມີອາການຢ້ານກົວ, ໃຈເຕັ້ນແຮງ, ຈິດໃຈກະວົນກະວາຍຄືກັບມີຄົນຈະເຂົ້າມາທຳຮ້າຍ.
  • ຫາຍໃຈຖີ່, ຮູ້ສຶກຕື່ນເຕັ້ນຢູ່ຕະຫຼອດເວລາ ບາງຄົນອາດມີອາການຫາຍໃຈບໍ່ທົ່ວທ້ອງ ແລະ ຫາຍໃຈຝືດອີກດ້ວຍ.

ເຊິ່ງວ່າໂຣກຢ້ານຝົນນີ້ເຮົາສາມາດຮັບມືໄດ້ດ້ວຍການປະຕິບັດຄືດັ່ງນີ້:

  1. ຫາກິດຈະກຳມ່ວນໆ ຫຼື ເຮັດໃນສິ່ງທີ່ຕົນມັກ ເຊັ່ນ: ຫຼິ້ນເກມ, ເບິ່ງຮູບເງົາ, ແຕ້ມຮູບ, ອອກກຳລັງກາຍ… ໃຫ້ນຳກິດຈະກຳເຫຼົ່ານີ້ມາຫຼິ້ນຕອນຝົນຕົກເພື່ອໃຫ້ເພີດເພີນຈົນລືມໄປເລີຍວ່າຝົນກຳລັງຕົກຢູ່.
  2. ບໍ່ຄວນຢູ່ຄົນດຽວ ຄວນຫາຄົນຮູ້ໃຈ, ໝູ່ເພື່ອນ ຫຼື ຄົນໃນຄອບຄົວມາຢູ່ນຳຂ້າງໆ ເພື່ອຄາຍຄວາມຢ້ານ ແລະ ຮູ້ສຶກອຸ່ນໃຈ.
  3. ບໍ່ຄວນຢູ່ມິດໆ ເນື່ອງຈາກຈະໄດ້ຍິນສຽງຝົນຕົກ ແລະ ຟ້າຮ້ອງຊັດເຈນຂຶ້ນຍິ່ງໄປກະຕຸ້ນຄວາມຢ້ານ. ສະນັ້ນ, ຄວນເປີດເພງທີ່ຕົນມັກ ຫຼື ເພງຜ່ອນຄາຍຟັງ ເພາະສຽງເພງມີສ່ວນຊ່ວຍປັບຄວາມຄຽດລົງໄດ້.

ອ້າງອີງຈາກ:

https://cutt.ly/jwhFEN9d

https://cutt.ly/ZwhFWDDG

https://cutt.ly/NwhFEcoY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/