ວັນທີ 25 ມັງກອນທີ່ຜ່ານມາ ເວັບໄຊ The Verge ລາຍງານວ່າ Netflix ບໍລິສັດທີ່ໃຫ້ບໍລິການດ້ານການເບິ່ງໜັງອອນລາຍໄດ້ພັດທະນາລະບົບສຽງສຳລັບໂທລະສັບ ແລະ ອຸປະກອນເອເລັກໂຕຣນິກລະບົບແອນດຣອຍ (Android) ໃຫ້ເປັນຄຸນະພາບລະດັບສະຕູດິໂອ ເພື່ອຍົກລະດັບການຮັບຊົມເນື້ອຫາຜ່ານບໍລິການຂອງ Netflix.
Netflix ໄດ້ປ່ຽນມາໃຊ້ຕົວເຂົ້າລະຫັດສຽງ xHE-AAC (Extended High Efficiency AAC) ທີ່ໄດ້ຮັບການພັດທະນາຂຶ້ນມາຈາກ HE-AAC ເວີຊັນກ່ອນໂດຍ Fraunhofer IIS ໃນປີ 2012, ໄດ້ຮັບການອອກແບບໃຫ້ໃຊ້ບໍລິການ streaming ແລະ ລາຍການໂທລະພາບ ເນື່ອງຈາກມີອັດຕາການບີບອັດ ແລະ ປະສິດທິພາບສູງ ເຊິ່ງມີບິດເຣດຕ່ຳສຸດທີ່ 6 kbps ສຳລັບລະບົບສຽງໂມໂນ, 12 kbps ສຳລັບສຽງສະເຕີຣິໂອ ໄປຈົນເຖິງ 500 kbps ທີ່ມີຄຸນະພາບສູງຍິ່ງຂຶ້ນ. ອີກທັງຍັງສາມາດປັບປ່ຽນອັດຕາບິດເຣດຂອງການເຂົ້າລະຫັດໄດ້ຢ່າງຫຼາກຫຼາຍຕາມຄວາມແຮງຂອງເຄືອຂ່າຍອີກດ້ວຍ.

ອີກໜຶ່ງຄຸນສົມບັດສຳຄັນຂອງ xHE-AAC ຄືສາມາດສ້າງ Dynamic Rage ຂອງສຽງສຳລັບອຸປະກອນຮູບແບບຕ່າງໆ ຢ່າງເໝາະສົມໂດຍອັດຕະໂນມັດເຊັ່ນ: ການຟັງຜ່ານລຳໂພງ, ຟັງຜ່ານຫູຟັງ ຫຼື ການຟັງຜ່ານລຳໂພງລະດັບ home theatre ເປັນຕົ້ນ. ເຊິ່ງທາງ Netflix ອ້າງວ່າ ຊ່ວຍປັບປຸງການຟັງສຽງຈາກລຳໂພງຂອງ smart phone ໃນສະພາບແວດລ້ອມທີ່ມີສຽງດັງໄດ້ຊັດເຈນຍິ່ງຂຶ້ນອີກດ້ວຍ.

ເຖິງແມ່ນວ່າ Netflix ຈະປ່ອຍການພັດທະນາ (Update) ຄຸນສົມບັດໃໝ່ໃຫ້ກັບແອັບ Android ກ່ອນ ແຕ່ກໍໄດ້ລະບຸວ່າຈະພັດທະນາໃຫ້ກັບທຸກຊ່ອງທາງ ທັງ iOS, macOS ແລະ Windows ທີ່ລ້ວນແຕ່ຮອງຮັບການເຂົ້າລະຫັດສຽງ xHE-AAC ຢູ່ແລ້ວ, ເຊິ່ງ Android ນັ້ນຮອງຮັບ xHE-AAC ຕັ້ງແຕ່ Android Pie ສ່ວນ iOS ຮອງຮັບແຕ່ iOS 13.
ພາບ: gsmarena.com, Theverge.com
ຂອບໃຈຂໍ້ມູນຈາກ:
- https://www.theverge.com/2021/1/25/22248246/netflix-update-android-audio-quality-xhe-aac-dynamic-range-control-volume-dialogue
- https://www.gsmarena.com/netflix_adopts_xheaac_variable_bitrate_audio_codec_on_android-news-47383.php