MGM Grand ອອກມາປະຕິເສດ! Bruno Mars ບໍ່ໄດ້ຕິດໜີ້ພະນັນ 50 ລ້ານໂດລາ


ກ່ອນໜ້ານີ້ມີຂ່າວອອກມາວ່ານັກຮ້ອງຊື່ດັງ Bruno Mars ກຳລັງຕິດໜີ້ພະນັນໂປກເກີສູງເຖິງ 50 ລ້ານໂດລາ ເຊິ່ງເຮັດໃຫ້ເຈົ້າຕົວຕ້ອງກັບໄປເປີດການສະແດງທີ່ MGM Grand Las Vegas ຕາມສັນຍາໄລຍະຍາວທີ່ເຮັດຮ່ວມກັບ MGM Resorts International ໃນຖານະເຈົ້າໜີ້ຕາມທີ່ເຄີຍລາຍງານໄປກ່ອນໜ້ານັ້ນ.

ຫຼ້າສຸດທາງ MGM Resorts International ທີ່ຖືກກ່າວອ້າງວ່າເປັນເຈົ້າໜີ້ຂອງ Bruno Mars ໄດ້ອອກມາຖະແຫຼງການຈາກໂຄສົກ MGM Grand ເພື່ອຕອບໂຕ້ຂ່າວລືດັ່ງກ່າວວ່ານັ້ນບໍ່ເປັນຄວາມຈິງແຕ່ຢ່າງໃດ ເຊິ່ງທາງເວັບໄຊ Celebrity Net Worth ໄດ້ລະບຸວ່າປີ 2023 ຊັບສິນຂອງ Bruno Mars ມີຢູ່ປະມານ 175 ລ້ານໂດລາ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/