ຫວຽດນາມຍັງຄົງຄອງຕໍາແໜ່ງອັນດັບ 2 ໃນຖານະເປັນປະເທດສົ່ງອອກສະມາດໂຟນໃຫຍ່ທີ່ສຸດຂອງໂລກ, ໂດຍເວັບໄຊ The Hindu ລາຍງານວ່າ ໃນປີ 2022, ສ່ວນແບ່ງການສົ່ງອອກຂອງຫວຽດນາມສູງເຖິງ 12% ໃນຕະຫຼາດສະມາດໂຟນທົ່ວໂລກ. ໃນຂະນະທີ່ອິນເດຍ ເຊິ່ງແມ່ນຄູ່ແຂ່ງຂອງຫວຽດນາມໃນຕະຫຼາດນີ້ແມ່ນຢູ່ໃນອັນດັບ 7 ດ້ວຍສ່ວນແບ່ງການສົ່ງອອກທີ່ຫຼາຍກວ່າ 2.5% ພຽງເລັກນ້ອຍ.
ໃນຂະນະດຽວກັນ, ຈີນຍັງສືບຕໍ່ມີສ່ວນແບ່ງໃນຕະຫຼາດສູງທີ່ສຸດໃນການສົ່ງອອກສະມາດໂຟນ ເຊິ່ງກວມເອົາເຄິ່ງໜຶ່ງຂອງການສົ່ງອອກສະມາດໂຟນທັງໝົດໃນປີ 2022, ໂດຍມີຮ່ອງກົງ, ສະຫະລັດອາຣັບເອມີເຣດ, ສາທາລະນະລັດເຊັກ, ສະຫະລັດ ແລະ ເກົາຫຼີໃຕ້ລ້ວນແຕ່ແມ່ນຜູ້ສົ່ງອອກທີ່ສໍາຄັນໃນຕະຫຼາດສົ່ງອອກນີ້.
ອີງຕາມຂໍ້ມູນຈາກກົມພາສີພົບວ່າ ຍອດມູນຄ່າການສົ່ງອອກໂທລະສັບທຸກປະເພດ ແລະ ສ່ວນປະກອບທຸກປະເພດຂອງຫວຽດນາມ ໃນເດືອນມັງກອນແມ່ນກວ່າ 5.5 ຕື້ໂດລາສະຫະລັດ, ເຊິ່ງເພີ່ມຂຶ້ນຫຼາຍກວ່າ 50,4% ເມື່ອທຽບໃສ່ເດືອນທັນວາ 2023 ແລະເພີ່ມຂຶ້ນ 11,4% ເມື່ອທຽບໃສ່ປີກາຍ.
ສະຫະລັດ ແລະ ຈີນໄດ້ກາຍເປັນຜູ້ນຳເຂົ້າສະມາດໂຟນ ແລະ ອຸປະກອນລາຍໃຫຍ່ທີ່ສຸດຂອງຫວຽດນາມ. ໃນເດືອນມັງກອນທີ່ຜ່ານມາ, ການສົ່ງອອກສະມາດໂຟນຂອງຫວຽດນາມໄປອາເມລຣິກາມີມູນຄ່າ 1,39 ຕື້ໂດລາສະຫະລັດ, ກວມເອົາ 25% ຂອງການສົ່ງອອກທັງໝົດ. ຕາມມາດດ້ວຍຈີນທີ່ເປັນອັນດັບ 2 ດ້ວຍມູນຄ່າປະມານ 734 ລ້ານໂດລາສະຫະລັດ, ກວມເອົາ 13% ເເລະ ເກົາຫຼີໃຕ້ເປັນອັນດັບ 3 ດ້ວຍມູນຄ່າ 330 ລ້ານໂດລາສະຫະລັດ.
ສະຖິຕິຂອງຈາກກົມພາສີຍັງສະແດງໃຫ້ເຫັນວ່າໃນປີ 2010, ມູນຄ່າການສົ່ງອອກຂອງສະມາດໂຟນ ແລະ ອຸປະກອນຂອງໂທລະສັບຍັງກວມ 3.2% ຂອງມູນຄ່າການສົ່ງອອກທັງໝົດຂອງປະເທດ. ເເລະບັນດາຜະລິດຕະພັນເອເລັກໂຕຣນິກກຸ່ມນີ້ມີອັດຕາການເຕີບໂຕສະເລ່ຍຕໍ່ປີ 34% ໃນມູນຄ່າການສົ່ງອອກແຕ່ປີ 2011 ຫາ 2021.
ໃນປີ 2023, ການສົ່ງອອກໂທລະສັບ ແລະ ອຸປະກອນເສີມຢູ່ຕ່າງປະເທດມີທັງໝົດ 52,3 ຕື້ໂດລາສະຫະລັດ, ຫຼຸດລົງ 9,7% ເມື່ອທຽບໃສ່ປີ 2022. ໂທລະສັບ ແລະ ອຸປະກອນເສີມແມ່ນເປັນມູນຄ່າສົ່ງອອກໃຫຍ່ອັນດັບ 2 ຮອງຈາກຄອມພິວເຕີ, ເອເລັກໂຕຣນິກ ແລະ ອຸປະກອນຕ່າງໆ
ອີງຕາມຂໍ້ມູນຈາກ HSBC, ຫວຽດນາມຍາດເອົາ 13% ສ່ວນແບ່ງຕະຫຼາດສະມາດໂຟນທົ່ວໂລກໃນປີ 2021, ເຮັດໃຫ້ປະເທດຫວຽດນາມກາຍເປັນຜູ້ສົ່ງອອກສະມາດໂຟນໃຫຍ່ອັນດັບ 2 ຂອງໂລກ.
ນອກຈາກນີ້, ໃນປັດຈຸບັນຫວຽດນາມ ຍັງແມ່ນຈຸດໝາຍທີ່ດຶງດູດບັນດາວິສາຫະກິດໃນທົ່ວໂລກໃນດ້ານອຸດສາຫະກຳສະມາດໂຟນ ແລະ ອຸປະກອນ, ເຊິ່ງລວມເຖິງ Apple ອີກດ້ວຍ, ໂດຍມີບໍລິສັດຜູ້ຈໍາໜ່າຍຂອງ Apple ປະມານ 25 ແຫ່ງຕັ້ງໂຮງງານຢູ່ ຫວຽດນາມ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/