ສາເຫດໃດ ຄູ່ຮັກສ່ວນໃຫຍ່ ມີຄວາມຄ້າຍຄືກັນ?


ທຸກຄົນເຄີຍສັງເກດກັນບໍ່ວ່າ ຄູ່ຮັກ ຫຼື ຜົວເມຍຈຳນວນບໍ່ໜ້ອຍມີໃບໜ້າ, ຄວາມຄິດ, ນິດໄສ ແລະ ການປະພຶດທີ່ຄ້າຍຄືກັນ ທັ້ງໆທີ່ພວກເຂົາບໍ່ໄດ້ເກີດຢູ່ໃນຄອບຄົວດຽວກັນ, ພູມລຳເນົາຕ່າງກັນ ແລະ ມີຫຼາຍໆປັດໄຈທີ່ແຕກຕ່າງກັນ.

ເຮົາມາຮູ້ນຳກັນວ່າສາເຫດນີ້ມັນເກີດຈາກຄວາມບັງເອີນ ຫຼື ມາຈາກປັດໄຈໃດກັນແທ້.

ຄູ່ຮັກທີ່ມີຄວາມຄ້າຍຄືກັນເກີດຂຶ້ນສ່ວນຫຼາຍແມ່ນມາຈາກຄວາມສຳພັນທີ່ຄົບຫາ ຫຼື ໃຊ້ຊີວິດຮ່ວມກັນມາເປັນເວລາດົນ. ໂດຍຕາມຫຼັກການຈິດຕະວິທະຍາສາມາດອະທິບາຍຄວາມເຊື່ອນີ້ໄດ້ ເນື່ອງຈາກເວລາທີ່ໄດ້ໃຊ້ຮ່ວມກັນຊ່ວຍໃຫ້ມຸມມອງຄວາມຄິດຂອງຄົນເຮົາມັກຈະປ່ຽນໄປ ແລະ ປັບຕົວເຂົ້າຫາກັນ ເຊິ່ງມັນຄ່ອຍໆຊຶມຊັບ, ປ່ຽນແປງໄດ້ໂດຍບໍ່ຮູ້ຕົວ ສົ່ງຜົນໃຫ້ມີຄວາມຄິດຮ່ວມກັນ ຫຼື Shared mind.

ພ້ອມນີ້, ຍັງມີເຫດຜົນທີ່ວ່າຍິງ ຫຼື ຊາຍມັກຫຼົງຮັກຄົນທີ່ມີໃບໜ້າ, ຄວາມຄິດ, ນິດໄສ ແລະ ທັດສະນະຄະຕິຄ້າຍຄືກັນກັບຕົນເອງ. ຈາກການ​ທົດ​ລອງ​ປີ 2013 ມີຜູ້​ເຂົ້າ​ຮ່ວມ​ທັງ​ຊາຍ ແລະ ຍິງ​ ໄດ້ພົບວ່າ​ ສ່ວນຫຼາຍພວກເຂົາຫຼົງຮັກຄົນທີ່ມີຮູບໜ້າຄວາມຄ້າຍຄືຕົນເອງຫຼາຍກວ່າ ແລະ ຍັງມີການ​ສຶກ​ສາ​ອື່ນໆ​ສະ​ແດງ​ໃຫ້​ເຫັນ​ອີກວ່າ ​ຄົນ​ຈຳນວນບໍ່ໜ້ອຍມັກ​ເຂົ້າຫາ ແລະ ດຶງດູດຄົນທີ່ມີນິດໄສຄ້າຍກັບຕົນ​ເອງ ​ຫຼື​ ພໍ່​ແມ່​ຂອງຕົນ.

ນອກຈາກນີ້ ມີການສຶກສາໃນປີ 1987 ໂດຍນັກຈິດຕະສາດທີ່ມີຊື່ສຽງ Robert Zajonc ພົບວ່າມີເຫດຜົນຫຼາຍຢ່າງທີ່ເຮັດໃຫ້ຄູ່ຮັກທີ່ແຕ່ງງານແລ້ວເລີ່ມມີລັກສະນະຄ້າຍຄືກັນຫຼາຍຂຶ້ນ ຍ້ອນວ່າພວກເຂົາມັກຈະເຄື່ອນໄຫວໃນລັກສະນະດຽວກັນ, ​ການ​ປາກ​ເວົ້າ​ຄ້າຍ​ຄື​ກັນ, ກິນອາຫານປະເພດດຽວກັນ ຫຼື ເຂົ້າໃຈງ່າຍໆວ່າມີກິດຈະວັດ ແລະ ຄວາມຄິດໃກ້ຄຽງກັນນັ້ນເອງ.​ ອີງຕາມຈິດຕະວິທະຍາເອີ້ນວ່າ: ໂຄງສ້າງການປະສານງານຮ່ວມກັນ (Shared Coordinative Structure). ນອກຈາກນັ້ນ ເມື່ອທັງສອງປະເຊີນກັບສະຖານະການຮ່ວມກັນຈຶ່ງບໍ່ແປກທີ່ມີຄວາມຮູ້ສຶກແບບດຽວກັນ ບໍ່ວ່າຈະມີຄວາມສຸກ, ໃຈຮ້າຍ ຫຼື ໂສກເສົ້າ. ຈາກພຶດຕິກຳສະແດງອອກຜ່ານສີໜ້າຄືກັນບໍ່ວ່າຈະເປັນໃບໜ້າຍິ້ມແຍ້ມ, ໃຈຮ້າຍ ຫຼື ໂສກເສົ້ານັ້ນ ສົ່ງຜົນໃຫ້ກ້າມຊີ້ນເທິງໃບໜ້າເຮັດວຽກຄ້າຍຄືກັນອາດເກີດເປັນຮິ້ວຮອຍໃນຈຸດດຽວກັນ ແລະ ເບິ່ງຄືວ່າທັງຄູ່ມີໃບໜ້າຄ້າຍຄືກັນ.

ພ້ອມນັ້ນ, ການຄົ້ນຄວ້າໂດຍ Robert Hooper, ສາສະດາຈານຢູ່ມະຫາວິທະຍາໄລ Texas at Austin, ຍັງແນະນໍາວ່າການໃຊ້ພາສາລັບ (ພາສາທີ່ທັງສອງສ້າງຂຶ້ນ ແລະ ຮູ້ກັນພຽງສອງຄົນ) ຊ່ວຍສ້າງຄວາມສໍາພັນ, ຄວາມຮັກ ຫຼື ມິດຕະພາບທີ່ເລິກເຊິ່ງກວ່າ ແລະ ຍັງຊ່ວຍສ້າງເອກະລັກລະຫວ່າງກັນ.

Carol Bruess, ນັກຈິດຕະສາດຂອງມະຫາວິທະຍາໄລ Ohio State ຂຽນໄວ້ໃນການຄົ້ນຄວ້າກ່ຽວກັບຄວາມສໍາພັນໂຣແມນຕິກຂອງຄູ່ຜົວເມຍວ່າ: ພາສາລັບທີ່ໃຊ້ນັ້ນກວມເອົາຫຼາຍສິ່ງຫຼາຍຢ່າງ, ບໍ່ວ່າຈະເປັນເລື່ອງຕະຫຼົກຈົນເຖິງຊື່ຫຼິ້ນທີ່ທັງສອງສ້າງຂຶ້ນເພື່ອເອີ້ນແທນນາມກັນ ແລະ ຍິ່ງໃຊ້ພາສາລັບເຫຼົ່ານີ້ສົນທະນາກັນຫຼາຍເທົ່າໃດ ເຂົາເຈົ້າຍິ່ງມີຄວາມສຸກ ແລະ ຄວາມສຳພັນແໜ້ນແຟ້ນຂຶ້ນ.

ແຕ່ນັ້ນມັນກໍບໍ່ສະເໝີໄປວ່າຈະຄ້າຍກັນຕັ້ງແຕ່ທໍາອິດ ເພາະມັນປ່ຽນແປງໄດ້ຫາກເຮົາໃຊ້ເວລາຢູ່ຮ່ວມກັນດົນໄປເຊັ່ນດຽວກັນກັບປະສົບການທີ່ແບ່ງປັນຫຼາຍຂຶ້ນນໍາໄປສູ່ຄວາມຄ້າຍຄືກັນທາງດ້ານຮ່າງກາຍທີ່ນັກວິທະຍາສາດອະທິບາຍວ່າເປັນ “ການລວມຕົວຂອງຮູບລັກສະນະ”

ອ້າງອີງຈາກ:

https://cutt.ly/YwhFjhkd

https://cutt.ly/kwhFk8wP

https://cutt.ly/8whFlKKh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/